3 ເມືອງ ຊາຍແດນ ລາວ – ໄທ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄວບຄຸມພະຍາດອະຫິວາໝູ “ອາຟຣິກກາ”

ກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄວບຄຸມພະຍາດອະຫິວາໝູອາຟຣິກາຕາມແນວຊາຍແດນ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ເມືອງລັດຕະນະວາປີ ແຂວງໜອງຄາຍ, ເມືອງປາກຄາດ ແຂວງບຶງການ ປະເທດໄທ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2019 ຢູ່ທີ່ຫ້ອງປະຊຸມສໍານັກງານປົກຄອງເມືອງທ່າພະບາດ.

ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ, ທ່ານ ທະນາວຸດ ທອງທະວີ ເຈົ້າເມືອງປາກຄາດ, ທ່ານນາງ ຈະລິຍາ ວົງສຸວັນ ຮອງເຈົ້າເມືອງລັດຕະນະວາປີ, ມີບັນດາການນຳເມືອງທ່າພະ ບາດ, ພະແນກການທີ່ກ້ຽວຂ້ອງຈາກລາວ ແລະ ໄທ, ພະນັກງານຮາກຖານປະຈໍາຢູ່ເມືອງ, ປກສ-ປກຊ ພ້ອມດ້ວຍບັນດາຫົວໜ້າຫ້ອງການພາຍໃນເມືອງເຂົ້າຮ່ວມ. 

ໃນກອງປະຊຸມ ທ່ານ ບຸນເພັງ ຈັນທະວົງສຸກ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າພະບາດໄດ້ນໍາສະເໜີລາຍງານສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ພາກພື້ນ ແລະ ສາກົນ ວ່າ:

ຄັ້ງທິດອິດແມ່ນເກີດຂຶ້ນຢູ່ທະວີບອາຟຣິກາໃນຊຸມປີ 1907 ຕໍ່ມາປີ 2007 ໄດ້ເກີດມີການລະບາດຢູ່ທະວີບເອີຣົບ ຮອດເດືອນສິງຫາ 2018 ໄດ້ມີການລະບາດຢູ່ປະເທດຈີນ ໝູຫຼາຍກວ່າ 38,000 ໂຕ ຖືກຂ້າ ແລະ ມີການລາຍງານວ່າ ໄດ້ແຜ່ຂະຫຍາຍໄປທົ່ວທຸກພາກພື້ນຂອງຈີນ.

ຕໍ່ມາໃນວັນທີ19 ກຸມພາ 2019 ມີລາຍງານວ່າພະຍາດອະຫິວາ ໝູອາຟຣິກາໄດ້ເລີ່ມແຜ່ລະບາດຢູ່ປະເທດຫວຽດນາມ ແລະ ໄດ້ທໍາລາຍໝູໄປແລ້ວຫຼາຍກວ່າ 3,000,0000 ໂຕ.

ສ່ວນຢູ່ ສປປ ລາວ ເລີ່ມແຕ່ວັນທີ 25 ເມສາ ຫາ 10 ມີຖຸນາ 2019 ໄດ້ເກີດມີປະກົດການ ໝູຕາຍຈໍານວນ 868 ໂຕ ໃນ 7 ບ້ານ ຢູ່ເມືອງຕຸ່ມລານ ແຂວງສາລະວັນ ແລະ ມີ 1 ບ້ານຢູ່ເມືອງນາຊາຍທອງ ນະຄອນຫຼວງຈັນ, ໃນວັນທີ 3 ກໍລະກົດ 2019 ກົມລ້ຽງສັດ ແລະ ການປະມົງໄດ້ກວດພົບພະຍາດອະຫິວາ ໝູອາຟຣິກາ ຈໍານວນ 4 ຕົວຢ່າງ ຈາກ 1 ບ້ານຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ປະກົດການດັ່ງກ່າວນີ້ ແມ່ນບໍ່ເຄີຍມີມາກ່ອນໃນອາດີດຜ່ານມາ, ການລະບາດຂອງພະຍາດນີ້ ສາເຫດແມ່ນເກີດມາຈາກການນຳສັດ ( ໝູ ) ເຂົ້າມາຂອງປະຊາຊົນທີ່ມີຊາຍແດນຕິດກັບປະເທດຫວຽດນາມ ທີ່ມີການແລກປ່ຽນຊື້ຂາຍສິນຄ້າຕາມປະເພນີ. 

ໂດຍເຫັນໄດ້ສະພາບການດັ່ງກ່າວນັ້ນ ບັນດາທ່ານເຂົ້າຮ່ວມກອງປະຊຸມ ກໍໄດ້ມີການແລກປ່ຽນປະກອບຄໍາຄິດຄໍາເຫັນ ເພື່ອຊອກຫາວິທີຄວບຄຸມ ແລະ ປ້ອງກັນ ການລະບາດຂອງພະຍາດອະຫິວາ ໝູອາຟຣິກາ ໂດຍຫ້າມນໍາເອົາສັດປະເພດໝູ ເຂົ້າ-ອອກ ຕາມແນວຊາຍແດນ ລະຫວ່າງເມືອງທ່າພະບາດ, ເມືອງລັດຕະນະວາປີ, ເມືອງປາກຄາດ ປະເທດໄທ ເພາະວ່າໃນຊ່ວງນີ້ ແມ່ນສ່ຽງຕໍ່ການເກີດລະບາດຂອງພະຍາດ ອະຫິວາໝູອາຟຣິກາ.

ແຫຼ່ງຂໍ້ມູນ: ພາບ – ຂ່າວ bolikhamxay gov la, Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.