ເຈົ້າສຸວັນນະພູມມາ ເຈົ້າຊາຍລາວ ທີ່ປະຫວັດສາດຫຼົງລືມ!

ເຈົ້າສຸວັນນະພູມມາ

ເຈົ້າສຸວັນນະພູມມາ ເກີດເດືອນຕຸລາ ວັນທີ 7 ປີ 1901 ທີ່ຫຼວງພະບາງ ອະສັນຍະກຳເດືອນມັງກອນ ວັນ ທີ 10 ປີ 1984 ທີ່ວຽງຈັນ. ເຈົ້າສຸວັນນະພູມມາເປັນນາຍົກລັດຖະມົນຕີແຕ່ປີ 1951 ເຖິງ 1975. ເປັນບຸກຄົນທີ່ຮັບຕໍາແໜ່ງນີ້ເປັນ ເວລາຍາວນານທີ່ສຸດໃນປະຫວັດສາດລາວ ແຕ່ເຫດໃດປະຫວັດສາດລາວຈຶ່ງລືມເຈົ້າຊາຍຄົນນີ້?

ເຈົ້າສຸວັນນະພູມມາເປັນບຸກຄົນ ທີ່ກ່ຽວຂ້ອງກັບເຫດການເກືອບທຸກເຫດການ.

ເຈົ້າສຸວັນນະພຸມມາ ແລະຄະນະຜູ້ນໍາ ໂຊວຽດ

ບົດບາດຂອງເຈົ້າສຸວັນນະພຸມມາແມ່ນເລິ່ມມີໃນຕົ້ນສະຕະວັດທີ່ 20 ເຊິ່ງເປັນສະຕະວັດທີ່ຝຣັ່ງເສດເຂົາຍຶດຄອງແຜ່ນດິນລາວ, ຫວຽດນາມ ແລະຂະເໜນ, ຝຣັ່ງເສດໄດ້ຍຶດເອົາສາມປະເທດດັ່ງກ່າວເຂົ້າເປັນປະເທດດຽວກັນເອີ້ນວ່າ “ອີນດູຈີນ” ຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເສດ.

ໃນຖານະເປັນເຊື້ອເຈົ້າ, ເຈົ້າສຸວັນນະພຸມມາແມ່ນໄດ້ມີໂອກາດສຶກສາຮໍ່າຮຽນສູງເປັນພິເສດ, ແລະໄດ້ໄປສຶກສາຢູ່ຫວຽດນາມ ແລະຫລັງຈາກນັ້ນກໍໄປສຶກສາຕໍ່ທີ່ຝຣັ່ງເສດຈົນຈົບພະແນກວິສາວະກຳ. ຫລັງຈົບການສຶກສາຈາກຝຣັ່ງເສດກໍກັບຄືນມາຮັບໃຊ້ປະເທດຊາດ.  ລະຫວ່າງສົງຄາມໂລກຄັ້ງທີ່ 2 (1939-45) ຍີ່ປຸ່ນໄດ້ເຂົ້າຍຶດເອົາອິນດູຈີນແລະຂັບໄລ່ຝຣັ່ງເສດອອກ.  ຕົກມາພາຍໃນປີ 1945 ຫລັງຈາກຍີ່ປຸ່ນເສຍສົງຄາມຈຶ່ງໄດ້ຖອນທັບອອກຈາກອິນດູຈີນ. 

ເຈົ້າສຸວັນນະພຸມາ ແລະ ປະທານາທິບໍດີ Lyndon Jonhson

ຝຣັ່ງເສດກໍກັບມາ ຍຶດເອົາອິນດູຈີນອີກຄັ້ງ. ແຕ່ັຄັ້ງນີ້ສະຖານະການໂລກ ແລະສະພາບການ ເມືອງໃນລາວໄດ້ປ່ຽນແປງໄປ, ໄດ້ມີກຸ່ມຊາດນິຍົມ ກຸ່ມຕໍ່ຕ້ານນັກລ່າອານານິຄົມ ເກີດຂຶ້ນໃນລາວ, ແລະໃນປີ 1947 ຝຣັ່ງເສດກໍໄດ້ໃຫ້ອິສະລະແກ່ລາວບາງພາກສ່ວນ, ເຊັ່ນເປີດໂອກາດໃຫ້ລາວສ້າງຕັ້ງລັດຖະບານປົກຄອງກັນເອງພາຍໃຕ້ ການຄຸ້ມຄອງຂອງຝຣັ່ງເສດ.

