Thursday, May 15, 2025
Kbank Laos โอน รับ จ่าย

ເສັ້ນທາງຫຼາຍແຫ່ງພາກເໜືອ ຍັງປະເມີນຄວາມເສຍຫາຍບໍ່ໄດ້

ຈາກເຫດການພາຍຸວິພາທີ່ພັດເຂົ້າມາລະຫວ່າງວັນທີ 3-4 ສິງຫາ ຜ່ານມາໄດ້ເຮັດໃຫ້ຫຼາຍແຂວງຢູ່ທາງພາກເໜືອໄດ້ຮັບຜົນກະທົບໃນວົງກວ້າງ ຜົນລະປູກ, ການຜະລິດກະສິກຳ, ເຮືອນຊານປະຊາຊົນ ແລະ ເສັ້ນທາງເປ່ເພ, ຂົວຖືກຕັດຂາດກາຍເປັນອຳມະພາດ, ປັດຈຸບັນຂະແໜງໂຍທາທິການ ແລະ ຂົນສົ່ງແຕ່ລະແຂວງກຳລັງເລັ່ງສ້ອມແປງຟື້ນຟູ ແລະ ປະເມີນຄວາມເສຍຫາຍ.

ພາຍຸວິພາພັດເຂົ້າມາເຂດພາກເໜືອຂອງລາວໄດ້ເຮັດໃຫ້ຫຼາຍເມືອງໄດ້ຮັບຜົນກະທົບຢ່າງໜັກໜ່ວງພໍສົມຄວນ ໂດຍເລີ່ມຈາກແຂວງຫົວພັນ, ຫຼວງພະບາງ, ຊຽງຂວາງ ແລະ ບໍ່ແກ້ວ ຄວາມເສຍຫາຍສ່ວນໃຫຍ່ມາຈາກດິນເຊາະເຈື່ອນທັບຖົມເຮືອນຂອງປະຊາຊົນ, ເສັ້ນທາງເປ່ເພ ຂົວຫຼາຍແຫ່ງຖືກໄມ້ລົ້ມທັບເປ່ເພບໍ່ສາມາດຂ້າມໄປຫາກັນໄດ້ລະຫວ່າງບ້ານຕໍ່ບ້ານລໍຖ້າການສ້ອມແປງ.

ທ່ານ ຮຸ່ງອາລຸນ ບຸນທະເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ລາຍງານວັນທີ 7 ສິງຫາ ຜ່ານມາວ່າ: ຫົວພັນໄດ້ຮັບຜົນກະທົບຈາກພາຍຸວິພາຢູ່ຫຼາຍເມືອງເຊັ່ນ:

ເມືອງວຽງໄຊ, ຊຳໃຕ້, ຊຳເໜືອ ແລະ ເມືອງຫົວເມືອງ ເມືອງທີ່ໄດ້ຮັບຜົນກະທົບໜັກກວ່າເມືອງອຶ່ນຄືເມືອງວຽງໄຊເສັ້ນທາງລະຫວ່າງບ້ານພູນໃໝ່ – ບ້ານຄໍານາງ ຖືກນໍ້າເຊາະເຈື່ອນ ແລະ ຂົວຫັກ 3 ແຫ່ງມີບາງບ້ານບໍ່ສາມາດໄປໄດ້ດ້ວຍລົດ, ສ່ວນເສັ້ນທາງແຫ່ງຊາດເຂດເມືອງຊຳໃຕ້ອອກສູ່ຊາຍແດນຫວຽດນາມບາງແຫ່ງຖືກດິນທັບຖົມຍັງປະເມີນຄວາມເສຍຫາຍບໍ່ທັນໄດ້ ແນວໃດກໍດີປັດຈຸບັນໜ່ວຍງານກ່ຽວຂ້ອງຮ່ວມກັບອຳນາດການປົກທ້ອງຖິ່ນໄດ້ທຳການສ້ອມແປງບ່ອນທີ່ເສຍຫາຍແລ້ວຢູ່ບາງແຫ່ງຄາດວ່າຈະໃຊ້ເວລາດົນພໍສົມຄວນໃນການສ້ອມແປງເນື່ອງຈາກຕ້ອງໄດ້ອາໃສງົບປະມານຈາກຂັ້ນເທິງ.

ທ່ານ ເສັງ ທະນູສັກ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງໃຫ້ຮູ້ວ່າ: ລະບົບພື້ນຖານໂຄງລ່າງ, ໄຟຟ້າ, ນໍ້າປະປາ, ຂົວ 3 ແຫ່ງ ແລະ ຖະໜົນຫົນທາງເທດສະບານເມືອງນານໄດ້ຮັບຄວາມເສຍຫາຍຢ່າງໜັກ ປະຈຸບັນກຳລັງເຂົ້າໄປເກັບກຳຂໍ້ມູນພາກສະໜາມ ແລະ ເຂົ້າໄປແກ້ໄຂບາງແຫ່ງໃຫ້ພໍສາມາດໄປມາໄດ້ຊົ່ວຄາວໄດ້ ສ່ວນເມືອງອຶ່ນໆໃນແຂວງຫຼວງພະບາງຍັງບໍ່ມີການລາຍງານຄວາມເສຍຫາຍເທື່ອ.

ທ່ານ ສົມພອນ ສີອາໄພ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຊຽງຂວາງ ລາຍງານວ່າ: ໄລຍະວັນທີ 3-4 ສິງຫາ ຊຽງຂວາງໄດ້ຮັບຜົນກະທົບເຊັ່ນດຽວກັບແຂວງໃກ້ຄຽງທີ່ຫົວພາຍຸວິພາພັດເຂົ້າເຖິງສ້າງຜົນກະທົບຢູ່ 4 ເມືອງຄື: ເມືອງພູກູດ, ແປກ, ຄຳ ແລະ ເມືອງໜອງແຮດ ຄວາມເສຍຫາຍສ່ວນໃຫຍ່ແມ່ນຜົນກະລິດກະສິກຳຂອງປະຊາຊົນ, ຖະໜົນຫົນທາງເຂດທ້ອງຖິ່ນ, ຂົວເປ່ເພຈາກການພັດຊຸຂອງກະແສນ້ຳທີ່ໄຫຼມາແຮງຈາກຍອດນ້ຳງື່ມ.

ສ່ວນແຂວງອຶ່ນທີ່ຢູ່ໃນລາຍຊື່ແຂວງພາກເໜືອປະກອບມີ: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງຜົ້ງສາລີຕາມການໂທໄປສອບຖາມຂະແໜງການທີ່ກ່ຽວຂ້ອງເຫັນວ່າບໍ່ໄດ້ຮັບຜົນກະທົບຫຼາຍປານໃດ ແຕ່ສຳລັບແຂວງທີ່ໜ້າເປັນຫ່ວງຄາດວ່າຈະໃຊ້ງົບປະມານຈຳນວນຫຼາຍໃນການສ້ອມແປງພື້ນ ຖານໂຄງລ່າງໃຫ້ກັບຄືນສູ່ສະພາບເດີມໃນຄັ້ງນີ້ກໍ່ຄືເມືອງນານ ແຂວງຫຼວງພະບາງ ແລະ ເມືອງວຽງໄຊ, ເມືອງຊຳໃຕ້ ແຂວງຫົວພັນ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້