ວັນນະໂລກເປັນພະຍາດໜຶ່ງທ່ີພວມຂົ່ມຂູ່ແຮງຕໍ່ມວນມະນຸດ, ທົ່ວໂລກມີຜູ້ຕິດເຊື້ອເຖິງ 2 ຕື້ຄົນ, ເທົ່າກັບ 1/3 ປະຊາກອນຂອງໂລກ, ທົ່ວໂລກມີຜູ້ເປັນວັນນະໂລກແລ້ວ 8 ລ້ານຄົນ ແລະ ເສຍຊີວິດ 3 ລ້ານຄົນ/ປີ.
ໃນ ສປປ ລາວ ກໍ່ຍັງມີຜູ້ຕິດເຊື້ອພະຍາດນີ້ບໍ່ໜ້ອຍ. ຕາມສະຖິຕິ ປີ 2011 ໃຫ້ຮູ້ວ່າມີຜູ້ຕິດເຊື້ອປະມານ 4.000 ຄົນ/ປີ ແລະ ກວດພົບເຊື້ອແລ້ວ 3.000 ຄົນ.
ການປິ່ນປົວວັນນະໂລກມມີ 2 ທາງເລືອກ ການນຳໃຊ້ຢາຫຼວງເຊັ່ນ isoniazid, rifampin, pyrazinamide ແລະ ethambutol, ເຖິງວ່າບໍ່ໄດ້ເສຍຄ່າ ແຕ່ລາຄາຢາແມ່ນສູງຫຼາຍເຊື້ອທ່ອນວັນນະໂລກ Mycobacterium tuberculosis ມັກຈະລື້ງຢາ.
ດັ່ງນັ້ນ, ນັກວິທະຍາສາດຈຶ່ງຫັນມາຄົ້ນຄ້ວານໍາໃຊ້ຢາຈາກພືດ. ສປປ ລາວ ມີມູນເຊື້ອດ້ານການນຳໃຊ້ຢາພື້ນ ເມືອງ ແລະ ມີຄວາມອຸດົມຮັ່ງມີດ້ານຊີວະນາໆພັນທ່ີເປັນຢາ. ໜັງສືໃບລານລາວໄດ້ນຳໃຊ້ມາຕັ້ງແຕ່ສະໄໝ ຄສ. 1400s. ໄດ້ຂຽນໄວ້ໃນໃບລານ
ໄດ້ຖືກເກັບຮັກສາໄວ້ຕາມສະຖານທີ່ຕ່າງໆເຊັ່ນ: ໃນຊຸມຊົນ, ຕາມວັດວາອາຣາມ, ຫ້ອງສະມຸດແຫ່ງຊາດ ແລະ ສະຖາບັນການແພດ ແລະ ການຢາພື້ນເມືອງລາວ. ສະຖາບັນການແພດ ແລະ ການຢາພື້ນເມືອງລາວໄດ້ມີຄວາມພະຍາຍາມສຶກສາຕຳລາໜັງສືເກົ່າແກ່ທີ່ບັນພະບຸລຸດໄດ້ນຳໃຊ້ຕົວຈິງ ເພື່ອມາຮັບໃຊ້ແກ່ສັງຄົມ.
ເປົ້າໝາຍແມ່ນສຶກສາພະຍາດຊ້ຳເຮືອ ແລະ ປົວຍາກໃນນັ້ນມີວັນນະໂລກ ແລະ ພະຍາດອື່ນໆທີ່ຮ້າຍແຮງ. ການຄົ້ນຄ້ວາໄດ້ມີການຮ່ວມກັບສະຖາບັນການສຶກສາທາງເພສັດສາດຕ່າງປະເທດ
ແຫຼ່ງຂໍ້ມູນ: ພາເຂົ້າລາວ
https://www.phakhaolao.la/stories/ການນຳໃຊ້ຢາພື້ນເມືອງລາວເລີ່ມຕົ້ນແຕ່ເມື່ອໃດ