Saturday, April 26, 2025
Kbank Laos โอน รับ จ่าย

ສຳມະນາສະກັດກັ້ນ ແລະປ້ອງກັນຕ້ານການຄ້າມະນຸດໃນຂະແໜງທ່ອງທ່ຽວ

ໃນລະຫວ່າງວັນທີ 1-3 ສິງຫາ 2019ນີ້, ທີ່ ແຂວງສາລະວັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານສະກັດກັ້ນແລະປ້ອງກັນຕ້ານການຄ້າມະນຸດໃນຂະແໜງທ່ອງທ່ຽວ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານສະ ຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ, ມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ.

ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນແລະຈຳເປັນທີ່ສຸດທີ່ຕ້ອງໄດ້ເອົາໃຈໃສ່ໃນການສະກັດກັ້ນແລະປ້ອງກັນເພື່ອກຮ່ວມຈິດຮ່ວມໃຈກັນຕ້ານການຄ້າມະນຸດແລະຍິ່ງໄປກວ່ານັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮຽກຮ້ອງໃຫ້ມີການເພີ້ມທະວີຮ່ວມກັບບັນດາປະເທດຕ່າງໆໃນໂລກໃຫ້ຄວາມສຳຄັນຢ່າງແຂງແຮງຕໍ່ວຽກງານດັ່ງກ່າວໃຫ້ຫຼຸດໜ້ອຍ;

ທ່ານປະທານຍັງໄດ້ກ່າວຕື່ມວ່າ ເດັກນ້ອຍເພດຍິງຈຳນວນຫນຶ່ງຖືກຫລອກແລະບັງຄັບໃຫ້ໄປຂາຍຕົວແລະໄປບໍລິການຢູ່ຫ້າງຮ້ານຕ່າງໆໃນຕົວເມືອງ, ຈຳນວນຫນຶ່ງຖືກຫລອກໄປໃຊ້ແຮງງານໜັກແລະບັນຫາອື່ນໆ.

ຈາກສະພາບຄວາມເປັນຈິງດັ່ງກ່າວຈິ່ງຈຳເປັນຕ້ອງໄດ້ມີການຝຶກອົບຮົມໃຫ້ຄວາມຮັບຮູ້ ແລະເຂົ້າໃຈແກ່ຕົນເອງກ່ອນຈະມີການເດີນທາງໄປທ່ອງທ່ຽວແລະການໄປຊອກຫາວຽກເຮັດງານທຳຢູ່ຕ່າງປະເທດຕ້ອງສຶກສາຂໍ້ມູນ, ກຳໄດ້ເນື້ອໃນຢ່າງເລິກເຊິ່ງເພື່ອສາມາດຊ່ວຍແລະປ້ອງກັນຕົນເອງໄດ້. ການໂຄສະນາເຜີຍແຜ່ຂໍ້ມູນແມ່ນປັດໃຈອັນສຳຄັນໃນການສ້າງຄວາມເຂົ້າໃຈໃຫ້ຄອບຄົວ, ຊຸມຊົນໃນທ້ອງຖິ່ນ, ສັງຄົມ, ປະຊາຊົນລາວບັນດາເຜົ່າເຂດຫ່າງໄກສອກຫລີກແມ່ນຕ້ອງໄດ້ເອົາໃຈໃສ່ເປັນພິເສດ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.