ປີນີ້ ເສດຖະກິດໄຊຍະບູລີຂະຫຍາຍຕົວຢູ່ໃນລະດັບ 8,7%

ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນຊຸດທີ I ທີ່ໄດ້ໄຂຂຶ້ນໃນລະຫວ່າງ 16-18 ກໍລະກົດນີ້ວ່າ:

ການພັດທະນາເສດຖະກິດສັງຄົມຂອງແຂວງໄຊຍະບູລີໂດຍລວມແມ່ນຍັງສືບຕໍ່ຂະຫຍາຍຕົວ ແລະ ມີຄວາມໝັ້ນທ່ຽງໄປຕາມແຜນການຄາດໝາຍທີ່ວາງໄວ້ ອີງຕາມຂໍ້ມູນຈາກຂະແໜງການທີ່ກ້ຽວຂ້ອງຄາດຄະເນວ່າໝົດປີ 2019 ເສດຖະກິດຈະຂະຫຍາຍຕົວຢູ່ໃນລະດັບ 8,7% ສາມາດສ້າງມູນຄ່າເພີ່ມລາຄາພາຍໃນປີໄດ້ປະມານ 10.678 ຕື້ກີບ ສະເລ່ຍຕໍ່ຫົວຄົນໜຶ່ງໃຫ້ໄດ້ 3.381 ໂດລາສະຫະລັດ.

ໃນນັ້ນຂະແໜງກະສິກຳຈະເພີ່ມຂຶ້ນ 3,5% ກວມເອົາ 28%, ຂະແໜງອຸດສາຫະກໍາຈະເພີ່ມຂຶ້ນ 12% ກວມເອົາ 36,3%, ການບໍລິການຈະເພີ່ມຂຶ້ນ 12,3% ກວມເອົາ 35,5% ຂອງລວມຍອດຜະລິດຕະພັນພາຍໃນບໍ່ລວມພາສີຂາເຂົ້າ. ໃນ 6 ເດືອນຜ່ານມາສາມາດເກັບລາຍຮັບໄດ້ມີການຄ່ອງຕົວດີຂຶ້ນລວມລາຍຮັບປະຕິບັດໄດ້ 446 ຕື້ກວ່າກີບ ເທົ່າກັບ 93,75% ຂອງແຜນ 6 ເດືອນຫຼືເທົ່າກັບ46,39% ຂອງແຜນການປີ.

ສຳລັບພູດທ້ອງຖິ່ນປະຕິບັດໄດ້106.72 ຕື້ກີບ, ເທົ່າກັບ 87,74% ຂອງແຜນ 6 ເດືອນຫຼືເທົ່າກັບ 43,38% ຂອງແຜນການປີ. ດ້ານການປ່ອຍສິນເຊື່ອໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ການຜະລິດໄດ້ທັງໝົດ 266.84 ຕື້ກີບເທົ່າກັບ 48,0%, ການສົ່ງອອກ-ນຳເຂົ້າສິນຄ້າໃນ 6 ເດືອນສາມາດສົ່ງອອກໄດ້ທັງໝົດ 27,80 ລ້ານໂດລາສະຫະລັດ, ເທົ່າກັບ 84,24% ຂອງແຜນການປີ.

ສ່ວນການນຳເຂົ້າສິນຄ້າປະຕິບັດໄດ້ທັງໝົດ 74,58 ໂດລາສະຫະລັດ ເທົ່າກັບ 48,82% ຂອງແຜນການປີ;

ນອກນັ້ນຍັງໄດ້ນຳເຂົ້າວັດສະດຸກໍ່ສ້າງເພື່ອຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ມີມູນຄ່າທັງໝົດ 51,70 ໂດລາສະຫະລັດ. ທ່ານຍັງໄດ້ກ່າວຕື່ມວ່າໃນ 6 ເດືອນທ້າຍປີຕ້ອງສູ້ຊົນຮັບປະກັນການຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໝັ້ນທ່ຽງຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 8,7% ຍູ້ແຮງການຜະລິດເປັນສິນຄ້າຕິດພັນກັບການປຸງແຕ່ງ ແລະ ການບໍລິການ ເອົາໃຈໃສ່ແກ້ໄຂໜີ້ສິນການລົງທຶນໄຟຟ້າສາທາລະນະ, ໜີ້ 3 ແຈ.

ໂຄງການມີສ່ວນຫຼຸດໜີ້ NPL ໃຫ້ໄດ້ຮັບການແກ້ໄຂ ເພີ່ມທະວີການຄຸ້ມຄອງລາຍຮັບລາຍຈ່າຍງົບປະມານຕາມລະບຽບກົດໝາຍຢ່າງເຂັ້ມງວດ,ຫັນມານຳໃຊ້ເຄື່ອງມືທີ່ທັນສະໄໝໃນການຄຸ້ມຄອງຢ່າງກວ້າງຂວາງ, ກຳຈັດການຮົ່ວໄຫຼຂອງລາຍຮັບງົບປະມານໂຄສະນາເຜີຍແຜ່ນະໂຍບາຍປະຢັດແຫ່ງຊາດ, ນິຕິກຳຕ່າງໆຂອງແຂວງວາງອອກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຫຼາຍກວ່າເກົ່າ.

ແຫຼ່ງຂໍ້ມູນ: ຂ່າວ: ບຸນທີ , Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...