ຂໍຂອບໃຈນຳຜູ້ສະໜັບສະໜູນ

ຜົນກະທົບຈາກພາຍຸ ວິພາ ທີ່ແຂວງ ຫົວພັນ ເມືອງ ວຽງໄຊ ເຮັດໃຫ້ເກິດນໍ້າປ່າໄຫຼສຸ ແລະ ມີດິນເຈື່ຶອນຢ່າງໜັກ. ໃນວັນທີ 4 ສິງຫາ 2019 ທີ່ຜ່ານມາ ໄດ້ທີຜູ້ໃຊ້ເພສບຸກ ຊື່ວ່າ:​ Keotar Tar ໂພສຂໍ້ຄວາມ ພ້ອມກັບຮູບພາບວ່າ:

ໜ້າເສົ້າໃຈ ເຫດການນ້ຳຖ້ວມທີ່ເມືອງວຽງໄຊ ມີຄົນສູນຫາຍ11ຄົນ #ປະກາດເຕືອນ

ເຝົ້າລະມັດລະວັງ ອິດພິພົນ ຂອງພະຍຸ ວິພາ ທີ່ກໍາລັງເຄື່ອນໂຕ ເຂົ້າທາງແຂວງຫົວພັນ ສປປ ລາວ ໄດ້ກໍ່ໃຫ້ເກີດສະພາບນໍ້າຖ້ວມ ນໍ້າປ່າໄຫຼສຸ ແລະ ດິນເຈື່ອນຢ່າງໜັກ ໃນຫຼາຍບ້ານ ຢູ່ແຂວງຫົວພັນ ແລະ ຫຼວງພະບາງ. ສະເພາະ ບ້ານຫີນດໍາ ເມືອງວຽງໄຊ ແຂວງຫົວພັນ ມີຄົນຫາຍສາບສູນໄປແລ້ວ 11 ຄົນ. ຂໍໃຫ້ຊາວໜຸ່ມລາວ ທຸກພື້ນທີ່ໃກ້ຄຽງ ຈົ່ງໃຫ້ການຊ່ວຍເຫຼືອ ແລະ ຂໍກໍາລັງແຮງໃຈ ໃຫ້ທຸກພື້ນທີ່ ຈົ່ງຜ່ານພົ້ນ ວິກິດການໄພທໍາມະຊາດນີ້ ໄປໄດ້ໂດຍໄວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນ ແລະ ຮູບພາບ: ແກ້ວຕາ

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້