ຂໍຂອບໃຈນຳຜູ້ສະໜັບສະໜູນ

ນັກ​ເຕະບາ​ນເຍົາວະ​ຊົນ​ຮຸ່ນອາຍຸ​ບໍ່​ເກີນ 12 ປີ ຫຼື ຢູ-12 ຂອງ​ສະ​ໂມ​ສອນ ວຽງ​ຈັນ ອາຄາ​ເດ​ມີ້ ​ເອັບ​ທີ ຊຸດ​ໜ້າ​ຕາງ​ເຍົາວະ​ຊົນ​ລາວ ​ໄດ້​ອອກ​ເດີນທາງ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ຕັ້ງ​ເປົ້າຈະສູ້​ຊົນ​ເພື່ອ​ປ້ອງກັນ​ແຊ໋ມສະ​ໄໝ​ທີ 3 ​ໃຫ້​ທັບ​ນັກ​ກິລາ​ເຕະບານ​ລາວ ​ໃນການແຂ່ງຂັນ​ເຕະບານ​ລາຍການ ຊູ​ຊີງ​ລິງ ຄັບ 2019 ຫຼື Soong Ching Ling Cup China-Aean Youth Football Friendly Mateches Schedule 2019 ຈະຈັດ​ຂຶ້ນ​ທີ່ ສປ ຈີນ ລະຫວ່າງ​ວັນ​ທີ 1-8 ສິງຫາ 2019. 

​ໃນ​ຕອນ​ເຊົ້າ​ວານ​ນີ້ (1 ສິງຫາ) ຄະນະ​ນຳ, ຄູ​ຝຶກ ​ແລະ ນັກ​ກິລາ​ຂອງ​ສະ​ໂມ​ສອນ ວຽງ​ຈັນ ອາຄາ​ເດ​ມີ້ ​ເອັບ​ທີ ​ຈຳນວນ 18 ຄົນ, ​ໃນ​ນັ້ນ ຄະນະ​ນຳ 3 ຄົນ ​ແລະ ນັກ​ກິລາ 15 ຄົນ ​ໄດ້​ອອກ​ເດີນທາງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນລາຍການ ຊູ​ຊີງ​ລິງ ຄັບ 2019 ຈັດ​ຂຶ້ນ​ທີ່ ສປ ຈີນ ນຳພາ​ໂດຍ​ທ່ານ ບຸນ​ລັບ ​ເຄນ​ກິ​ຕິ​ສັກ ອະດີດ​ນັກ​ກິລາ​ເຕະບານ​ທີ​ມຊາດ​ລາວ ທັງ​ເປັນຫົວໜ້າ​ຄູ​ຝຶກ ຢູ-12 ວຽງ​ຈັນ ​ເອັບ​ທີ ມີຜູ້ຕາງ​ໜ້າ ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ​ແລະ ​ບັນດາ​ພໍ່​ແມ່​ຜູ້​ປົກຄອງ​ເຂົ້າ​ຮ່ວມ​ອວຍພອນ​ໃຫ້​ເດີນທາງ​ດ້ວຍ​ຄວາມ​ປອດ​ໄພ ​ແລະ ສະຫວັດດີ​ພາບ.

​ການ​ແຂ່ງຂັນ​ເຕະ​ບານ ຊູ​ຊີງ​ລິງ ຄັບ 2019 ມີ​ບັນດາ​ນັກ​ກິລາ​ທີ່​ຕາງໜ້າ​ໃຫ້​ຊາດ​ໃນ​ຂົງ​ເຂດ​ອາ​ຊຽນ ​ເຂົ້າ​ຮ່ວມ 9 ທີ​ມ ​ແລະ ທີ​ມ​ເຈົ້າພາບ ສປ ຈີນ 1 ທີ​ມ ລວມກັນ​ເປັນ 10 ທີ​ມ ​ແບ່ງ​ອອກ​ເປັນ 2 ກຸ່ມ ​​ແຕ່​ລະ​ກຸ່ມແຂ່ງຂັນ​ພົບ​ກັນໝົດ​ຄັດ​ເອົາ​ທີ 1-2 ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ ສຳລັບ​ກຸ່ມ ​ເອ ປະກອບ​ມີ ສປ ຈີນ, ຟິລິບ​ປິນ, ມາ​ເລ​ເຊຍ, ສິງກະ​ໂປ ​ແລະ ສປປ ລາວ ສ່ວນ​ທີມ ບີ ຫວຽດນາມ, ​ໄທ, ມຽນມາ, ອິນ​ໂດ​ເນ​ເຊຍ ​ແລະ ກຳປູ​ເຈຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຮູບພາບ ແລະ ຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້