Sunday, November 9, 2025
Kbank Laos โอน รับ จ่าย

ລາຍລະອຽດ! ບຸນເດືອນເກົ້າ ຂອງຊາວນະຄອນຫຼວງພະບາງ

ລາຍການບຸນເດືອນເກົ້າ ບຸນເຂົ້າປະດັບດິນ ບຸນຊ່ວງເຮືອ ທີ່ນະຄອນຫລວງພຣະບາງ ປະຈຳປີ 2019 ແມ່ນມີລາຍລະອຽດອອກມາແລ້ວດັ່ງນີ້ : 

1. ວັນສຸກ ວັນທີ 23/08/2019 ແຮມ 8 ຄ່ຳ ເດືອນ 9 ປິ 2562 ແມ່ນມີການຊ່ວງເຮືອທີ່ ບ້ານຫາດຮ່ຽນ.
2. ວັນອັງຄານ ວັນທີ 27/08/2019 ແຮມ 12 ຄ່ຳ ເດືອນ 9 ປີ 2562 ແມ່ນການຊ່ວງເຮືອທີ່ ບ້ານສັງຄະໂລກ.
3. ວັນພຸດ ວັນທີ 28/08/2019 ແຮມ 13 ຄ່ຳ ເດືອນ 9 ປີ 2562 ເລິ່ມເວລາ 07:00-12:00 ໂມງ ແມ່ນມີພິທີໂລະລາດ (#ຕະລາດນັດມວນຊົນ) ທີ່ຖະຫນົນກາງເມືອງຫລວງພຣະບາງ.
4. ວັນພະຫັດ ວັນທີ 29/08/2019 ແຮມ 14 ຄ່ຳ ເດືອນ 9 ປີ 2562 ເປັນມື້ບຸນເຂົ້າປະດັບດິນແລະບຸນຊ່ວງເຮືອງ ຫລວງພຣະບາງ ທີບຶງນ້ຳຄານ ( ນ້ຳຄານ )
– ຕອນເຊົ້າໆ ເວລາ 05:30 ໂມງ ຈະມີພິທີໃສ່ບາດ ໃສ່ເຂົ້າຫໍ່ໂປ້ ເຂົ້າຕົ້ມເຂົ້າໜົມອາຫານຄາວ,ຫວານຕ່າງໆ ໃຫ້ພຣະພິກຂຸສົງ
– ເວລາ 08:00 – 08:30 ໂມງ ການນຳພັກ-ລັດ ແຂກຕ່າງດ້າວ ທ້າວຕ່າງແດນ ແມ່ນມວນຊົນເລິ່ມທະຍອນເຕົ້າໂຮມກັນຢູ່ສອງຝາກນ້ຳຄານ ເພື່ອເບິ່ງ ເພື່ອຊົມ ເພື່ອເຊີຍ ເພື່ອຮຽນຮູ້ປະເພນີວັດທະນະທຳອັນດີງາມຂອງບຸນຊ່ວງເຮືອທີຍິ່ງໃຫຍ່ທີສຸດໃນປະເທດລາວ ກໍ່ວ່າໄດ້ເພາະມີເຮືອປະເພນີທີເຂົ້າຮ່ວມຊ່ວງຫລາຍທີສຸດ ມາຈາກຫລາຍພາກສ່ວນ ມາຈາກຫລາຍແຂວງ ເປັນບຸນຊ່ວງເຮືອທີມ່ວນ ທີມັນ ທີກິນໃຈຫລາຍທີສຸດໃນປະເທດລາວໃນປັດຈຸບັນນີ້.
– ເວລາ 09:00 ໂມງເປັນຕົ້ນໄປເລິ່ມໄຂພິທີບຸນຊ່ວງເຮືອຢ່າງເປັນທາງການ ໂດຍເລີ່ມຈາກເຮືອນາງດຳ-ນາງດ່ອນ (ຈາກບ້ານຊຽງແມນ ຫລື ວັດຊຽງຍືນ ) ຊ່ວງລົງມາເປັນຄູ່ເປີດຫນ້ານ້ຳ ຈາກນັ້ນກໍ່ແມ່ນເຮືອຊ່ວງຈາກວັດ ຈາກບ້ານ ຈາກພາກສ່ວນຕ່າງໆ ໂດຍມີນາງເຮືອ ( ສາວງາມປະຈຳເຮືອ ) ຖືຂັນດອກໄມ້ທູບທຽນ ນັ່ງສະຫງ່າເປັນລາຣີ ໃຫ້ທຸກຄົນໄດ້ເຫັນໄດ້ຊົມ ເພື່ອໄປບູຊາ ເຈົ້າອາຣັກ-ຮັກສາບ່ອນຕ່າງໆ ຂອງເຂດບ້ານນັ້ນໆ ຈາກນັ້ນກໍ່ເລິ່ມມີການຊ່ວງກັນ ຈົນຮອດແລງແລະປະກາດຜົນແລະມອບລາງວັນໃຫ້ເຮືອຊ່ວງແຕ່ລະລຳ.

