
ພິທີເປີດ ການກໍ່ສ້າງ ສະໜາມກິລາເບສບອນ ແຫ່ງທໍາອິດຂອງ ສປປ ລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນບ່າຍ ວັນຈັນ ທີ 22/07/2019. ການກໍສ້າງ ສະໜາມກິລາເບສບອນ ໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອໃຫ້ນັກກິລາໄດ້ຝຶກຊ້ອມ ແລະ ຈັດການແຂ່ງຂັນລະດັບຊາດ ແລະ ສາກົນ

ເຊິ່ງໄດ້ກໍານົດເອົາທາງດ້ານໃນ ຂອງສະໜາມກິລາແຫ່ງຊາດ ຫຼັກ 16 (ໃກ້ສະໜາມຍິງປືນ) ນະຄອນຫຼວງວຽງຈັນ. ໂດຍມີຊື່ຂອງສະໜາມວ່າ: Baseball Stadium Supported by DGB Financial Group ກໍສ້າງໃນເນື້ອທີ: 3 ຮຕ. ລວມມູນຄ່າການກໍ່ສ້າງທັງໝົດ: 265,000 ໂດລ້າສະຫະລັດ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກ DGB Financial Group (ສ. ເກົາຫຼີ)

ຫຼັງຈາກສ້າງສໍາເລັດແລ້ວ ແມ່ນຈະໄດ້ມອບໃຫ້ ສະຫະພັນ ເບສບອນ ແຫ່ງຊາດລາວ (Lao Baseball Federation) ເປັນຜູ້ບໍລິຫານ. ຄາດຫມາຍກໍ່ສ້າງສໍາເລັດ ທ້າຍເດືອນສິງຫາ 2019 ນີ້

ແຫຼ່ງຂໍ້ມູນ ແລະ ຮຸບພາບ: FM 90
Hits: 5