ຊ່ຽວຊານຍີ່ປຸ່ນ ຮ່ວມກັບ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແມດ ແຂວງ ວຽງຈັນ ໄດ້ໃຊ້ເວລາປີກວ່າໃນການ ລົງສຳຫຼວດຖໍ້າຜາກ້າທີ່ຕັ້ງຢູ່ບ້ານ ນໍ້າເຟືອງ. ຊ່ຽວຊານ ຍີ່ປຸ່ນເຊື່ອວ່າຖໍ້າຜາກ້າແມ່ນຖໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ.


ຖ້ຳຜາກ້າ ຕັ້ງຢູ່ ບ້ານນໍ້າເຟືອງ ເມືອງ ແມດ ແຂວງວຽງຈັນ ມີຄວາມສູງ 120 ແມັດ, ກ້ວາງ 400 ເເມັດ ແລະ ຍາວ 8 ກິໂລແມັດ. ຖໍ້າຜາກ້າຢູ່ຫ່າງຈາກເທດສະບານ ເມືອງແມດປະມານ 12 ກິໂລແມັດ ແລະ ຕ້ອງໄດ້ຂີ່ເຮືອຂ້າມແມ່ນໍ້າເຟືອງ ໄປປະມານ 19 ກິໂລແມັດ ເພື່ອໄປ ຫາຖໍ້າດັ່ງກ່າວ.

ຖໍ້າຜາກ້ານີ້ຍັງບໍ່ທັນພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວເທື່ອ, ຖ້ານັກທ່ອງ ທ່ຽວທ່ານໃດສົນໃຈຢາກໄປທ່ຽວ ແມ່ນສາມາດຕິດຕໍ່ພົວພັນກັບພາກ ສ່ວນທີ່ກ່ຽວຂ້ອງຢູ່ ເມືອງແມດ ຫຼື ປະຊາຊົນທ້ອງ ຖິ່ນຈະເປັນ ຜູ້ນຳພາເຂົ້າໄປທ່ຽວຊົມພາຍໃນຖໍ້າ.

ຂໍ້ມູນ: ວຽງຈັນທາຍ
ຮູບພາບ: ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແມດ ແຂວງ ວຽງຈັນ
Hits: 49