*ບຸນຊ່ວງເຮືອໃກ້ຈະມາຮອດນີ້ ຂໍຝາກເຖິງຄະນະກຳມະການຜູ້ຈັດບຸນດັ່ງກ່າວ ດັ່ງນີ້ :

1. ຄວນໃຫ້ມີແຕ່ເຮືອປະເພນີ ເທົ່ານັ້ນທີເຂົ້າຮ່ວມຊ່ວງ ຫລືຖ້າຫ້າມບໍ່ໄດ້ ກໍ່ຄວນມີມາດຕະການ ມາດຕະຖານຂອງເຮືອຊ່ວງວ່າ ຕ້ອງມີຫົວແຫງ່ມ ມີຫມາກເບັງ ມີຍອຍເຮືອຊ່ວງ ມີລາຍລາວ ມີສີແບບເປັນເອກະລັກ ( ບໍ່ໃຫ້ເອົາກາສັນຍາລັກການຄ້າມາເປັນລາຍ) ແລະທີສຳຄັນ ຕ້ອງມີການຫຍົ້ມແທ້ໆໆໆ ບໍ່ແມ່ນນອນໄສເອົາເນີ ມີການນັ່ງຄັດທ້າຍເຮືອ ( ຕາມເຫັນປະຈຸບັນແມ່ນບໍ່ມີແລ້ວ ) ແລະທັ່ງທ້າຍເຮືອ …

2. ແລວນ້ຳ ຖ້າເຮືອໃດຈັບສະຫລາກຢູ່ຝັ່ງຟາກພັນຫລວງຈະໄດ້ປຽບ ດັ່ງນັ້ນ ຄວນມີການຕໍ່ໃຫ້ເຮືອທີ່ຢູ່ຝັ່ງກົງກັນຂ້າມ ເພື່ອບໍ່ໃຫ້ເສຍປຽບ ຖ້າບໍ່ດັ່ງນັ້ນ ພ່ວງ ຫລື ຫໍຼ ໃນເຂດນ້ຳຄົດ ແຖວປາກຫ້ວຍ ກໍ່ບໍ່ຕ້ອງໃສ່ ເພາະເຮືອລຳທີ່ຢູ່ຝັ່ງທາງພູສີຈະບໍ່ຕ້ອງໂຄ້ງຫລາຍ .

3. ໄມ້ພາຍເຮືອ ດີແທ້ ກໍ່ຄວນໃຫ້ເປັນແບບເກົ່າ ແບບໄມ້ພາຍໃບດອກຈຳປາ ( ຄິດວ່າເລື້ອງໄມ້ພາຍຄົງຫ້າມບໍ່ໄດ້) ຖ້າໄດ້ຈະເປັນການດີທີ່ຈະເປັນການອະນຸລັກແບບຮູບດັ່ງເດີມໄວ້.

