ຍຸຕິທຳແຂວງໄຊຍະບູລີ ປະຕິບັດຄຳຕັດສິນຂອງສານໄດ້ທັງໝົດ 260 ກວ່າເລື່ອງ

ພະແນກຍຸຕິທຳແຂວງໄຊຍະບູລີໃນຖານະເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄະນະນຳພະແນກໄດ້ພະຍາຍາມປະຕິບັດຕາມມາດຕາ 11 ຂອງກົດໝາຍ ຊຶ່ງໂດຍລວມແລ້ວຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນກ່ອນທີ່ຈະໄປຈັດຕັ້ງປະຕິບັດກໍ່ໄດ້ມີການຄົ້ນຄວ້າລະອຽດ ສະເໜີໃຫ້ສານຊີ້ແຈງຄືນໃນກໍລະນີຄຳຕັດສິນຂອງສານບໍ່ຈະແຈ້ງ ທວງເອົາຂອງກາງຄະດີຈາກພາກສ່ວນທີ່ກ່ຽວຂ້ອງເພື່ອນຳມາຈັດຕັ້ງປະຕິບັດ.

ທ່ານ ອາເມ ຊົງເຍ້ຽເລັ່ງ ຫົວໜ້າພະແນກຍຸຕິທຳໄດ້ຊີ້ແຈງວ່າຜ່ານການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 158/ນຍ ລົງວັນທີ 4 ມິຖຸນາ 2018 ວ່າດ້ວຍການປະມູນ ແລະ ການມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານເຫັນວ່າຫ້ອງການ ແລະ ໜ່ວຍງານປະຕິບັດຖືກຕ້ອງຕາມດຳລັດ.

ມີການກວດກາຂຶ້ນບັນຊີ. ຊັບສິນມີການອອກຄຳສັ່ງຍຶດຫຼືອາຍາຊັບ ແລະ ສົ່ງຄຳສັ່ງຍຶດ, ຄຳສັ່ງອາຍາຊັບໃຫ້ຜູ້ເປັນເຈົ້າຂອງ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງສະແດງອອກໃນໜຶ່ງປີຜ່ານມາການຈັດຕັ້ງປະຕິບັດຄຳຕັດສິນຂອງສານໄດ້ທັງໝົດ 261 ເລື່ອງ;

ໃນນີ້ຄະດີແພ່ງ 57 ເລື່ອງ, ຄະດີອາຍາ 204 ເລື່ອງ. ປະຈຸບັນທົ່ວແຂວງມີຄະດີທັງໝົດ 2.133 ເລື່ອງ, ແພ່ງ 482 ເລື່ອງ, ອາຍາ 1.651 ເລື່ອງ. ມີຄະດີຄ້າງມາ 1.665 ເລື່ອງ, ແພ່ງ 377 ເລື່ອງ, ອາຍາ 1.288 ເລື່ອງ. ຄະດີເຂົ້າໃໝ່ 468 ເລື່ອງ, ແພ່ງ 105 ເລື່ອງ, ອາຍາ 363 ເລື່ອງ. ສົ່ງໃຫ້ໄອຍາການ 1 ເລື່ອງ, ແພ່ງ 1 ເລື່ອງ. ສົ່ງແຂວງອື່ນ 4 ເລື່ອງ, ແພ່ງ 4 ເລື່ອງ. ສົ່ງພາຍໃນແຂວງ 37 ເລື່ອງ, ແພ່ງ 13 ເລື່ອງ, ອາຍາ 24 ເລື່ອງ. ບໍ່ສາມາດປະຕິບັດໄດ້ 117 ເລື່ອງ, ແພ່ງ 38 ເລື່ອງ ອາຍາ 79 ເລື່ອງ. ພວມຈັດຕັ້ັງປະຕິບັດ 1.713 ເລື່ອງ, ແພ່ງ 373 ເລື່ອງ, ອາຍາ 1340 ເລື່ອງ.

ຄະດີຍັງຄ້າງທັງໝົດໃນປະຈຸບັນ 1380 ເລື່ອງ, ແພ່ງ 411 ເລື່ອງ, ອາຍາ 1419 ເລື່ອງ. ສາມາດເກັບເງິນມອບໃຫ້ໂຈດໄດ້ທັງໝົດຈຳນວນ 1 ຕື້ 605 ລ້ານກວ່າກີບ, ເງິນບາດ 1.985.846 ບາດ, ເງິນໂດລາ 500 ໂດລາ ແລະ ໄດ້ມອບເຂົ້າລັດ 379 ລ້ານກວ່າກີບ.

ທ່ານຍັງກ່າວວ່າໃນຕໍ່ໜ້າຄະນະພັກ, ຄະນະພະແນກຈະໄດ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກ ງານ ປະຕິບັດຄຳຕັດສິນຂອງສານຢ່າງທົ່ວເຖິງ ແລະ ຕໍ່ເນື່ອງດ້ວຍຫຼາຍວິທີ; ແນໃສ່ສ້າງພະນັກງານທີ່ເຮັດວຽກດັ່ງກ່າວໃຫ້ມີຄຸນສົມບັດສິນທຳປະຕິບັດ, ມີຈັນຍາບັນ, ຈັນຍາທໍາ ແລະ ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ຂອງຕົນ.

ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານເພື່ອສ້າງສະຕິເຄົາລົບກົດໝາຍ ແລະ ຄຳຕັດສິນຂອງສານ ທັງສືບຕໍ່ປະສານສົມທົບລະຫວ່າງ 4 ອົງການທີ່ມີຄວາມຮັບຜິດຊອບໃນການດຳເນີນຄະດີຕາມຂະບວນຍຸຕິທຳໃຫ້ປົກກະຕິ ແລະ ຕໍ່ເນື່ອງ.

ຂ່າວ: ບຸນທີ Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...