ຂໍຂອບໃຈນຳຜູ້ສະໜັບສະໜູນ

ກົມ ອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເລກທີ 1082/ກອຕທ ນະຄອນຫຼວງວຽງຈັນ, ວັນທີ 31 ກໍລະກົດ 2019 . ໂດຍມີເນື້ອໃນດັ່ງນີ້:

ໃນໄລຍະວັນທີ 31 ກໍລະກົດ 2019 ຫາ 04 ສິງຫາ 2019 ພາຍຸໝຸນເຂດຮ້ອນ ວິພາ (Wipha) ຫົວທີ່ 07 ປະຈໍາປີ 2019 ຊຶ່ງໃນເວລາ  09 ໂມງເຊົ້າ ຂອງວັນທີ 31 ກໍລະກົດ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 19.1 ອົງສາເໜືອ ແລະ ເສັ້ນແວງທີ່ 113.1 ອົງສາຕະເວັນອອກ  ພວມເຄື່ອນທີ່ໄປທາງຕະເວັ້ນຕົກ-ຕະເວັ້ນອອກສ່ຽງເໜືອ  ດ້ວຍຄວາມໄວ 15 ກິໂລແມັດ/ຊົ່ວໂມງ.

ຫຼັງຈາກນັ້ນພາຍຸຫົວນີ້ ຈະເຄື່ອນທີ່ໄປຜ່ານເກາະໄຮໜານ ແລະ ມີທ່າອ່ຽງເຄື່ອນເຂົ້າພາກເໜືອຂອງປະເທດຫວຽດນາມ ໃນວັນທີ 01-02 ສິງຫາ 2019 ນີ້.​ ແລະ ຈາກທ່າອ່ຽງຂອງພາຍຸຫົວນີ້ ໃນໄລຍະວັນທີ 03-05 ສິງຫາ 2019 ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ມີກໍາລັງແຮງເພີ່ມຂື້ນ ພັດປົກຄຸມຢູ່ພາກເໜືອ  ຫາ ພາກກາງ ຂອງປະເທດລາວ. ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງ ເປັນບໍລິເວນກ້ວາງ ແລະ ຕົກໜັກບາງແຫ່ງ  ດັ່ງນັ້ນຈື່ງແຈ້ງເຕືອນ ເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງຈັນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃຫ້ປະຊາຊົນມີສະຕີລະມັດລະວັງ ຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ນໍ້າຖ້ວມຊຸ ນໍ້າຖ້ວມອັ່ງ ແລະ ສໍາລັບຜູ້ເດີນທາງໄປພາກເໜືອ ໃຫ້ມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ. ຂໍໃຫ້ຕິດຕາມຂ່າວພະຍາຫກອນອາກາດ ຈາກ ກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະນີ້ດ້ວຍ.

ຂໍ້ມູນ: ກົມ ອຸຕຸນິຍົມ ແລະ ອຸທົກກະສາດ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້