
ໃນວັນທີ 26 ກໍລະກົດ 2019 ທີຜ່ານມານີ້, ທີ່ດ່ານທ້ອງຖິ່ນປາງມອນ ເມືອງຄອບ ແຂວງ ໄຊຍະບູລີ ໄດ້ມີພິທີມອບ – ຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການ ສໍາລັບເສັ້ນທາງແຕ່ເມືອງຄອບ ປາກຄອບ-ບ້ານກ້ອນຕື້ນ ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ຫາ ບ້ານຮວກ ອໍາເພີພູຊາງ ຈັງຫວັດພະເຍົາ ຣາຊະອານາຈັກໄທ ແລະ ເສັ້ນທາງແຕ່ເມືອງຊຽງຮ່ອນ ຫາ ເມືອງຄອບ ພາຍໃນແຂວງໄຊຍະບູລີ
ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ, ທ່ານ ກຽດຕິກຸນ ຊາດປະເສີດ ເອກອັກຄະລັດຖະທູດໄທ ປະຈຳ ສປປລາວ ແລະ ທ່ານ ພິລະເມດ ວຸດທິທອນທິລັກ ປະທານອົງການນີດາ ແຫ່ງຣາຊະອານາຈັກໄທ. ບັນດາການນຳອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ພ້ອມດ້ວຍແຂກທີ່ຖຶກເຊີນທັງລາວ ແລະ ໄທຈຳນວນຫລາຍ ກໍ່ໄດ້ເຂົ້າຮ່ວມເຊັ່ນກັນ.

ໃນພິທີດັ່ງກ່າວ, ທ່ານ ແພງ ດວງເງິນ, ຫົວໜ້າກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂື້ນຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາ ແລະ ຂໍ້ມູນຂອງໂຄງການ ຊຶ່ງທ່ານໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງແຕ່ ເມືອງຄອບ/ປາກຄອບ – ບ້ານກ້ອນຕື້ນ, ແຂວງໄຊຍະບູລີ ແລະ ແຂວງ ບໍ່ແກ້ວ ຫາບ້ານຮວກ, ອໍາເພີພູຊາງ, ຈັງຫວັດພະເຍົາ, ຣາຊະອານາຈັກໄທ ພ້ອມທັງ ໂຄງການກໍ່ສ້າງທາງແຕ່ເມືອງຊຽງຮ່ອນ ຫາ ເມືອງຄອບ, ແຂວງ ໄຊຍະບູລີ ເປັນໂຄງການບໍລິມະສິດຂອງລັດຖະບານລາວ ທີ່ນອນຢູ່ໃນແຜນຍຸດທະສາດ ກໍ່ຄື ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ່ 7 ແຫ່ງລັດ, ການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນ ເປັນທາງຊັ້ນ 4 ຕາມມາດຕະຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ຊຶ່ງໂຄງສ້າງຂອງທາງປະກອບມີ: ຊັ້ນຍົກລະດັບ, ຊັ້ນວັດສະດຸຄັດເລືອກໜາ 20 ຊັງຕີແມັດ, ຊັ້ນຮອງພື້ນທາງ ໜາ 20 ຊັງຕີແມັດ, ຊັ້ນທາງປູດ້ວຍຫີນຂົບໜາ 20 ຊັງຕີແມັດ, ຄວາມກ້ວາງໜ້າທາງ 8 ຫາ 9 ແມັດ, ປູຢາງ 2 ຊັ້ນ ແລະ ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ.

ລັດຖະບານແຫ່ງລາຊະອານາຈັກໄທ ໄດ້ຕົກລົງໃຫ້ການສະໜັບສະໜູນເງິນກູ້ ແລະ ໃຫ້ການຊ່ວຍເຫຼື່ອລ້າ ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການນີດາ ແຫ່ງປະເທດໄທ.
ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນນອນຢູ່ໃນເສັ້ນທາງຫຼວງຂອງແຂວງ ເລກທີ 3603, ໂດຍໄດ້ແບ່ງອອກ ສອງສັນຍາຄື: ສັນຍາທີ 1 ເລີ່ມແຕ່ບ້ານຮວກ, ອໍາເພີພູຊາງ ຈັງຫວັດພະເຍົາ, ລາຊະອານາຈັກໄທ – ເມືອງຄອບ/ປາກຄອບ – ບ້ານກ້ອນຕື້ນ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ, ມີລວງຍາວທັງໝົດ 54 ກິໂລແມັດ, ໃນນີ້ປະກອບມີເສັ້ນທາງສາຍຫຼັກຍາວ 44,5 ກິໂລແມັດ, ປັບປຸງເສັ້ນທາງພາຍໃນເທດສະບານເມືອງຄອບ 7,5 ກິໂລແມັດ ແລະ ກໍ່ສ້າງທາງແຍກໄປຫາ ທ່າເຮືອປາກຄອບ 2 ກິໂລແມັດ, ພ້ອມທັງຕິດຕັ້ງໄຟເຍືອງທາງບາງຊ່ວງ. ມູນຄ່າຂອງການກໍ່ສ້າງເສັ້ນທາງສັນຍາທີ 1 ແມ່ນ 656,999,000 ບາດ ຫຼື ປະມານ 188 ຕື້ກີບ

ສັນຍາທີ 2 ແມ່ນເລີ່ມຈາກ ເມືອງຊຽງຮ່ອນ – ເມືອງຄອບ ແຂວງໄຊຍະບູລີ; ເສັ້ນທາງມີໄລຍະທາງ 56 ກີໂລແມັດ ໃນນັ້ນມີເສັ້ນທາງສາຍຫຼັກຍາວ 45 ກີໂລແມັດ, ແລະ ປັບປຸງເສັ້ນທາງພາຍໃນເທດສະບານເມືອງຊຽງຮ່ອນ 11 ກີໂລແມັດ. ສໍາລັບມູນຄ່າການກໍ່ສ້າງຕາມສັນຍາແມ່ນ 612,995,000 ບາດ, ຫຼື ປະມານ 175 ຕື້ກີບ
ໂຄງການດັ່ງກ່າວ ແມ່ນກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງປະເທດລາວ ເປັນເຈົ້າຂອງໂຄງການ ແລະ ມີບໍລິສັດ ເອຊ່ຽນ ເອັນຈີເນັຍລິງ ຄອນຊາວຕານຈໍາກັດແຫ່ງປະເທດໄທ ຮ່ວມກັບ ລັດວິສະຫະກິດວິສະວະກໍາຄົມມະນາຄົມແຫ່ງປະເທດລາວ ເປັນທີ່ປືກສາ ແລະ ຄຸມງານກໍ່ສ້າງໃຫ້, ໂດຍມີໄລຍະປະຕິບັດສັນຍາແມ່ນ 30 ເດືອນຈຶ່ງສໍາເລັດ.
ຂໍ້ມູນ ແລະ ຮູບພາບ: Lao National Radio
Hits: 2