4.ການຮ້ອງເວລາພາຍເຮືອຂອງສີພາຍເຮືອຊ່ວງເມືອງຫລວງແຕ່ບູຮານ ເພິ່ນຈະຮ້ອງວ່າ ເອີກ…ຮົວໆໆໆໆ.. ແຕ່ປະຈຸບັນນີ້ ແມ່ນສີພາຍຮ້ອງເປັນເລກ ຄື 1.2.3.4.5…. ສຽງແບບເກົ່າກໍ່ມີໄດ້ຍິນໃນປະຈຸບັນແລ້ວ ຫລືໃຫ້ໃຊ້ຫມາກຫວິດ ກໍ່ໄດ້.

5.ຄວນຈະມີລາງວັນໃຫ້ແກ່ເຮືອຊ່ວງທີ່ຮັກສາຮູບຊົງແບບແຜນ ຂອງເມືອງຫລວງພຣະບາງ ໃຫ້ຫລາຍຂຶ້ນທັງຈຳນວນແລະລາງວັນ ເພື່ອທີ່ຈະເປັນແຮງຈູງໃຈໃຫ້ເຮືອແບບນີ້ເກີດຂຶ້ນມາອີກ ເພາະການເອົາເຮືອລົງຊ່ວງດ້ວຍຄວາມໄວຄົງບໍ່ຫວັງໄດ້ທີ່ດີໆ ແຕ່ເອົາເຮືອລົງເພື່ອຈະຮັກສາມູນມໍລະດົກຂອງຊາດທີ່ມີເອກະລັກແບບນີ້ໄວ້ ຄິດວ່າ ລາງວັນນີ້ຈະເໝາະສົມທີ່ຈະສົ່ງເສີມອີກທາງຫນຶ່ງໃນການກໍ່ເກີດໃຫ້ມີເຮືອແບບເກົ່ານີ້ໄວ້ໄດ້ເຊິ່ງເປັນແນວທາງອີກທາງຫນຶ່ງເນາະ?.

6. ສີພາຍເຮືອຊ່ວງ ຄວນກຳນົດໃຫ້ເປັນສີພາຍທ້ອງຖິ່ນເປັນສ່ວນໃຫຍ່ ຖ້າມີສີພາຍນອກຄວນຈະໃຫ້ເຮືອແຕ່ ລະລຳບໍ່ເກີນ 10 ຄົນ ແບບນີ້ເປັນຕົ້ນ ເພາະຈະເປັນການສົ່ງເສີມໃຫ້ສີພາຍທ້ອງຖິ່ນໄດ້ຮຽນຮູ້ປະສົບການໃຫມ່ໆ ແລະການເອົາສີພາຍທ້ອງຖິ່ນເປັນສ່ວນໃຫຍ່ກໍ່ເພື່ອປົກປັກຮັກສາມໍລະດົກເຮືອຊ່ວງແບບນີ້ໄວ້ໃຫ້ມີມົນຂັງແລະເປັນຈຸດທີ່ດຶງດູດຄົນໃຫ້ມາເບິ່ງດ້ວຍໃຈມັກແທ້ໆ ບໍ່ແມ່ນມາດ້ວຍການພະນັນ.

7.ເຮືອການເຮັດເຮືອຊ່ວງຂຶ້ນມາໃຫ້ໃນປະຈຸບັນນີ້ຄົງຫາເລື່ອງໄມ້ເປັນລຳມາເຮັດຄົງຈະບໍ່ໄດ້ແລ້ວ ແຕ່ທາງຫຼວງພຣະບາງຕ້ອງມີການກຳນົດ ຖ້າຈະເຮັດຄວນຈະໃຫ້ເປັນຮູບຊົງແບບເກົ່າ ທີ່ສາມາດຫຍົ້ມຫົວ ຄັດທ້າຍ ທັ່ງທ້າຍ ມີແຫງ່ມ ມີຫມາກເບັງ ມີຍອຍເຮືອຊ່ວງ ມີດອກດວງແບບຫລວງພຣະບາງ ຈະໄດ້ຫລືບໍ່ ? ຖ້າບໍ່ມີຂໍ້ກຳນົດ ເຮືອຊ່ວງແບບຫລວງພຣະບາງກໍ່ຈະຕາຍໄປຕາມການເວລາເລີຍ.

