ປະຫວັດຄວາມເປັນມາ ຂອງ ບ້ານຕານປ່ຽວ

ທີ່ມາຂອງບ້ານ ຕານປ່ຽວ ແມ່ນສະໄໝເສິກຫໍ້ ການຜ່າຍແພ້ເສິກສົງຄາມຂອງເຈົ້ານ້ອຍເມືອງພວນ ທີ່ຈິງແລ້ວຊາວບ້ານຕານປ່ຽວແມ່ນຊາວພວນນັ້ນເອງໄດ້ອົບພະຍົບມາຈາກໜອງ ກະແສ ໃຕ້ປະເທດຈີນຍ້ອນການບຽດຍຶດຂອງກຸ່ມຄົນທີ່ມີອິດທິພົນເສິກສົງຄາມຫໍ້ໄດ້ທຳລາຍລ້າງເຂັນຂ້າປຸ້ນຈີ້,ຊາວພວນດັ່ງກ່າວໄດ້ພາກັນຍົກຍ້າຍໜີມາຕາມລ້ອງແມ່ນໍ້າຂອງຕອນເໜືອ ຄົນພວນດັ່ງກ່າວໄດ້ພາກັນແຍກກັນໄປພາກສ່ວນໜື່ງໄດ້ພາກັນເດີນທາງລຽບເລາະຕາມສາຍແມ່ນໍ້າຂອງ,ແລະຈຳນວນໜື່ງໄດ້ພາກັນແຕ່ງແພລົງມາລຽບຕາມລ້ອງແມ່ນໍ້າງື່ມ.

ຊາວພວນດັ່ງກ່າວໄດ້ພາກັນຢາຍກັນຕັ້ງຖີ່ນຖານຕາມແຄມແມ່ນໍ້າງື່ມແຕ່ເໜືອເຖີງໃຕ້ ລາວພວນຈຳນວນໜື່ງໄດ້ພາກັນຢຸດຢັ້ງຢູ່ດິນແດນທີ່ມີຊື່ວ່າບ້ານ ລີງສັ່ນ [ປະຈຸບັນບ້ານ ຫຼີ່ງຊັນ] ປະຊາຊົນຈຳນວນດັ່ງກ່າວບາງຄອບຄົວໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ,ບາງຄອບຄົວ ຫຼື ບາງບຸກຄົນກໍ່ໄດ້ພາກັນຍົກຍ້າຍຖີ່ນຖານມາຕັ້ງບ້ານເຮືອນແຖວ ບ້ານພະໂຄ,ບ້ານພະທາວ ,ບ້ານນາແພງ ,ບ້ານໂພນແກ້ວ ແລະ ບ້ານນານົກຂຸ້ມ [ລຽບຕາມສາຍພູເຂົາຄວາຍ].

ໃນໄລຍະນັ້ນປະຊາຊົນລາວພວນທີ່ໄດ້ມາຕັ້ງຖິ່ນຖານຢູ່ແຕ່ລະບ້ານ<ລະບຸໄວ້ຂ້າງເທີງ>ມີການຂະຫຍາຍກ່ຽວກັບ ພົນລະເມືອງ,ສ້າງເສດຖະກິດ,ວັດທະນະທຳແລະສັງຄົມ ,ສ້າງທຳມາຫາກິນ ,ເກັບເຄື່ອງປ່າຫາຂອງດົງ ເລີຍມາເຫັນດິນແດນໜື່ງທີ່ມີ ຄວາມອຸດົມສົມບູນ ຕິດກັບແມ່ນໍ້າງື່ມ ມີຫ້ວຍຮ່ອງຄອງບືງເໝາະສົມສຳລັບການດຳລົງຊີວີດ ຊາວພວນດັ່ງກ່າວ ຈື່ງໄດ້ອອກເຮືອນຊານມາເຮັດຮົ້ວ,ເຮັດສວນຢູ່ໃນເຂດດັ່ງກ່າວ <ຍັງບໍ່ປະກົດມີຊື່ບ້ານ>.

