Saturday, April 26, 2025
Kbank Laos โอน รับ จ่าย

ລັດຖະບານ ຫາວິທີແກ້ໄຂໜີ້ສິນ ບໍລິສັດຮັບເໝົາເຮັດໂຄງການຕ່າງໆຂອງລັດ

ໃນ​ຜ່ານ​ມາ ລັດ­ຖະ­ບານ​ໄດ້​ມີ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ເຂົ້າ ໃນ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ເປັນ­ຕົ້ນ ກໍ່­ສ້າງ​ຖະ­ໜົນ​ຫົນ­ທາງ ຂົວ ຊົນ­ລະ­ປະ­ທານ ຄອງ​ລະ­ບາຍ​ນ້ຳ ສຳ­ນັກ­ງານ​ອົງ­ການ​ຂອງ​ລັດ ໂຮງ­ຮຽນ ໂຮງ­ໝໍ ແລະ ອື່ນໆ​ຫຼາຍ​ໂຄງ­ການ​ທີ່​ໃຫ້​ບໍ­ລິ­ສັດ​ເອ­ກະ​ຊົນ​ເປັນ​ຜູ້​ລົງ­ທຶນ​ກ່ອນ ເຮັດ​ໃຫ້​ມີ​ຫຼາຍ​ໂຄງ­ການ​ມີ​ຜົນ­ສຳ­ເລັດ ແລະ ຫຼາຍ​ໂຄງ­ການ​ບໍ່​ສຳ­ເລັດ ຍ້ອນ​ຫຼາຍ​ປັດ​ໄຈ.

ໂດຍ​ສະ­ເພາະ ກໍ​ແມ່ນ​ບັນ­ຫາ​ເງິນ​ທີ່​ລັດ​ສະ­ໜອງ​ໃຫ້​ບໍ­ລິ­ສັດ​ທີ່​ລົງ­ທຶນ​ກ່ອນ​ບໍ່​ພຽງ­ພໍ ເກີດ​ມີ​ໜີ້​ສິນ​ຄຸມ​ເຄືອ​ມາ​ເປັນ​ເວ­ລາ​ຫຼາຍ​ປີ ອັນ​ໄດ້​ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ສອງ​ຝ່າຍ ເພື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ນັບ​ແຕ່​ປີ 2018 ເປັນ­ຕົ້ນ​ມາ ລັດ­ຖະ­ບານ​ກໍ​ໄດ້​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ດ້ວຍ​ຫຼາຍ​ວິ­ທີ ແລະ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ມາ​ຮອດ​ປັດ­ຈຸ­ບັນ ເຫັນ​ວ່າ​ເລີ່ມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ມາ ສາ­ມາດ​ແກ້​ໄຂ​ໜີ້​ສິນ​ໄດ້​ຈຳ­ນວນ​ໜຶ່ງ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ໃຫ້​ສຳ­ພາດວ່າ: ການ​ແກ້​ໄຂ​ໜີ້​ສິນ​ພາຍ​ໃນ ເປັນ­ຕົ້ນ ໜີ້​ສິນ​ການ​ລົງ­ທຶນ​ຂອງ​ລັດ ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ທີ່​ໄດ້​ສົມ­ທົບ​ກັບ​ກະ­ຊວງ ແຜນ­ການ ແລະ ການ​ລົງ­ທຶນ ເພື່ອ​ແກ້​ໄຂ​ໜີ້​ສິນ​ທີ່​ຍັງ​ຄ້າງ​ຄາ​ມາ​ຫຼາຍ​ປີ ໃນ​ປີ 2018 ແລະ ປີ 2019 ໄດ້​ແກ້​ໄຂ​ຫຼາຍ​ຮູບ​ການ​ດ້ວຍ​ການ​ແບ່ງ​ທຶນ​ປົກ­ກະ­ຕິ​ໄປ​ຊຳ­ລະ.