ໄລຍະດຽວກັນນີ້ເອງ ເຈົ້າສຸວັນນະພູມມາຖືກແຕ່ງຕັ້ງໃຫ້ ເປັນລັດຖະມົນຕີກະຊວງໂຍທາທິການ, ລັດຖະມົນຕີກະຊວງແຜນການ ແລະລັດຖະມົນຕີກະຊວງໄປຊະນີ ແລະໂທລະເລກ. ຮັບຕໍາແໜ່ງດັ່ງກ່າວນີ້ຈົນເຖິງປີ 1951 ຈຶ່ງຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແລະຕໍ່ມາກໍໄດ້ຊ່ວຍເຈລະຈາກັບ ຝຣັ່ງເສດໃຫ້ຮັບເອົາການ ປະກາດເອກະລາດຂອງລາວ.  ແລະໃນປີ 1953 ລາວປະກາດເອກະລາດ ແລະສະຖາປະນາເປັນລາຊະອານາຈັກລາວ ປົກຄອງແບບລະບອບລັດຖະທໍາມະນູນລາຊາທິປະໄຕໂດຍເຈົ້າສີສະຫວ່າງວົງເປັນເຈົ້າຊີວິດ (ປະມຸກ). 

ຫລັງຈາກລາວປະກາດເອກະລາດ ກໍເລີ່ມມີການຂັດແຍ່ງອໍານາດກັນພາຍໃນ. ຈົນເປັນເຫດໃຫ້ເກີດຄວາມແຕກ ແຍກແລະແບ່ງພັກພວກອອກ ເປັນຫຼາຍກຸ່ມການເມືອງ ເປັນຕົ້ນສອງກຸ່ມໃຫຍ່ເຊັ່ນກຸ່ມ ຂະບວນການປະເທດລາວ ທີ່ຮູ້ຈັກກັນດີຄື ຝ່າຍຊ້າຍ ເຊິ່ງເປັນກຸ່ມຄອມມຸນິດ ສະໜັບສະໜູນໂດຍພັກຄອມມຸນິດຫວຽດນາມ. ແລະອີກກຸ່ມໜຶ່ງຄື ກຸ່ມລາຊະອານາຈັກລາວ ຫຼື ຝ່າຍຂວາເຊິ່ງສະໜັບສະໜູນໂດຍຝຣັ່ງເສດ.  ສ່ວນເຈົ້າສຸວັນນະພຸມມາແມ່ນຢືນຢູ່ຈຸດກາງ. ແຕ່ໃນປີ 1956 ເຈົ້າສຸວັນນະພຸມມາໄດ້ສ້າງພັນທະມິດ ກັບຝ່າຍຊ້າຍແລະຕໍ່ມາກໍໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍົກ ຄັ້ງທີ່ສອງຂອງລັດຖະບານປະສົມ. ສະໜັບສະໜູນໂດຍຝ່າຍຊ້າຍເຊິ່ງນໍາພາໂດຍເຈົ້າສຸພານຸວົງ ຜູ້ເປັນນ້ອງຊາຍຕ່າງມານດາ.

