Monday, May 19, 2025
Kbank Laos โอน รับ จ่าย

ໂຮງໝໍມະໂຫສົດ ພ້ອມຮັບມືຜູ້ປ່ວຍໄຂ້ຍຸງ ມີແລ້ວພັນກວ່າກໍລະນີ

ພະຍາດໄຂ້ຍຸງລາຍເປັນເຊື້ອພະຍາດທີ່ຮ້າຍແຮງຕໍ່ຊີວິດໃນປະຈຸບັນແມ່ນມີການລະບາດທີ່ມີໂຕເລກສູງກວ່າປີທີ່ຜ່ານມາຕໍ່ກັບສະພາບດັ່ງກ່າວສະເພາະໂຮງໝໍມະໂຫສົດນະ ຄອນຫຼວງວຽງຈັນ ແມ່ນໄດ້ກຽມຄວາມພ້ອມຮັບມືການປິ່ນປົວ ແລະຕິດຕາມເຝົ້າລະວັງຫຼາຍດ້ານເພື່ອບໍ່ໃຫ້ເຊື້ອພະຍາດນີ້ມີການລະບາດອອກຕື່ມສຳລັບປີ 2019 ມີຜູ້ປ່ວຍພະຍາດໄຂ້ຍຸງເຂົ້າມາປິ່ນປົວຫຼາຍກວ່າ 1 ກວ່າພັນກໍລະນີໃນນັ້ນເດັກນ້ອຍ 472 ກໍລະນີ.

ທ່ານ ນາງ ວາລີ ແກ້ວຫຼວງໂຄດ ປະທານສະມາຄົມແພດພາຍໃນລາວ ແລະເປັນຫົວໜ້າພະແນກຊຶມເຊື້ອເຂດຮ້ອນໂຮງໝໍມະໂຫສົດໃຫ້ສຳພາດວ່າ: ເລີ່ມແຕ່ເດືອນພຶດສະພາ 2019 ມີຄົນ ປ່ວຍພະຍາດໄຂ້ຍຸງລາຍເຂົ້າມາປິ່ນປົວເພີ່ມຂຶ້ນເລື້ອຍໆຈົນຮອດເດືອນກໍລະກົດ ມີຈໍານວນຄົນເຈັບເຖິງ 1 ພັນກວ່າກໍລະນີ ໃນນັ້ນມີເດັກນ້ອຍ 472 ກໍລະນີ ເສຍຊີວິດ 2 ກໍລະນີ ຊຶ່ງເປັນໂຕເລກທີ່ສູງກວ່າໝົດ ປີ 2017 ແລະ 2018.

ທ່ານກ່າວຕື່ມອີກວ່າ: ພະຍາດໄຂ້ຍຸງລາຍສາມາດເກີດຂຶ້ນໄດ້ຕະຫຼອດປີແຕ່ສະເພາະຢູ່ໃນບ້ານເຮົາເປັນເຂດອາກາດຮ້ອນມັກຈະພົບເຫັນກໍລະນີເກີດຂຶ້ນຫຼາຍໃນຊ່ວງລະດູຝົນ ນອກຈາກພະຍາດໄຂ້ຍຸງລາຍແລ້ວຍັງອີກຫຼາຍມີພະຍາດລະບາດຕາມລະດູການເຊັ່ນ: ພະຍາດຖອກທ້ອງ, ພະຍາດໄຂ້ທໍລະພິດ, ພະຍາດໝາກແດງ, ພະຍາດຍ່ຽວໜູ ແລະພະຍາດອື່ນໆທີ່ເປັນພະຍາດຕາມລະດູການ.

ປະຈຸບັນ ໂຮງໝໍມະໂຫສົດແມ່ນໄດ້ກຽມຄວາມພ້ອມຮັບມືການປິ່ນປົວ ແລະຕິດຕາມເຝົ້າລະວັງກັບພະຍາດທີ່ພວມລະບາດນີ້ຫຼາຍດ້ານເຊັ່ນ: ພະແນກຊຶມເຊື້ອເມື່ອກ່ອນມີ 12 ຕຽງແມ່ນໄດ້ເພີ່ມຂະຫຍາຍຂຶ້ນມາເປັນ 40 ຕຽງ, ເມື່ອເກີດກໍລະນີມີຄົນເຈັບລົ້ນພະແນກກໍຈະນໍາໄປຝາກໄປກັບພະແນກອື່ນໆທີ່ເປັນພະແນກເປີດພ້ອມມີທີມງານແພດໝໍຕິດຕາມຢ່າງໃກ້ຊິດດ້ວຍການກວດກາບົ່ງມະຕິພ້ອມທັງການປິ່ນປົວແຕ່ດ້ວຍສະພາບໂຮງໝໍພວກເຮົາກໍາລັງມີການສ້ອມແປງເມື່ອມີຄົນເຈັບອາການບໍ່ໜັກຈະບໍ່ໃຫ້ນອນໂຮງໝໍແຕ່ທີມແພດໝໍກໍໄດ້ແນະນໍາໃຫ້ຄົນເຈັບທ່ຽວມາຕິດຕາມກວດເລືອດ ແລະແນະນໍາໃຫ້ປະຕິດບັດຕາມແພດບອກ.

ນອກຈາກນີ້ຍັງໄດ້ແນະນໍາວິທີການປ້ອງກັນຕ້ອງອະນາໄມເຮືອນຊານ 3 ສະອາດ, ປະຕິບັດ 5 ປ ແລະແນະນຳໃຫ້ປະຊາຊົນທຸກຄົນເປັນເຈົ້າການຮັກສາໄລຍະທີ່ເປັນໄຂ້ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່ໃຫ້ມາພົບແພດໝໍໃນກວດກາບົ່ງມະຕິຊັດເຈນເພື່ອຈະໄດ້ຮັບການປິ່ນປົວທີ່ຖືກຕ້ອງ ແລະບໍ່ໃຫ້ໄປຊື້ຢາກິນເອງໂດຍບໍ່ມີໃບສັ່ງຈາກແພດ.

ທ່ານ ນາງ ດຣ ວາລີ ແກ້ວຫຼວງໂຄດ ໄດ້ກ່າວຕື່ມອີກວ່າ: ໂຮງໝໍມະໂຫສົດເປັນໂຮງໝໍສູນກາງພວກເຮົາກໍໄດ້ປະກອບສ່ວນແບ່ງທີມງານທັງບັນດາອາຈານ ແລະແພດໝໍຜູ້ຊຽວຊານລົງຕິດຕາມ, ປິ່ນປົວ ແລະເບິ່ງແຍງຮັກສາຄົນເຈັບທີ່ເປັນໄຂ້ຍຸງລາຍແຕ່ລະແຂວງທີ່ມີຄວາມສ່ຽງສູງເຊັ່ນ: ຈໍາປາສັກ, ສະຫວັນນະເຂດ, ສາລາວັນ ແລະ ແຂວງອື່ນໆ ເພື່ອຊ່ວຍບົ່ງມະຕິໃນການຄຸມຄອງກໍລະນີພະຍາດໄຂ້ຍຸງລາຍໃຫ້ເໝາະສົມ ແລະເພື່ອຫຼຸດຜ່ອນອັດຕາການຕາຍຕາມທິດຂອງກະຊວງສາທາລະນະສຸກ.

ແຫຼ່ງຂໍ້ມູນ: ແພງຕາ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້