Sunday, May 18, 2025
Kbank Laos โอน รับ จ่าย

ໂຮງງານຂ້າສັດດອນດູ່ ໃຫ້ຄວາມເຊື່ອໝັ້ນຕໍ່ຄວາມສະອາດບໍລິໂພກຊີ້ນ

 ພະ­ຍາດ​ອະ­ຫິ​ວາ​ໝູ​ອາ​ຟຣິ​ກາ ເປັນ​ພະ­ຍາດ​ໜຶ່ງ​ທີ່​ລະ­ບາດ​ຢູ່​ຫຼາຍ​ປະ­ເທດ ໃນ​ນີ້ ກໍ​ມີ​ປະ­ເທດ​ອ້ອມ​ຂ້າງ ແລະ ໄດ້​ເຂົ້າ​ປະ­ເທດ​ລາວ​ເຮົາ​ໃນ​ກາງ​ປີ 2019 ເຊິ່ງ​ພົບ​ກ່ອນ­ໝູ່​ຢູ່​ແຂວງ​ສາ­ລະ​ວັນ ຈາກ​ນັ້ນ ກໍ​ພົບ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ໄດ້​ມີ​ການ​ເຝົ້າ​ລະ­ວັງ​ຕິດ­ຕາມ​ຢ່າງ​ໃກ້­ຊິດ ເພື່ອ​ບໍ່​ໃຫ້​ຂະ­ຫຍາຍ​ອອກ​ໄປ​ວົງ​ກວ້າງ ພະ­ຍາດ​ດັ່ງ­ກ່າວ​ເກີດ​ຂຶ້ນ​ກັບ​ໝູ ບໍ່​ຕິດ​ໃສ່​ຄົນ ຈຶ່ງ​ບໍ່​ຈຳ­ເປັນ​ຕ້ອງ​ຢ້ານ​ການ​ຕິດ­ເຊື້ອ ແລະ ສາ­ມາດ​ບໍ­ລິ­ໂພກ​ຊີ້ນ​ໝູ​ໄດ້​ຕາມ​ປົກ­ກະ­ຕິ.

ທ່ານ ຄຳ​ຫຼ້າ ແສງ​ດາ​ວົງ ຜູ້­ອຳ­ນວຍ­ການ ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ສະ­ບຽງ​ອາ­ຫານ ນວ ຫົວ­ໜ້າ​ໂຮງ­ງານ​ຂ້າ​ສັດ­ທັນ​ສະ­ໄໝ​ດອນ​ດູ່ ໃຫ້​ສຳ­ພາດວ່າ:

ໂຮງ­ງານ​ຂ້າ​ສັດ­ທັນ​ສະ­ໄໝ​ດອນ​ດູ່ ໄດ້​ປັບ­ປຸງ​ໃຫ້​ທັນ​ສະ­ໄໝ ແລະ ມີ​ຄວາມ​ສະ­ອາດ ທ້າຍ​ປີ 2016 ເປັນ­ຕົ້ນ​ມາ ດ້ວຍ​ການ​ຍົກ​ລະ­ດັບ​ດ້ານ​ພື້ນ­ຖານ​ໂຄງ​ລ່າງ ລະ­ບົບ​ເຄື່ອງ​ຈັກ​ຂ້າ​ຄົວ​ສັດ ແຍກ​ໂຮງ­ງານ​ຂ້າ​ໝູ ແລະ ງົວ ຄວາຍ ອອກ​ຈາກ​ກັນ ປັບ­ປຸງ​ໂຄງ​ປະ­ກອບ​ຂ້າ​ຄົວ​ໝູ ສ້າງ​ຫ້ອງ​ນ້ຳ ສ້າງ​ຫ້ອງ​ຕົບ­ແຕ່ງ​ຊິ້ນ​ສ່ວນ​ສັດ ໂຕະ​ຮອງ​ຄົວ​ສັດ ສ້າງ​ຫ້ອງ​ເຢັນ ແລະ​ອື່ນໆ ປັດ­ຈຸ­ບັນ ຄືບ​ໜ້າ 80% ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ໃນ​ປີ 2019 ໂດຍ​ລວມ​ແລ້ວ ການ​ພັດ­ທະ­ນາ​ໂຮງ­ງານ​ນີ້ ໄດ້​ຮ່ວມ​ກັບ​ຜູ້​ປະ­ກອບ​ການ ໂດຍ​ສະ­ເພາະ ບໍ­ລິ­ສັດ ຊີ​ພີ ລາວ ປັດ­ຈຸ­ບັນ ໂຮງ­ງານ​ຂ້າ​ຄົວ​ສັດ​ປະ­ເພດ ງົວ ຄວາຍ 25 ໂຕ​ຕໍ່​ວັນ ໝູ 180-200 ໂຕ​ຕໍ່​ວັນ.