ເຈົ້າສຸວັນນະພຸມມາ ແລະ ປະທານາທິບໍດີ Kennedy DC 1962

ໃນຊ່ວງໄລຍະນີ້ສະພາບ ການເມືອງໃນລາວ ແມ່ນຂາດສະຖຽນລະພາບ ຕ່າງຝ່າຍກໍຕ່າງຍຶດໝັ້ນ ໃນອຸດົມການຂອງຕົນເອງ. ຍາດແຍ່ງຊີງອໍານາດຂາດຄວາມສາມັກ, ບາງຄົນກໍເຫັນແກ່ຕົວຊັກດືງເອົາ ອໍານາດຕ່າງຊາດເຂົ້າມາໃນລາວ ສຸດທ້າຍກໍກາຍເປັນການ ດຶງເສິກເຂົ້າເມືອງ.  

ໃນປີ 1962 ເຈົ້າສຸວັນນະພູມມາ ໄດ້ສ້າງຕັ້ງລັດຖະບານປະສົມອີກຄັ້ງເປັນຄັ້ງທີ່ສອງເພື່ອ ໃຫ້ສອງຝ່າຍປອງ ດອງກັນ. ຝ່າຍຊ້າຍ ຝ່າຍຂວາລ້ວນແລ້ວແຕ່ມີບົດບາດຢູ່ໃນລັດຖະບານຊຸດດັ່ງກ່າວ ແຕ່ຍ້ອນຕ່າງແນວຄິດ ຕ່າງອຸດົມການ, ໂອກາດຈະຫັນໜ້າເຂົ້າກັນ ຈັບມືກັນເພື່ອສ້າງສາປະເທດຊາດແມ່ນສ່ຽງທີ່ສຸດ, ແລະ ສຸດທ້າຍລັດ ຖະບານປະສົມຄັ້ງທີ່ສອງກໍລົ້ມລະລາຍ.  ຝ່າຍຊ້າຍແຕກໜີກັບຄືນສູ່ເຂດທີ່ເອີ້ນວ່າ ເຂດປົດປ່ອຍ (ຫົວພັນແລະຊໍາເໜືອ. ກຽມການຕໍ່ສູ້ເພື່ອໂຄ່ນລົ້ມລະບອບລາຊາທິປະໄຕຕໍ່ໄປ.

ປະທານ ໂຮ່ ກັບເຈົ້າສຸວັນນະພູມມາ

ປະການທີສອງ ສະພາບການເມືອງພາຍ ໃນພາກພື້ນເອເຊຍຫລັງ ປີ 1962 ເຄັ່ງຕຶງທີ່ສຸດ, ລັດທິຄອມມຸນິດເລິ່ມແຜ່ຂະຫຍາຍລາມໄປເກືອບທົ່ວທະວີບ, ເຊິ່ງເຮັດໃຫ້ອະເມຣິກາເປັນຫ່ວງ ຕໍ່ສະຖານະການດັ່ງກ່າວ, ເປັນຫ່ວງຢ້ານຄອມມຸນິດຈະລາມເຂົ້້າສູ່ໄທ, ມະເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະບັນດາ ປະເທດອື່ນໆໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້.  ຖ້າເບິ່ງຕາມຍຸທະສາດດ້ານພູມິປະເທດແລ້ວ, ລາວແມ່ນຈະຢືນຢູ່ຈຸດຍຸທະສາດສໍາຄັນ ຈຸດໜຶ່ງທີ່ອະເມຣິກາເຫັນວ່າ ເປັນຈຸດພັກດັນຫຼືຈຸດຢັນລັດທິຄອມມຸນິດທີ່ຈະແຜ່ລາມມາຈາກຈີນແລະວຽດນາມເໜືອ. ຖ້າລາວລົ້ມ, ໄທກໍຕ້ອງລົ້ມ ແລະກໍຈະລົ້ມຕໍ່ໆກັນໄປຄ້າຍຄືກັບ domino. ອະເມຣິກາເອີ້ນທິດສະ ດີນີ້ວ່າ domino theory.  ສະນັ້ນລາວຈຶ່ງກາຍ ເປັນສະໝໍລະພູມ ຮົບສໍາຄັນຂອງສົງ ຄາມທິສະດີລະຫວ່າງ ໂຊວຽດແລະອະເມຣິກາ.