ຢູ່ຕໍ່ມາປະຊາຊົນດັ່ງກ່າວໄດ້ພົບເຫັນປ່າຕານດອນໜື່ງມີປະມານ7ຕົ້ນ. ໃນຈຳນວນ7ຕົ້ນ ມີຕົ້ນໜື່ງຫ່າງຈາກໝູ່ປະມານ9-11m ປາຍຂອງຕົ້ນຕານດັ່ງກ່າວໄດ້ເນີ້ງຂື້ນທາງທິດເໜືອ ຜູ້ເຖົ້າຜູ້ແກ່,ຜູ້ທີ່ເປັນເຈົ້າກົກເຈ້າເຫຼົ່າ ແລະ ຜູ້ທີ່ມາອາໄສຢູ່ກ່ອນໄດ້ພາກັນສັນນິຖານວ່າ ຕົ້ນຕານດັ່ງກ່າວແມ່ນແປກໝູ່ ເລີຍພ້ອມພຽງກັນໃສ່ຊື່ຫຼືຮ້ອງຂານ ເອີ້ນວ່າ ບ້ານຕານປ່ຽວ ຈົນມາຮອດປະຈຸບັນ.(ໝາຍຄວາມວ່າ ຕົ້ນຕານທີຢູ່ປ່ຽວ ຢູ່ຕົ້ນດຽວ)

ຜູ້ເຖົ້າຜູ້ແກ່ ບາງຄົນໄດ້ເວົ້າວ່າການສ້າງບ້ານຕານປ່ຽວ ແມ່ນມີ ພໍ່ຄ້າທີ່ມາຈາກພາກເໜືອມາຊ່ວຍສ້າງເເລະນຳສິນຄ້າມາແລກປ່ຽນຊື້ຂາຍຄື ພໍ່ຕູ້ ເຄ. ສັງເກດເບີ່ງວ່າຊາວບ້ານຕານປ່ຽວທີ່ມີເຊື້ອໂຄດຍາດວົງສາ ຈະມີຮົ້ວໄຮ່ນາສວນຍູ່ ແຖບ ພະໂຄ ພະທາວ ນາແພງ ແລະ ນານົກຂຸ້ມ ຍ້ອນມາຈາກການສືບເຊື້ອສາຍມາແຕ່ສະໄຫມກ່ອນສ້າງບ້ານ,ການລ້ຽງຜີບັນພະບຸລຸດຫລື ຫໍອ້າຍ ຫໍນ້ອງ

ບ້ານຕານປ່ຽວ ໄດ້ສ້າງມາຫຼາຍມາຫຼາຍສະຕະວັດແລ້ວລວມ370 ກ່ວາປີ ທັງໝົດນີ້ແມ່ນຂໍ້ມູນຈາກການບອກເລົ່າຂອງຄູບາອາຈານ,ຜູ້ເຖົ້າຜູ້ແກ່ ,ອາດີດເລຂາພັກບ້ານ-ນາຍບ້ານທ່ານ ສຸດສາຄອນ ວັນນາລີ (ບອກຂໍ້ມູນ ແລະ ທ່ານພໍ່ຕູ້ຊຽງມຸ່ງ ເລົ່າປະຫວັດ) ບອກສືບຕໍ່ກັນມາ.

ບ້ານຕານປ່ຽວ ເປັນບ້ານໜື່ງທີ່ມີປະຫວັດທີ່ມີມາຢ່າງຍາວນານ ແລະມູນເຊື້ອ ແຕ່ອາດີດຈົນມາຮອດ ປະຈຸບັນ ປະກອບມີສາມຄຸ້ມ ເໜືອ ໃຕ້ ໂພນເມັງ <ສາມວັດ>ປະຊາຊົນພາຍໃນບ້ານມີມູນເຊື້ອຂະຫຍັນໝັ່ນພຽນ ອອກແຮງເພີ່ມພູນຜະລິດຜົນ ປະກອບມີ ເລຂາພັກບ້ານ ນາຍບ້ານ ເຖົ້າແກ່ແນວໂຮມ ແລະ ອົງການຈັດຕັ້ງ ມະຫາຊົນ.

ທິດເໜືອ ຕິດກັບບ້ານຈຸ້ມ ແຈ້ງ ບ້ານຖີ່ນ, ທິດໃຕ້ ຕິດກັບ ບ້ານຫາດສວນ, ທິດຕາເວັນອອກຕິດກັບເຂດແດນບ້ານຂຸດສາມບາດ ບ້ານສຸກສາລາ
ທິດຕາເວັນຕົກ ຕິດກັບ ເຂດແດນບ້ານແສນດິນໂດຍມີແມ່ນໍ້າງື່ມ ເປັນເຂດແດນ.

ແຫຼ່ງຂໍ້ມູນ: facebook.com/ບ້ານຕານປ່ຽວ-1504638053174787/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...