
“ເຝີ” ຖືວ່າເປັນອາຫານຍອດນິຍົມຂອງຄົນລາວເລີຍກໍວ່າໄດ້ ເພາະເປັນອາຫານທີ່ກິນງ່າຍ ເໝາະສໍາລັບເວລາຮີບດ່ວນ. ເຝີ ຈະມີຫຼາຍປະເພດ ເຊັ່ນ: ເຝີຊີ້ນງົວ, ຊີ້ນໄກ່ ຫຼື ໝູ ແລ້ວແຕ່ຜູ້ມັກ. ໃນບ້ານເຮົາທຸກມື້ນີ້ ກໍມີຮ້ານເຝີຫຼາຍໆຮ້ານ ແລະ ແຕ່ລະຮ້ານກໍມີເອກະລັກ ຫຼື ຈຸດຂາຍຂອງໃຜຂອງລາວ. ມື້ນີ້ ອິນໄຊລາວ ເລີຍຈະພາທຸກຄົນໄປຮູ້ຈັກກັບ ຮ້ານເຝີ ຮ້ານໜື່ງ ທີ່ມີຈຸດເດັ່ນຕ່າງຈາກຮ້ານອື່ນຄື: ການແລບ ຫຼື ແລບເປີ້


ເຈົ້າຂອງຮ້ານໄດ້ເລົ່າໃຫ້ຟັງວ່າ: ສາເຫດທີ່ໃສ່ຊື່ວ່າຮ້ານວ່າ ເຝີ ແມ່ຕູ້ຄອນ ເດິແລບເປີ້ ກໍຍ້ອນວ່າ ແມ່ຂອງຂ້າພະເຈົ້າ ຊື່ວ່າ ແມ່ຄອນ ແລະ ຂ້າພະເຈົ້າເອງກໍມັກ ໃນການແລບ ຫຼື ເອີ້ນອີກຢ່າງວ່າ ເວົ້າໄວ ເລີຍເອົາຊື່ແມ່ບວກກັບຄວາມມັກສ່ວນໂຕ ໄດ້ເປັນຊື່ຮ້ານ.

ນອກຈາການແລບແລ້ວ ຮ້ານນີ້ຍັງບໍລິການວ່ອງໄວ ແລະ ທີ່ສໍາຄັນແມ່ນເລື່ອງຂອງລົດຊາດ ມີເອກະລັກເປັນຂອງໂຕເອງ ແຖມໄດ້ຫຼາຍອີກດ້ວຍ. ຖືວ່າເປັນຮ້ານໜື່ງທີ່ແອັດມິນແນະນໍາໃຫ້ໄປກິນລອງເບິ່ງເດີ້. ຮ້ານຂອງເພີ່ນຕັ້ງຢູ່ບ້ານສະພານທອງໃຕ້ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ (ໜ້າວັດສະພານທອງໃຕ້ເດີ້)
Hits: 92