Thursday, November 13, 2025
Kbank Laos โอน รับ จ่าย

ອະນຸກຳມະການຮັກສາຄວາມສະຫງົບຊາຍແດນທົ່ວໄປ ລາວ-ໄທລົງກວດກາຊາຍແດນຮ່ວມ ປະຈຳປີ 2019

 
ການກວດກາຂອບເຂດຮ່ວມ ຊາຍແດນລາວ-ໄທ ຂອງຄະນະ ອະນຸກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ, ໄທ- ລາວປະຈຳປີ 2019 ຢູ່ຊາຍແດນລະຫວ່າງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ແລະ ເມືອງຊຽງແສນ ແຂວງຊຽງຣາຍ ປະທດໄທ.

ເຊິ່ງຝ່າຍລາວນຳໂດຍ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ປະທານຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ແລະ ຝ່າຍໄທ ນຳໂດຍ ທ່ານ ພົນໂທ ຄຳຣົນ ເຄືຣອວິດຊະຍາຈານ ເຈົ້າກົມກິດຈະການຊາຍແດນທະຫານກອງທັບແຫ່ງຣາຊະອານາຈັກໄທ ປະທານຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ.

ການກວດກາຂອບເຂດຊາຍ ແດນຮ່ວມໃນຄັ້ງນີ້ທັງສອງຝ່າຍ ໄດ້ປຶກສາຫາລື ແລະ ລົງກວດກາຕົວຈິງ ເນື່ອງຈາກຂອບເຂດ ດັ່ງກ່າວມີບັນຫາຢາເສບຕິດ ແລະ ມີຄວາມຫຍຸ້ງຍາກໃນການປະຕິ ບັດຮ່ວມກັນ ເຊິ່ງສອງຝ່າຍໄດ້ ມອບໝາຍໜ້າທີ່ໃຫ້ສອງໜ່ວຍງານປະຈຳພື້ນທີ່ຂອງ ແຂວງບໍ່ແກ້ວ ກັບ ແຂວງຊຽງຣາຍ ຕາມບົດບັນ ທຶກກອງປະຊຸມຄະນະປະຕິບັດ ງານເພື່ອແກ້ໄຂຢາເສບຕິດຕາມ ຊາຍແດນ ລາວ-ໄທ ຄັ້ງທີ 2 ປີ 2019 ກ່ຽວກັບການປ້ອງກັນ ແລະ ປາບປາມຢາເສບຕິດຂອງ ແຕ່ລະຝ່າຍ ເຊິ່ງຈະເປັນປະໂຫຍດ ໃນການປະສານງານ ແລະ ແລກ ປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ຍັງ ເປັນການປາບປາມຢາເສບຕິດໃນ ແຕ່ລະຂອບເຂດອີກດ້ວຍ. 

ຄະນະຝ່າຍລາວກໍໄດ້ນຳພາ ຄະນະຝ່າຍໄທລົງກວດກາຕົວຈິງ ທີ່ບໍລິເວນ ທ່າເຮືອເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເຂົ້າຢ້ຽມ ຢາມສູນປະສານງານປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມ ລາວ-ຈີນ ເພື່ອຮັບຟັງການສະຫຼຸບ ລາຍງານເຖິງການປະຕິບັດການ ລາດຕະເວນຮ່ວມ 4 ຝ່າຍ ລາວ,ໄທ, ຈີນ, ມຽນມາ ຕໍ່ການດຳເນີນງານໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມລຳແມ່ນໍ້າ ຂອງທາງຕອນເໜືອ ຂອງແຂວງບໍ່ແກ້ວ ແລະ ໃນວັນຕໍ່ມາຄະນະທັງສອງຝ່າຍກໍໄດ້ເດີນທາງໄປ ເມືອງຊຽງແສນ ແຂວງຊຽງຣາຍ ຣາຊະອານາຈັກໄທ.

ເພື່ອເຂົ້າຮ່ວມ ກອງປະຊຸມຂອງຄະນະອະນຸກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ໄທ ທັງສອງຝ່າຍກໍ ໄດ້ສະເໜີຜົນຂອງການກວດກາ ພື້ນທີ່ຮ່ວມໃນຄັ້ງນີ້ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຮັບຊາບ ເພື່ອໃຊ້ເປັນຂໍ້ມູນໃນການຮ່ວມມື ແນ່ໃສ່ເຮັດ ໃຫ້ຊາຍແດນທັງສອງປະເທດມີ ຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍ ແລະ ໝັ້ນຄົງ, ມີສະຖຽນລະພາບອັນຈະນຳໄປສູ່ ຄວາມຜາສຸກຂອງປະຊາຊົນທັງ ສອງປະເທດ ແລະ ໃນພິທີກໍໄດ້ມີ ການລົງນາມໃນບົດບັນທຶກກອງ ປະຊຸມຕື່ມອີກ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.