ເຈົ້າສຸພານຸວົງ, ເຈົ້າສຸວັນນະພູມມາ ເຊັນສັນຍາ

ອະເມຣິກາໄດ້ເລິ່ມໃຫ້ຄວາມສໍາຄັນແກ່ລາວແລະສະໜັບ ສະໜູນຊ່ວຍເຫຼືອຝ່າຍລາຊະອານາຈັກ ລາວເກືອບທຸກ ດ້ານບໍ່ວ່າດ້ານເງິນ, ອາວຸດ, ຍຸດທະສາດຮົບ ແລະການຝຶກທະຫານ ຮວມທັງການສ້າງຕັ້ງທະຫານ ລັບຂອງນາຍ ພົນວັງປາວ.

ສົງຄາມໃນລາວ ເລີ່ມດຸເດືອດ ຕັ້ງແຕ່ນັ້ນເປັນຕົ້ນມາຈົນເຖິງປີ 1973 ຝ່າຍອະເມຣິກາໄດ້ຖອນທັບອອກຈາກວຽດນາມ, ອໍານາດພາຍນອກ ເລີ່ມຜ່ອນຄາຍລົງໃນລາວ ຈຶ່ງເປັນເຫດເຮັດໃຫ້ທັງສອງຝ່າຍການ ເມືອງໃນລາວຫັ້ນໜ້າເຂົ້າສູ່ກັນອີກຄັ້ງ.  

ທັງສອງຝ່າຍ, ຝ່າຍຊ້າຍນໍາພາໂດຍເຈົ້າສຸພານຸວົງ ແລະຝ່າຍຂວານໍາພາໂດຍເຈົ້າສຸວັນນະພຸມມາ ເຈລະຈາກັນສະ ງົບເສິກສົງຄາມ ແລະສ້າງຕັ້ງລັດຖະບານປະສົມຂຶ້ນໃໝ່ຄັ້ງທີ່ສາມ ໂດຍແຕ່ງຕັ້ງເຈົ້າສຸວັນນະພຸມມາເປັນ ນາຍົກລັດຖະມົນຕີ.

ປະທານ ເມົາເຊີຕຸງ ແລະເຈົ້າສຸວັນນະພຸມມາ

ລັດຖະບານປະສົມຢູ່ໄດ້ຮອດສອງປີ ແລະພາຍໃນປີ 1975 ຝ່າຍຊ້າຍ ຫຼືຝ່າຍປະເທດລາວ ກໍຍຶດເອົາອໍານາດທົ່ວປະເທດ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໂດຍແຕ່ງຕັ້ງເຈົ້າສຸພານຸວົງ ເປັນປະທານປະເທດຄົນທໍາອິດ.

ສ່ວນ ເຈົ້າສຸວັນນະພູມມາ ແມ່ນຖືກປົດຈາກຕໍາແໜ່ງນາຍົກ ແລ້ວໃຫ້ເປັນທີ່ປຶກສາຈົນເຖິງ ແກ່ອະສັນຍະກຳ (ເສຍຊີວິດ) ທີ່ວຽງຈັນ ໃນເດືອນມັງກອນ ວັນທີ 10 ປີ 1984. ອາຍຸ 82 ປີ. ຖືກແຕ່ງຕັ້ງໃຫ້ເປັນນາຍຍົກ 4 ເທື່ອ ກໍາຕໍາແໜ່ງ 19 ປີ.

ແຫຼ່ງຂໍ້ມູນ: ປສ.

http://pranejonshortstory.blogspot.com

ຂໍ້ມູນ:
1. Castle, Timothy N. At War in the Shadow of Vietnam: United States Military Aid to the Royal Lao Government, 1955–1975. New York: Columbia University Press, 1993.
2. Fall, Bernard B. Anatomy of a Crisis: The Laotian Crisis of 1960–1961.Garden City, NY: Doubleday, 1969.

4. Toye, Hugh. Laos: Buffer State or Battleground. New York: Oxford University Press, 1968.

5. U.S Library of Congress. https://www.loc.gov/item/mm84060491/ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.