Tuesday, March 18, 2025

6 ເດືອນຕົ້ນປີ 2019 ສ່ວຍສາອາກອນແຂວງອຸດົມໄຊ ເກັບລາຍຮັບໄດ້ 49 ຕື້ 300 ລ້ານກວ່າກີບ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ 2019 ຂອງແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມ ສ່ວຍສາອາກອນປະຈຳແຂວງ. ພາຍໃຕ້ການເປັນປະທານຂອງທ່ານ ທຳມະລົດ ຣາດສະພົນ ຫົວໜ້າສ່ວຍສາອາກອນປະຈຳແຂວງອຸດົມໄຊ. ມີຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງການຂັ້ນແຂວງ ພ້ອມດ້ວຍສ່ວຍສາອາກອນປະຈຳເມືອງທົ່ງແຂວງອຸດົມໄຊເຂົ້າຮ່ວມ.

ກອງປະຊຸມ ທ່ານ ຄອນສະຫວັນ ດວງສຸກ ຮອງສ່ວຍສາອາກອນປະຈຳແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນໄລຍະ 6 ເດືອນຕົ້ນປີ 2019 ຜ່ານມາ ໂດຍຊີ້ໃຫ້ຮູ້ວ່າ ຂະແຫນງສ່ວຍສາອາກອນ ໄດ້ເອົາໃຈໃສ່ໃນການ ຄຸ້ມຄອງເກັບລາຍຮັບສ່ວຍສາອາກອນຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ, ຕິດຕາມການ ມອບພັນທະຂອງຫົວຫນ່ວຍທຸລະກິດ, ຄ່າທໍານຽມ ຄ່າບໍລິການ ພາກລັດ, ພາສີທີ່ດິນ ແລະອື່ນໆ ຢ່າງເປັນປົກກະຕິ, ພ້ອມດຽວກັນນັ້ນກໍ່ໄດ້ຄົ້ນຄວ້າ ຊອກຫາແຫລ່ງລາຍຮັບທີ່ມີຕາມຄວາມອາດສາມາດຕົວຈິງ.

ໃນ 6 ເດືອນຕົ້ນປີທີ່ຜ່ານມາ, ສໍາລັບງວດ I ການປະຕິບັດຄຸ້ມຄອງເກັບລາຍຮັບແມ່ນສາມາດປະຕິບັດໄດ້ຕາມແຜນການ, ສ່ວນງວດທີ່ II ໂດຍລວມແມ່ນເຫັນວ່າຍັງມີຂໍ້ຫຍຸ້ງຍາກຈໍານວນຫນຶ່ງ ຊຶ່ງມີບາງປະເພດລາຍຮັບ ບໍ່ໄດ້ຕາມແຜນທີ່ວາງໄວ້ ທຽບໃສ່ໄລຍະດຽວຂອງປີຜ່າມາ ໂດຍສະເພາະບັນດາຄ່າທໍານຽມ ແລະ ບໍລິການ ຂອງບັນດາຂະແຫນງການ ບໍ່ສາມາດຈົດຮັບຈົດຈ່າຍເທົ່າທີ່ຄວນ, ອາກອນປົກກະຕິຈໍານວນຫນຶ່ງຫລຸດລົງທຽບໃສ່ປີຜ່ານມາ ເປັນຕົ້ນແມ່ນ ປະເພດອາກອນທາງອ້ອມຈາກຂະແຫນງ ໂທລະຄົມມະນາຄົມ, ໄຟຟ້າ, ຍັງບໍ່ມີຄວາມເປັນເອະພາບດ້ານການມອບພາສີທີ່ດິນ ຕິດພັນກັບນິຕິກໍາໃຫມ່ຂອງກະຊວງການເງິນ.

ແຕ່ເຖິງຢ່າງໃດກໍ່ຕາມຄະນະພັກຮາກຖານພະແນກການເງິນ, ຄະນະຫນ່ວຍ ພັກກໍຄືຄະນະສ່ວຍສາອາກອນປະຈໍາແຂວງ ຍັງສືບຕໍ່ເອົາໃຈຊີ້ນໍາບັນດາສ່ວຍສາອາກອນບັນດາເມືອງ, ຕິດຕາມເລັ່ງທວງ ບັນດາລາຍຮັບຈໍານວນຫນຶ່ງມອບເຂົ້າຕື່ມ. ໃນ 6 ເດືອນຕົ້ນປີ 2019 ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານໄດ້ທັງໝົດ 49 ຕື້ 300 ລ້ານກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 46,65% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 97,13%. ໃນນັ້ນ ລາຍຮັບຈາກສ່ວຍສາອາກອນ 46 ຕື້ 900 ລ້ານກວ່າກີບ,ຮັບຈາກທີ່ດິນ 2 ຕື້ 300 ລ້ານກວ່າກີບ.

ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈຳແຕ່ລະເມືອງໄລຍະຜ່ານມາ ເພື່ອພ້ອມກັນຊອກຫາສາເຫດ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂໃຫ້ບັນລຸຕາມແຜນໃນ 6 ເດືອນທ້າຍປີ. ພ້ອມດຽວກັນ ໃນກອງປະຊຸມຍັງໄດ້ເຜີຍແຜ່ບາງນິຕິກຳທີ່ສຳຄັນກ່ຽວກັບວຽກງານສ່ວຍສາອາກອນຕື່ມອີກ.

ແຫຼ່ງຂໍ້ມູນ: ຂ່າວ ໄມພອນ, ຂ່າວປະຈຳວັນ Daily News Oudomxay

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.