ພະ­ຍາດ​ອະ­ຫິ​ວາ​ໝູ​ອາ​ຟຣິ​ກາ ຈະ​ບໍ່​ມີ​ຜົນ​ກະ­ທົບ​ຕໍ່​ຄົນ ຍ້ອນ​ພະ­ຍາດ​ດັ່ງ­ກ່າວ​ບໍ່​ຕິດ­ຕໍ່​ໃສ່​ຄົນ ແລະ ຢູ່ ນວ ກໍ​ເກີດ​ຂຶ້ນ​ພຽງ​ຟາມ​ດຽວ ເຊິ່ງ​ສາ­ມາດ​ສະ­ກັດ​ກັ້ນ​ໄດ້ ການ​ບໍ­ລິ­ໂພກ​ຊີ້ນ​ໝູ​ໃນ​ໄລ­ຍະ​ນີ້​ຫຼຸດ​ລົງ ແມ່ນ​ມີ​ຄວາມ​ຈິງ ແຕ່​ບໍ່​ແມ່ນ​ຍ້ອນ​ການ​ເກີດ​ພະ­ຍາດ​ໝູ​ອາ​ຟຣິ​ກາ ຍ້ອນ​ວ່າ​ເປັນ​ລະ­ດູ­ຝົນ​ເຊິ່ງ​ມີ​ອາ­ຫານ​ຕາມ​ທຳ​ມະ​ຊາດ​ຫຼາຍ ເຮັດ​ໃຫ້​ຄົນ​ຈຳ­ນວນ​ໜຶ່ງ​ຫັນ​ໄປ​ບໍ­ລິ­ໂພກ​ອາ­ຫານ​ທຳ​ມະ​ຊາດ​ຫຼາຍ​ຂຶ້ນ ລາ­ຄາ​ໝູ​ດິບ​ຢູ່​ໂຮງ­ງານ ຫຼຸດ​ລົງ​ຈາກ 20.000 ກີບ​ຕໍ່​ກິ​ໂລ ເປັນ 18.000 ກີບ​ຕໍ່​ກິ​ໂລ.

ສັດ­ຕະ­ວະ­ແພດ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ທີ່​ໄດ້​ເອົາ​ເລືອດ​ໝູ​ມາ​ກວດ ເກັບ​ກຳ​ສະ­ພາບ​ການ​ລ້ຽງ​ຂອງ​ຟາມ​ໃນ​ການ​ສັກ​ຢາ​ກັນ​ພະ­ຍາດ ແລະ​ອື່ນໆ​ເປັນ​ລະ­ບົບ​ແລ້ວ ຈຶ່ງ​ອະ­ນຸ­ຍາດ​ໃຫ້​ເຄື່ອນ​ຍ້າຍ​ໝູ​ເຂົ້າ​ມາ​ໂຮງ­ງານ ຕ້ອງ​ມີ​ໃບ​ເຄື່ອນ​ຍ້າຍ​ຮູ້​ແຫຼ່ງ​ທີ່​ມາ​ຂອງ​ສັດ ນອກ​ນີ້ ໂຮງ­ງານ​ຍັງ​ຕິດ­ຕາມ​ເກັບ​ກຳ​ຂໍ້​ມູນ​ການ​ສະ­ໜອງ​ຊີ້ນ​ໄປ​ຈຳ­ໜ່າຍ​ຢູ່​ແຕ່​ລະ​ແຫ່ງ ເພື່ອ​ສະ­ດວກ​ໃນ​ການ​ກວດ​ສອບ.

ການ​ພັດ­ທະ­ນາ​ໂຮງ­ງານ ແລະ ການ​ປະ­ສານ​ງານ​ກັບ​ຜູ້​ປະ­ກອບ​ການ​ຟາມ​ໝູ​ຕ່າງໆ ຈະ​ປອດ​ໄພ​ທີ່​ສຸດ​ບໍ່​ໃຫ້​ມີ​ໝູ​ທີ່​ຕິດ­ເຊື້ອ​ພະ­ຍາດ​ຕ່າງໆ ໂດຍ​ສະ­ເພາະ ໄລ­ຍະ​ທີ່​ພະ­ຍາດ​ອະ­ຫິ​ວາ​ໝູ​ອາ​ຟຣິ​ກາ​ລະ­ບາດ ເຂົ້າ​ມາ​ໂຮງ­ງານ​ຂ້າ​ສັດ​ດອນ​ດູ່​ເດັດ­ຂາດ ເຊິ່ງ​ຜູ້​ລິ​ໂພກ​ຊີ້ນ​ງົວ ຄວາຍ ແລະ ໝູ​ທີ່​ຂ້າ​ຄົວ​ຈາກ​ໂຮງ­ງານ​ຂ້າ​ສັດ​ແຫ່ງ​ນີ້ ຈົ່ງ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ປອດ​ໄພ ເນື່ອງ​ຈາກ​ມີ​ສັດ­ຕະ­ວະ­ແພດ​ມາ​ປະ­ຈຳ­ການ​ຫຸ້ມ​ຫໍ່​ສະ­ອາດ ມີ​ການ​ປ້ອງ​ກັນ​ເປັນ​ຢ່າງ​ດີ ແລະ ມີ​ຄວາມ​ເຂັ້ມ​ງວດ​ທຸກ​ຂັ້ນ​ຕອນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້