ນອກ​ນັ້ນ ຍັງ​ໄດ້​ອອກ​ພັນ­ທະ­ບັດ​ຂອງ​ກະ­ຊວງ​ການ​ເງິນ ເພື່ອ​ໄປ​ອວ່າຍ​ໜີ້​ທຸ­ລະ​ກິດ​ທີ່​ລັດ​ເອົາ​ຕິດ​ໜີ້​ກັບ​ທະ­ນາ­ຄານ ເອີ້ນ​ວ່າ ພັນ­ທະ­ບັດ​ອວ່າຍ​ໜີ້​ສາມ​ແຈ ແລະ ຮູບ​ການ​ອື່ນໆ ກໍ​ໄດ້​ພິ­ຈາ­ລະ­ນາ​ເຮັດ​ໃຫ້​ໜີ້​ສິນ​ຈຳ­ນວນ​ໜຶ່ງ​ຫຼຸດ​ລົງ ແຕ່​ໂດຍ​ລວມ​ແລ້ວ​ຕົວ​ເລກ​ໜີ້​ສິນ​ກໍ​ຍັງ​ສູງ​ຢູ່ ໃນ​ປັດ­ຈຸ­ບັນ ເນື່ອງ​ຈາກ​ບັນ­ດາ​ໂຄງ­ການ​ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ກໍ​ຍັງ​ສືບ­ຕໍ່​ເຮັດ​ວຽກ​ຕໍ່​ໄປ ເຮັດ​ໃຫ້​ໜີ້​ສິນ​ເພີ່ມ​ຂຶ້ນ​ຕື່ມ ແກ້­ໂຕ​ເກົ່າ​ຍັງ​ບໍ່​ແລ້ວ ໂຕ​ໃໝ່​ມາ​ອີກ ສະ­ນັ້ນ ພວກ​ເຮົາ​ຈະ​ພະ­ຍາ­ຍາມ​ຄົ້ນ­ຄວ້າ​ຄືນ​ບັນ­ຫາ​ນີ້ ເພື່ອ​ຊອກ​ຫາ​ວິ­ທີ​ແກ້​ໄຂ​ຕື່ມ​ໃນ­ຕໍ່­ໜ້າ.

ທ່ານ ສົມ​ດີ ດວງ​ດີ ຍັງ​ໃຫ້​ຮູ້​ຕື່ມ​ວ່າ:

ການ​ແກ້​ໄຂ​ໜີ້​ສິນ​ການ​ລົງ­ທຶນ​ຂອງ​ລັດ ຂອງ​ທຸ­ລະ​ກິດທີ່​ລົງ­ທຶນ​ກ່ອນ ທີ່​ລັດ​ບໍ່​ສາ­ມາດ​ຊຳ­ລະ​ໃຫ້​ເຂົາ­ເຈົ້າ​ຕາມ​ແຜນ­ການ ຕາມ​ກຳ­ນົດ​ເວ­ລາ​ແກ່­ຍາວ​ມາ​ນັ້ນ ການ​ແກ້​ໄຂ​ໄດ້​ອວ່າຍ​ໜີ້​ສາມ​ແຈ​ມາ​ແຕ່​ຕົ້ນ​ປີ 2018 ຮອດ​ປັດ­ຈຸ­ບັນ​ປະ­ມານ 3.000 ກວ່າ​ຕື້​ກີບ.

ສາ­ມາດ​ແກ້​ໄຂ​ໄປ​ສ່ວນ​ໜຶ່ງ ນອກ​ນີ້ ໃນ​ແຕ່​ລະ​ປີ​ຍັງ​ໄດ້​ແບ່ງ​ເອົາ​ງົບ­ປະ­ມານ​ທີ່​ອະ­ນຸ­ມັດ​ການ​ລົງ­ທຶນ​ສ່ວນ​ໜຶ່ງ​ມາ​ຊຳ­ລະ​ໜີ້ ເຊິ່ງ​ປີ 2019 ປະ­ມານ 400 ຕື້​ກີບ ເພື່ອ​ມາ​ຊຳ­ລະ​ໜີ້​ເກົ່າ ແລະ ປີ 2020 ກຳ­ລັງ​ເຮັດ​ແຜນ ສ່ວນ​ວິ­ທີ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ປຶກ­ສາ​ຫາ­ລື​ກັບ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນຄະ­ນະ​ແກ້​ໄຂ​ໜີ້​ສິນ ຈະ​ບໍ່​ແກ້​ໜີ້​ສິນ​ໃຫ້​ແລ້ວ​ເປັນ​ແຕ່​ລະ​ບໍ­ລິ­ສັດ​ໄປ ແຕ່​ຈະ​ແກ້​ແບບ​ສະ­ເລ່ຍ​ຜູ້​ມີ​ໜີ້​ຫຼາຍ​ກໍ​ຈະ​ໄດ້​ຫຼາຍ ຜູ້​ມີ​ໜີ້​ໜ້ອຍ​ຈະ​ໄດ້​ໜ້ອຍ​ຕາມ​ອັດ­ຕາ​ສັດ­ສ່ວນ​ເພື່ອ​ຄວາມ​ສະ­ເໝີ­ພາບ ຈະ​ບໍ່​ເຮັດ​ແບບ​ວ່າ​ຜູ້​ໄດ້ ຜູ້​ບໍ່​ໄດ້ ທັງ​ນີ້ ກໍ​ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ຫາງ​ສຽງ​ທີ່​ວ່າ ຄົນ​ເຈົ້າ ຄົນ​ຂ້ອຍ ແລະ ມີ​ຄວາມ​ໂປ່ງ​ໃສ ຍຸ­ຕິ​ທຳ​ໃຫ້​ແກ່​ຫົວ­ໜ່ວຍ​ທຸ­ລະ​ກິດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.