ແຈ້ງເຕືອນພາຍຸໄຕ້ຝຸ່ນມັງຄຸດ ຈາກກົມອຸຕຸນິຍົມແລະອຸທົກກະສາດເຮັດໃຫ້ແຂວງພາກເໜືອຂອງປະເທດລາວ ຖືກຜົນກະທົບໄປດ້ວຍ
Cr.ກົມອຸຕຸນິຍົມແລະອຸທົກກະສາດ
ໂຄວິດ-19 ກຳລັງລະບາດໃນຫຼາຍປະເທດ ລວມທັງ ສປປ ລາວ ເຮົາ, ທີ່ຫາກໍ່ພົບຜູ້ຕິດເຊື້ອ 2 ຄົນທຳອິດ ແລະ ການຫຼຸດຄວາມສ່ຽງໄດ້ຫຼາຍທີ່ສຸດ ແມ່ນການຢູ່ຫ່າງກັນຂອງຄົນໃນສັງຄົມ (Social Distancing)
ມື້ນີ້ອິນໄຊລາວ ເລີຍນຳເອົາຂໍ້ດີຂອງການຫ່າງກັນຊົ່ວຄາວຂອງຄູ່ຮັກຫຼື ຄົນທີ່ເປັນແຟນກັນມາຝາກບ່າວໆສາວໆ ທີ່ຈະຕ້ອງຢູ່ຫ່າງກັນໃນຊ່ວງນີ້. ມາເບິ່ງນຳກັນເລີຍວ່າຂໍ້ດີຂອງການຢູ່ຫ່າງກັນມີຫຍັງແດ່ ?
1. ຈະເຮັດໃຫ້ຮູ້ຈັກກັນດີຂຶ້ນ ເຖິງວ່າຄູ່ຮັກຈະທີ່ຢູ່ຫ່າງກັນ ຈະມີໂອກາດໄດ້ລົມກັນໜ້ອຍທີ່ສຸດ, ແຕ່ການລົມກັນນັ້ນ ແມ່ນມີຄວາມໝາຍແລະ ຊ່ວຍພັດທະນາຄວາມສຳພັນໄດ້ຫຼາຍຂຶ້ນ
2. ມີໂອກາດນ້ອຍທີ່ຈະຮັກກັນພຽງເພາະຫລົງໃນກາມມະລົມ, ຄວາມຮັກໄລຍະໄກ ມີພື້ນມາຈາກຄວາມຮູ້ສຶກ ຄວາມລຶ້ງເຄີຍ ຫຼາຍກວ່າຄວາມຮູ້ສຶກທາງກາຍ
3. ໄລຍະຫ່າງເປັນເຄື່ອງທົດສອບຄວາມເຊື່ອໃຈ, ຄວາມຮັກໄລຍະໄກ ຈະເຮັດໃຫ້ຮູ້ຈັກການປະເຊີນໜ້າກັບຄວາມບໍ່ໝັ້ນຄົງ ເຊິ່ງມັນຈະເຮັດໃຫ້ໄດ້ຝຶກ ຄວາມເຊື່ອໃຈ ແລະ ຊື່ສັດໃນຄວາມຮັກ
4. ຈະໄດ້ຮຽນຮູ້ວິທີການສື່ສານ ແລະ ການແກ້ບັນຫາຄວາມຂັດແຍ່ງໄດ້ດີ, ຄວາມຮັກໄລຍະໄກ ສິ່ງທີ່ເຈົ້າເຮັດສ່ວນໃຫ່ຍແມ່ນການສື່ສານເຊິ່ງຂະບວນການນີ້ ເຈົ້າຈະໄດ້ຝຶກການສົນທະນາກັນແບບເລິກເຊິ່ງ ສ້າງທັກສະໃນການສື່ສານ ແຕ່ເຖິງຈະລົມກັນດີປານໃດ ກໍ່ອາດຈະມີຜິດຖຽງກັນແດ່ ເຊິ່ງທັກສະການສື່ສານນັ້ນຈະເຮັດໃຫ້ເຈົ້າແກ້ໄຂບັນຫາຕ່າງໆໄດ້
5. ຈະເຫັນຄຸນຄ່າຂອງການໃຊ້ເວລາຮ່ວມກັນ ການທີ່ເຈົ້າໄດ້ມີໂອກາດພົບເຫັນກັນໄດ້ນ້ອຍ ຈະເຮັດໃຫ້ເຈົ້າໄດ້ເຫັນຄຸນຄ່າຂອງການໃຊ້ເວລາຢູ່ຮ່ວມກັນ ເຈົ້າຈະໄດ້ຮຽນຮູ້ທີ່ຈະເຫັນຄຸນຄ່າຂອງທຸກໆເວລາທີ່ໃຊ້ຮ່ວມກັບຄົນຮັກ ແລະ ສິ່ງນີ້ຈະເປັນສິ່ງທີ່ຊ່ວຍໃຫ້ຄວາມຮັກຍາວນານ