ຖ້າໃຜມີຄຳຕິຊົມທີ່ດີ ເພື່ອທີ່ຈະອະນຸລັກຮັກສາ ບຸນຊ່ວງແບບສະບັບຫລວງພຣະບາງໂດຍແທ້ ກໍ່ຂໍໃຫ້ມີຄຳຄິດເຫັນໄດ້ ເພື່ອວ່າ ຄະນະກຳມະການ ຈະໄດ້ເຫັນ ແລະນຳໄປແກ້ໄຂ ດັດແປງ ເພື່ອໃຫ້ບຸນຊ່ວງນີ້ຍັງມີມົນຂັງ ຢູ່ກັບລຳນ້ຳຄານຕະຫລອດໄປ .

ເພາະວ່າບຸນຊ່ວງເຮືອໃນປະເທດລາວເຮົາປະຈຸບັນນີ້ ທີມີເຮືອແບບເກົ່າ ຮີດເກົ່າຄອງເດີມນັ້ນ ຕາມທີ່ຂ້າພະເຈົ້າເຫັນແມ່ນມີແຕ່ແຂວງຫລວງພຣະບາງ ແຕ່ກໍ່ຍັງມີເຮືອສູດເລິ່ມມາ ບຽດຍຶດ ເຮືອປະເພນີຫລາຍແລ້ວ ແຂວງທີ່ສອງກໍ່ຄືເຮືອຊ່ວງຂອງເມືອງໄຊຍະບູລີ ລ່ອງນ້ຳຮຸ່ງ ທີ່ເປັນຫົວຫົງ ແລະແຂວງທີ່ສາມ ກໍ່ຄືແຂວງວຽງຈັນ ເຮືອປະເພນີໃນລ່ອງນ້ຳງື່ມ 

ສ່ວນນະຄອນຫລວງວຽງຈັນກໍ່ມີເຮືອຊ່ວງອີ່ຫົງແກ້ວປ່າ … ສ່ວນເຂດແຕ່ບໍລິຄຳໄຊລົງໄປ ປະຈຸບັນນີ້ເປັນເຮືອສູດ ແບບໃຫມ່ໄປຫມົດແລ້ວ ປະເທດທີ່ຄວນເອົາເປັນແບບຢ່າງເລື່ອງຂອງເຮືອຊ່ວງກໍ່ຄືປະເທດກຳປູເຈຍ ທີ່ຍັງຄົງຮັກສາແບບແຜນປະເພນີອັນງົດງາມແບບສະບັບຂອງກຳປູເຈຍໂດຍແທ້ ເມື່ອຮອດບຸນຊ່ວງເຮືອຄືເດືອນ 12 ເພັງ ກໍ່ຈະມີເຮືອຊ່ວງເຂົ້າຮ່ວມ 300-400 ລຳ ເປັນຫນ້າປະທັບໃຈຫລາຍ ກົງກັນຂ້າມກັບປະເທດລາວເຮົາທີ່ ປະຈຸບັນນີ້ຫນ້າເປັນຫ່ວງທີ່ສຸດ ເພາະມີເຮືອສູດແລະທີ່ສຳຄັນ ມີຜູ້ອຸປະຖຳທີ່ມີເງິນມາສະໜັບສະໜູນສ້າງເຮືອສູດ ເພື່ອຫວັງແຕ່ໄຊຊະນະຢ່າງດຽວ ໂດຍເລີຍຕົວຕົນຂອງຮາກຖານວັດທະນະທັມເຮືອຊ່ວງຕົນເອງຈົນຫມົດສິ້ນດັ່ງມີຕົວຢ່າງໃຫ້ເຫັນຢູ່ຫລວງພຣະບາງເຮົານີ້ ອັນດັບເຮືອຊ່ວງທີ່ 1- 5 ແມ່ນແຕ່ເຮືອຊ່ວງເຄິ່ງສູດທັງນັ້ນ .

ແຫຼ່ງຂໍ້ມູນ: ພາບແລະຂ່າວຈາກ
 #ຂ່າວສານຫຼວງພະບາງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.