ນາງ ນ່ານ່າ ບັນຊາພົງ ອາຍຸ 15 ປີ ຕົວແທນນັກຮຽນລາວ ສົ່ງຜົນງານໄປແຂ່ງຂັນ ທີ່ ປະເທດຍີ່ປຸ່ນ ໄດ້ຮັບລາງວັນຊະນະເລີດອັນດັບທີ 1 ໃນການແຂ່ງຂັນແຕ້ມຮູບ ມະຫາກຳສີລະປະຂອງນັກຮຽນມັດທະຍົມຕອນປາຍ ປີ2019 ພ້ອມຮັບໂອກາດ ເດີນທາງໄປຮັບຫລຽນຄຳ ອັນຊົງກຽດ ແລະ ທັດສະນະສຶກສາ ທີ່ປະເທດຍີ່ປຸ່ນ !



ຜົນງານການແຕ້ມ ຂອງນ້ອງນ່ານ່າ ແມ່ນ “ທົ່ງໄຫຫີນ ແຂວງຊຽງຂວາງ” ໂດຍໄດ້ຮັບແຮງບັນດານໃຈ ທີ່ທົ່ງໄຫຫີນ ໄດ້ຖືກຮອງ ຮັບເປັນມໍລະດົກໂລກແຫ່ງທີ່3 ຂອງ ສປປ ລາວ, ຈຶ່ງຢາກນຳສະເຫນີ ເອກກະລັກ ມໍລະດົກໂລກທີ່ພົ້ນເດັ່ນຂອງລາວ ອອກສູ່ສາຍຕາຊາວຕ່າງຊາດ.
ຮູບພາບ ແລະ ຂໍ້ມູນ: Lao Youth Radio FM 90.0 Mhz
Hits: 54