6. ຈະໄດ້ສ້າງຄວາມຊົງຈຳທີ່ພິເສດ ເຖິງວ່າບາງເລື່ອງຈະເປັນເລື່ອງເລັກໆນ້ອຍໆກໍ່ຕາມ ເຊິ່ງຄວາມຊົງຈໍາເຫຼົ່ານີ້ຈະເປັນພະລັງທີ່ສໍາຄັນແລະ ຍິ່ງໃຫ່ຍໃນຄວາມຮັກຂອງເຈົ້າ
7. ຈະໄດ້ຝຶກຄວາມອົດທົນ ຄວາມຮັກທີ່ມີໄລຍະ ແມ່ນຖືກອອກແບບມາເພື່ອຄວາມອົດທົນ ເຊິ່ງຄວາມອົດທົນເປັນທັກສະຂອງຊີວິດທີ່ດີແລະ ມີປະສິດຕິພາບ ແລະ ເມື່ອເຈົ້າມີຄວາມອົດທົນແລ້ວ ມັນບໍ່ພຽງແຕ່ຊ່ວຍເລື່ອງຄວາມອົດທົນເທົ່ານັ້ນ ແຕ່ຍັງຊ່ວຍພັດທະນາທຸກໆດ້ານຂອງໂຕເຈົ້າອີກດ້ວຍ
8. ຈະມີເວລາຫຼາຍຂຶ້ນ ເພື່ອເຮັດໃນສິ່ງທີ່ສົນໃຈ, ໃນຄວາມຮັກໄລຍໄກ ຈະເຮັດໃຫ້ເຈົ້າມີເວລາຫຼາຍຂຶ້ນ ມີອິດສະຫຼະ ທີ່ຈະໃຊ້ເວລາ ໃນການອ່ານໜັງສື ເບິ່ງຮູບເງົາທີ່ມັກ ຫຼື ຮຽນຮູ້ໃນສິ່ງທີ່ສົນໃຈ ພຽງແຕ່ສິ່ງທີ່ເຈົ້າເຮັດນັ້ນ ບໍ່ເປັນການທໍລະຍົດຕໍ່ຄົນຮັກ
9. ຈະໄດ້ພັດທະນາທັກສະການເບິ່ງແຍງໂຕເອງ, ເຈົ້າຈະສາມາດຊ່ວຍເຫຼືອໂຕເອງໄດ້ ບໍ່ວ່າຈະເປັນເລື່ອງໃດ, ແຕ່ຖ້າເຈົ້າຮູ້ສຶກບໍ່ໄຫວຕອນນັ້ນຈະເຮັດໃຫ້ເຈົ້າເຫັນຄຸນຄ່າຂອງຄູ່ຮັກ
10. ຈະກາຍເປັນຄົນທີ່ຫມັ້ນຄົງ ຄູ່ຮັກຫຼາຍໆຄູ່ ຕ້ອງພະຍາຍາມຢ່າງໜັກ ເພື່ອປະເຊີນໜ້າກັບບັນຫາຕ່າງໆນຳກັນ ເຮັດໃຫ້ເຫັນເຖິງຄວາມສຳຄັນຂອງກັນແລະກັນ ສ້າງຄວາມສຳພັນທີ່ແໜ້ນແກ່ນ ແລະ ໝັ້ນຄົງ
ນອກຈາກນີ້ແລ້ວ, ການຢູ່ຫ່າງກັນຂອງຄົນໃນສັງຄົມ ບໍ່ວ່າຈະເປັນແຟນກັນ ເປັນຫມູ່ກັນ ຫຼື ເພື່ອນຮ່ວມງານກັນ ຈະຊ່ວຍໃຫ້ຫຼຸດຜ່ອນຄວາມສ່ຽງທີ່ຈະຕິດພະຍາດໂຄວິດ-19 ແລະ ຍັງໄດ້ສ້າງຄວາມສຳພັນອັນດີຂຶ້ນອີກດ້ວຍ
ທ່ານ ຄຳພອນ ພິມມະລາດ ຮອງເຈົ້າເມືອງໆແບງ, ປະທານຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ແຂວງອຸດົມໄຊ ໃຫ້ຮູ້ວ່າ:
ຜົນເສຍຫາຍຈາກສະພາບຝົນຕົກໜັກນ້ຳຖ້ວມຢູ່ເມືອງແບງ ເລີ່ມແຕ່ເວລາ 5:00-8:00 ໂມງ ຂອງວັນທີ 17 ສິງຫາ 2019 ຜ່ານມາ ມີບ້ານທີ່ໄດ້ຮັບຜົນກະທົບ 5 ບ້ານຄື:
ບ້ານຫ້ວຍ, ຫ້ວຍລາ, ທ່າກາດ ແລະ ບ້ານແບງຫຼວງ...
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.