ປະຈຸບັນນີ້ ການຄ້າຂາຍຜ່ານທາງອອນລາຍ ຖືວ່າເຂົ້າມາມີບົດບາດກັບສັງຄົມບ້ານເຮົາຫຼາຍຂື້ນ. ການຄ້າຂາຍຜ່ານທາງອອນລາຍມີຈຸດດີຫຼາຍຢ່າງ ເປັນຕົ້ນແມ່ນມີຄວາມສະດວກສະບາຍ. ຜູ້ຂາຍກໍບໍ່ຈໍາເປັນຕ້ອງມີໜ້າຮ້ານ. ສາມາດເຮັດຄົນດຽວກໍໄດ້ແບບງ່າຍໆ ແລະ ທີ່ສໍາຄັນແມ່ນ ສາມາດໃຊ້ເວລາວ່າງຈາກການເຮັດວຽກປະຈໍາ ມາຂາຍເຄື່ອງອອນລາຍ ເພື່ອເພີ່ມລາຍຮັບອີກດ້ວຍ. ເຊິ່ງສິນຄ້າທີ່ເຮົາມັກເຫັນສ່ວນໃຫ່ຍ ແມ່ນປະເພດເສື້ອຜ້າ ເຄື່ອງສໍາອາງ ອຸປະກອນໄອທີ ແລະ ອື່ນໆ.
ມື້ນີ້ແອັດມິນໄດ້ເຫັນ ແມ່ຄ້າອອນລາຍຄົນໜື່ງ ທີ່ໄລສົດຜ່ານເຟສບຸກສ່ວນໂຕຄືກັບແມ່ຄ້າທົ່ວໄປ ແຕ່ ມີສິ່ງໜື່ງທີ່ແອັດມິນຫາກໍເຄີຍເຫັນຄັ້ງທຳອິດແມ່ນ ລາວໄລສົດຂາຍຫອຍຊາຍ. ເຊິ່ງແອັດມິນໄດ້ມີໂອກາດສອບຖາມລາວ ເລີຍຮູ້ວ່າ: ແມ່ຄ້າຄົນນີ້ມີວຽກເຮັດປະຈໍາຢູ່ລາວ ໂດຍໃຊ້ເວລາວ່າງຫຼັງຈາກເລີກວຽກ ແລ້ວໄປຂູດຫອຍຊາຍໃນແມ່ນໍ້າຂອງ ຫຼັງຈາກນັ້ນກໍໄດ້ມາໄລສົດຂາຍ ແລ້ວຈັດສົ່ງອີກມື້ຕໍ່ໄປ ໂດຍລາຄາສົ່ງແມ່ນ 10.000 ກີບ

ຢູ່ບ້ານເຮົາກໍຍັງມີອີກຫຼາຍໆຢ່າງທີ່ສາມາດ ເອົາມາຂາຍຜ່ານອອນລາຍໄດ້ ຂະໜາດຫອຍຊາຍຍັງສາມາດຂາຍອອນລາຍ ແລະ ຍັງເພີ່ມລາຍຮັບໃຫ້ແກ່ຄອບຄົວອີກດ້ວຍ.
Hits: 2