ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄະດີປຸ້ນຮ້ານຄໍາແມ່ທອງພູ ທີ່ຖືກຄົນຮ້າຍປຸ້ນເອົາຄໍາຮູບປະພັນ ໄປທັງໝົດ 437 ບາດ.​ ຫຼັງຈາກນັ້ນ ເຈົ້າໜ້າທີ່ສາມາດຈັບໂຕຜູ້ຕ້ອງຫາທີ່ກ່ຽວຂ້ອງກັບຄະດີໄດ້ແລ້ວ 3 ຄົນ ໄດ້ຄໍາຄືນ 202 ບາດ ເຊິ່ງຄໍາຈໍານວນນີ້ແມ່ນ ຄົນຮ້າຍໄດ້ນໍາເອົາ ໃສ່ໄຫ ແລ້ວຝັງດິນໄວ້ ໃນສວນຂອງແມ່ເຖົ້າ ຈໍານວນ 200ບາດ ແລະ ອີກ 2 ບາດແມ່ນ ຜູ້ຕ້ອງຄະດີໄດ້ແບ່ງໄປຂາຍ ເພື່ອໃຊ້ເປັນຄ່າເດີນທາງໃນການຫຼົບໜີ

ສໍາລັບຜູ້ຕ້ອງຄະດີ 2 ຄົນ ມີຊື່ວ່າ:​ ທ້າວ ເຣື່ອງສັກ ພັນທອງ ແລະ ທ້າວ ໄຊມຸງຄຸນ ໃຈບຸນອຸປະຖໍາ ເຊິ່ງທັງ 2 ເປັນຄົນກໍ່ເຫດ. ຕໍາຫຼວດໄທເຊື້ອວ່າໂຈນໄດ້ເອົາ ຄໍາທີ່ເຫຼືອ ນໍ້າໜັກຫຼາຍກວ່າ 200 ບາດ ຫຼົບໜີເຂົ້າມາປະເທດລາວ ແລະ ຄາດວ່າຈະມາພັກທີ່ບ້ານຂອງເມຍ ຂອງຜູ້ຕ້ອງຄະດີທີ່ຊື່ວ່າ: ເຣື່ອງສັກ

ເຈົ້າໜ້າທີ່ທາງການໄທກໍໄດ້ ເດີນທາງຂ້າມມາ ສປປ ລາວ ເພື່ອປະສານຂໍຄວາມຮ່ວມມືກັບທາງການລາວ ຊ່ວຍຈັບຄົນຮ້າຍ 2 ຄົນ ທີ່ປຸ້ນຮ້ານຄໍາທີ່ ຂອນແກ່ນ ຫຼັງຈາກສືບຮູ້ວ່າໄດ້ຫຼົບໜີມາ ສປປ ລາວ. ພ້ອມກັນນີ້ ເຈົ້າໜ້າທີ່ກໍໄດ້ເຂັ້ມງວດໃນການກວດຄົນ ແລະ ລົດ ທີ່ອອກ-ເຂົ້າເມືອງ ຜ່ານດ່ານຂົວມິດຕະພາບແຫ່ງທີ່ 1

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: MGR ONLINE

ຮູບພາບຈາກ: ກຳພົນ ທີວີ – ອີ່ຈັນ – Ake Srisuwan

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້