Friday, April 18, 2025

ລັດຖະບານ ກຽມປະຕິຮູບວິສາຫະກິດລັດລົງທຶນ ໄປຕາມກົນໄກເສດຖະກິດຕະຫຼາດ

World Bank, Trade Development

ວິກິດການທາງເສດຖະກິດ – ການເງິນໂລກ ໃນໄລຍະຜ່ານມາສົ່ງຜົນກະທົບຕໍ່ວິສາຫະກິດຂອງລັດຈໍານວນໜຶ່ງ ເຮັດໃຫ້ການດຳເນີນທຸລະກິດຝືດເຄືອງ, ຂາດທຶນໝູນວຽນ, ມີໜີ້ສິນຄຸມເຄືອຈົນກ້າວໄປເຖິງການຢຸດກິດຈະ ການ ຫຼື ລົ້ມລະລາຍ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມີທິດຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນປັບປຸງບັນ ດາວິສາຫະກິດໃຫ້ມີຄວາມເຂັ້ມແຂງ.

ຫຼ້າສຸດ, ກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ໄດ້ຈັດກອງປະຊຸມຜ່ານຮ່າງແຜນພັດທະນາ ແລະ ປະຕິຮູບວິສາຫະກິດຂອງລັດແຕ່ປີ 2019 – 2020 ໂດຍການເປັນປະທານຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ຄຳເພັງ ທິນນະກອນ ຮອງຫົວໜ້າກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ, ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳເພັງ ທິນນະກອນ ມີຄຳເຫັນວ່າ:

ແຜນພັດທະນາ ແລະ ປະຕິຮູບວິສາຫະກິດຂອງລັດແຕ່ປີ 2019 – 2020 ເປັນແຜນພັດທະນາທີ່ຮີບຮ້ອນເພື່ອປັບປຸງບັນດາວິສາຫະກິດໃຫ້ມີຄວາມເຂັ້ມແຂງ, ທັງເປັນການຄັດຈ້ອນບາງຫົວໜ່ວຍໄປສູ່ຮູບການອື່ນ ຫຼື ຂາຍອອກດ້ວຍການປະເມີນສະພາບການດຳເນີນທຸລະກິດຂອງລັດເບື້ອງຕົ້ນດ້ວຍລະບົບໂປຣແກຣມປະເມີນຜົນທີ່ເປັນການວິເຄາະປະເມີນຜົນທາງດ້ານການເງິນຂອງວິສາຫະກິດລັດລົງທຶນ ຈຳນວນ 60 ຫົວໜ່ວຍ ທີ່ກະຊວງການເງິນຄຸ້ມຄອງ.

ອີງຕາມເກັບກໍາຂໍ້ມູນຕົວເລກຈາກຂະແໜງການທີ່ກ່ຽວຂ້ອງມີວິສາຫະກິດທີ່ລັດລົງທຶນທັງໝົດປະມານ 187 ຫົວໜ່ວຍ ຫຼື ເທົ່າກັບ 0,19% ຂອງວິສາຫະກິດທັງໝົດທົ່ວປະເທດ, ມີທຶນຈົດທະບຽນທີ່ປະມານ 0,89% ຂອງທຶນຈົດທະບຽນທັງໝົດຂອງວິສາຫະກິດ ແລະ ມີທຶນຈົດທະບຽນລວມທັງໝົດຫຼາຍກວ່າ 225.495 ຕື້ກີບ.

ໃນນີ້, ມີລັດວິສາຫະກິດ ( ລັດຖືຫຸ້ນ 51% – 100% ) ຈໍານວນ 133 ຫົວໜ່ວຍ ( ໃນນີ້ມີ 57 ຫົວໜ່ວຍຂຶ້ນກັບການຄຸ້ມຄອງຂອງສູນກາງ ແລະ 76 ຫົວໜ່ວຍຂຶ້ນກັບທ້ອງຖິ່ນ ) ແລະ 49% ລົງມາມີຈໍານວນ 54 ຫົວໜ່ວຍ ແລະ ກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ ໄດ້ຄຸ້ມຄອງວິສາຫະກິດຂອງລັດ ຈໍານວນ 60 ຫົວໜ່ວຍ.ຜ່ານການປະເມີນຜົນບັນດາຫົວໜ່ວຍດັ່ງກ່າວເປັນທຸລະກິດຂະໜາດນ້ອຍ ແລະ ກາງ ການເຄື່ອນໄຫວດໍາເນີນທຸລະກິດບໍ່ມີປະສິດທິຜົນຂາດທຶນຢ່າງຕໍ່ເນື່ອງ,

ບໍ່ສາມາດປະຕິບັດມອບພັນທະອາກອນເຂົ້າລັດໄດ້, ການຫັນໄປສູ່ຮູບການອື່ນ ຫຼື ຂາຍຫຸ້ນອອກໝົດຈະເປັນການຫຼຸດຜ່ອນການນໍາໃຊ້ທຶນຂອງລັດ ແລະ ທັງເປັນການຫຼຸດຜ່ອນການຖົມຂຸມຂອງລັດຖະບານບົນພື້ນຖານງົບປະມານຂອງລັດທີ່ມີຢ່າງຈໍາກັດ.ໂອກາດນີ້, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ມີຄໍາເຫັນວ່າ:

ວິກິດການທາງເສດຖະກິດ – ການເງິນຂອງໂລກ ໄລຍະຜ່ານມາໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດ – ທຸລະ ກິດ ແລະ ການບໍລິການຂອງ ສປປ ລາວ ເຮັດໃຫ້ວິສາຫະກິດຂອງລັດຈຳນວນໜຶ່ງດຳເນີນທຸລະກິດຝືດເຄືອງ, ບໍ່ສາມາດແກ່ງແຍ່ງແຂ່ງຂັນລາຄາຕະຫຼາດ, ຂາດທຶນໝູນວຽນ, ມີໜີ້ສິນຄຸມເຄືອ, ມີຄວາມຫຍຸ້ງຍາກຕໍ່ການເຂົ້າເຖິງແຫຼ່ງທຶນ ແລະ ການຮ່ວມທຶນ.

ນອກນັ້ນ, ຍັງມີວິສາຫະກິດຂອງລັດຈຳນວນໜຶ່ງດໍາເນີນທຸລະກິດບໍ່ມີປະສິດທິຜົນ ສາເຫດຍ້ອນການບໍລິຫານບໍ່ໄປຕາມຈຸດປະສົງເປົ້າໝາຍຂອງບົດວິພາກເສດຖະກິດ, ບໍ່ໄປຕາມລະບຽບ ແລະ ກົດໝາຍ ວ່າດ້ວຍວິສາຫະກິດເຮັດໃຫ້ບໍລິສັດລົ້ມລະລາຍ, ເກີດມີໜີ້ສິນຄຸມເຄືອຈົນກ້າວໄປເຖິງການຢຸດຕິກິດຈະການຫຼາຍຫົວໜ່ວຍ; ຊັບສົມບັດຂອງລັດຕົກເຮ່ຍເສຍຫາຍ ແລະ ບັນຫາອື່ນໆ.

ການພັດທະນາ ແລະ ປະຕິຮູບວິສາຫະກິດລັດ ເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ ເປັນຕົ້ນໄດ້ສ້າງຫຼາຍນິຕິກຳທີ່ກ່ຽວຂ້ອງ ເຊັ່ນ: ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ, ກົດໝາຍການສົ່ງເສີມການລົງທຶນ, ກົດໝາຍສ່ວຍສາອາກອນ ແລະ ນິຕິກຳທີ່ເອື້ອອຳນວຍໃຫ້ແກ່ການເຄື່ອນໄຫວທຸລະກິດເພື່ອເປັນບ່ອນອີງໃນການປະຕິບັດວຽກງານປະຕິຮູບວິສາຫະກິດລັດ ແນໃສ່ຫັນວິສາຫະກິດລັດທີ່ບໍ່ມີປະສິດທິຜົນໄປສູ່ຮູບການອື່ນ

ຕາມທິດທາງນະໂຍບາຍພັດທະນາເສດຖະກິດ – ສັງຄົມຂອງລັດຖະບານ ເພື່ອສ້າງໃຫ້ວິສາຫະກິດລັດມີຄວາມເຂັ້ມແຂງ, ມີສະພາບຄ່ອງດ້ານການເງິນ, ສາມາດແຂ່ງຂັນກັບວິສາຫະກິດພາກສ່ວນອື່ນ, ນຳໃຊ້ທຶນຮອນຂອງລັດໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ການບໍລິຫານມີຄວາມໂປ່ງໃສ, ສາມາດກວດກາ – ກວດສອບໄດ້, ຮັບປະກັນໃຫ້ວິສາຫະກິດລັດ ດໍາເນີນທຸລະກິດມີກໍາໄລ ແລະ ສາມາດສ້າງລາຍຮັບເຂົ້າສູ່ງົບປະມານແຫ່ງລັດ.

ຄຽງຄູ່ກັນນີ້,ແຜນພັດທະນາ ແລະ ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນ, ສອດຄ່ອງກັບແນວທາງນະໂຍ ບາຍຂອງພັກ ແລະ ລັດຖະບານ, ໃຫ້ກາຍເປັນຍຸດທະສາດນັບທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອຫັນເອົາການປະຕິຮູບວິສາຫະກິດລັດລົງທຶນໄປຕາມກົນໄກເສດຖະກິດຕະຫຼາດໃນປີ 2019 – 2020 ແນໃສ່ການຫັນວິສາຫະກິດລັດທີ່ດຳເນີນທຸລະກິດບໍ່ມີປະສິດທິຜົນໄປສູ່ຮູບການອື່ນໆ.

ແຫຼ່ງຂໍ້ມູນ: ກະຊວງການເງິນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.