
ກະຊວງຊັບພະຍາກອນນໍ້າແຫ່ງປະເທດຈີນ ອອກໜັງສືດ່ວນ ເລື່ອງ ການລະບາຍນໍ້າຈາກ ເຂື່ອນ ຈິງຫົງ ຂອງປະເທດຈີນ ໂດຍມີເນື້ອໃນດັ່ງນີ້:

ກະຊວງ ຊັບພະຍາກອນນໍ້າ ສປ ຈີນ ພາຍໃຕ້ການຮ່ວມມື ແມ່ນໍ້າຂອງ-ລ້ານຊ້າງ (ຝ່າຍປະເທດຈີນ) ມີໜັງສືແຈ້ງການ ລົງວັນທີ 5 ສິງຫາ 2019 ເລື່ອງ ປ່ຽນແປງການລະບາຍນໍ້າຈາກເຂື່ອນຈິງຫົງ ເພື່ອບໍາລຸງຮັກສາສາຍສົ່ງໄຟຟ້າ ໂດຍໃນຊ່ວງ ວັນທີ 5-10 ສິງຫາ ລະບາຍນໍ້າ 1.100 ແມັດກ້ອນຕໍ່ວິນາທີ ແລະ ໃນຊ່ວງ ວັນທີ 11-15 ສິງຫາ 600-800 ແມັດກ້ອນຕໍ່ວິນາທີ ຫລັງຈາກນັ້ນຈະລະບາຍໃນລະດັບປົກກະຕິ.
ເຕືອນປະຊາຊົນທີ່ອາໄສຢູ່ຕາມແຄມແມ່ນໍ້າຂອງ ກຽມຮັບມືກັບການປ່ຽນແປງແບບກະທັນຫັ່ນຂອງແມ່ນໍ້າຂອງ

ຂໍ້ມູນ: ກະຊວງຊັບພະຍາກອນນໍ້າ ແຫ່ງ ສປ ຈີນ
Hits: 4