ວາງສີລາລຶກໂຄງການພັດທະນາ ສວນວັດທະນະທຳລ້ານຊ້າງ

ພິ­ທີ​ວາງ​ສີ​ລາ​ລຶກ​ໂຄງ­ການ​ພັດ­ທະ­ນາ​ສວນ​ວັດ­ທະ­ນະ­ທຳ​ລ້ານ​ຊ້າງ ບ້ານ​ດົງ​ສ້າງ​ຫີນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ມີ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ອະ​ດິດ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ບໍ່​ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ພ້ອມ​ດ້ວຍ​ອະ­ດີດ​ການ​ນຳ ຄະ­ນະ​ບໍ­ລິ­ຫານ ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຄອນ​ຄຳ ອິນ​ທະ​ວົງ ປະ­ທານ​ບໍ­ລິ­ສັດ ພັດ­ທະ­ນາ​ສວນ​ວັດ­ທະ­ນະ­ທຳ​ລ້ານ​ຊ້າງ ຈຳ­ກັດ ກ່າວ​ວ່າ:

ບໍ­ລິ­ສັດ ໂອ​ເຊຍ​ໂນ ຈຳ­ກັດ ສ້າງ­ຕັ້ງ​ປີ 2012 ໂດຍ​ມີ​ບໍ­ລິ­ສັດ​ໃນ​ເຄືອ​ທຸ­ລະ​ກິດ​ຮ່ວມ ເປັນ­ຕົ້ນ ຮັບ​ເໝົາ​ກໍ່­ສ້າງ​ເສັ້ນ­ທາງ ທ່າ­ເຮືອ ພັດ­ທະ­ນາ​ອະ­ສັງ­ຫາ­ລິ­ມະ​ຊັບ ດ້ານ​ປະ­ກັນ​ໄພ ແລະ ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່​ຮັບ​ເງິນ​ຝາກ ໄລ­ຍະ​ຜ່ານ​ມາ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ຫຼາຍ​ພາກ­ສ່ວນ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເຮັດ​ໃຫ້​ບໍ­ລິ­ສັດ​ພວກ​ເຮົາ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ເປັນ​ກ້າວໆ ແລະ ໄດ້​ປະ­ກອບ­ສ່ວນ​ທຶນ­ຮອນ​ຈຳ­ນວນ​ໜຶ່ງ​ໃນ​ການ​ສ້າງ­ສາ ພັດ­ທະ­ນາ ແລະ ຊ່ວຍ­ເຫຼືອ​ສັງ­ຄົມ ຊ່ວຍ​ພັກ ແລະ ລັດ­ຖະ­ບານ.

ໂຄງ­ການ​ພັດ­ທະ­ນາ​ສວນ​ວັດ­ທະ­ນະ­ທຳ​ລ້ານ​ຊ້າງ ແມ່ນ​ແນວ​ຄວາມ​ຄິດ​ຂອງ​ພາກ​ລັດ ແລະ ນັກ­ທຸ­ລະ­ກິດ ເວົ້າ​ສະ­ເພາະ​ກະ­ຊວງ ຖວ​ທ ຮ່ວມ​ກັບ ບໍ­ລິ­ສັດ ໂອ​ເຊຍ​ໂນ ຈຳ­ກັດ ທີ່​ຢາກ​ພັດ­ທະ­ນາ​ສະ­ຖານ­ທີ່​ແຫ່ງ​ນີ້ ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ດ້ານ​ວັດ­ທະ­ນະ­ທຳ ທຳ​ມະ​ຊາດ​ແບບ​ຍືນ​ຍົງ ສອດ­ຄ່ອງ​ກັບ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີ­ຂຽວ ແລະ ກົດ­ໝາຍ​ວ່າ​ດ້ວຍ​ການ​ສົ່ງ­ເສີມ​ການ​ລົງ­ທຶນ​ຂອງ ສປປ ລາວ ໂຄງ­ການ​ນີ້ ເປັນ​ການ​ຮ່ວມ​ທຶນ​ຂອງ​ບໍ­ລິ­ສັດ​ພາຍ​ໃນ​ກັບ​ຕ່າງ­ປະ­ເທດ ທີ່​ມີ​ປະ­ສົບ​ການ​ສູງ​ດ້ານ​ການ­ທ່ອງ­ທ່ຽວ ການ​ກໍ່­ສ້າງ​ໃນ​ອະ­ນຸ​ພາກ​ພື້ນ ມີ​ຄວາມ​ພ້ອມ​ດ້ານ​ທຶນ­ຮອນ ອຸ­ປະ­ກອນ ກົນ​ຈັກ ເຄື່ອງ­ມື​ຮັບ​ໃຊ້ ແລະ ເຕັກ­ນິກ​ວິ­ຊາ​ການ ໂດຍ​ເບື້ອງ​ຕົ້ນ​ຈະ​ລົງ­ທຶນ 80 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 694,55 ຕື້​ກີບ ໃຊ້​ເວ­ລາ​ກໍ່­ສ້າງ 9 ປີ ໂດຍ​ແບ່ງ​ເປັນ 3 ໄລ­ຍະ

ໃນ​ນີ້ ກິດ­ຈະ­ກຳ​ຫຼັກ​ປະ­ກອບ​ມີ: ເຂດ​ສວນ​ສະ­ໜຸກ ສວນ​ນ້ຳ ແລະ ສວນ​ວັດ­ທະ­ນະ­ທຳ ເຂດ​ສວນ­ພຶກ­ສາ­ສາດ ແລະ ສວນ­ສັດ ເຂດ​ບ້ານ​ຈັດ​ສັນ ແລະ ພື້ນ­ຖານ​ໂຄງ​ລ່າງ ສິ່ງ​ອຳ­ນວຍ​ຄວາມ​ສະ ດວກ​ໃນ​ໂຄງ­ການ ໃນ​ນີ້ ເບື້ອງ​ຕົ້ນ​ຈະ​ກໍ່­ສ້າງ​ສວນ​ສະ­ໜຸກ ສວນ​ນ້ຳ ໂຮງ­ແຮມ ໃຊ້​ເວ­ລາ 3 ປີ ໃຫ້​ສຳ­ເລັດ ແລະ ເປີດ​ບໍ­ລິ­ການ ຈາກ​ນັ້ນ ຈະ​ສືບ­ຕໍ່​ປະ­ຕິ­ບັດ​ກິດ­ຈະ­ກຳ​ທີ່​ຍັງ​ເຫຼືອ​ໃຫ້​ສຳ­ເລັດ.

ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຖວ​ທ ກ່າວ​ວ່າ:

ໂຄງ­ການ​ພັດ­ທະ­ນາ​ສວນ​ວັດ­ທະ­ນະ­ທຳ​ລ້ານ​ຊ້າງ ມີ​ເປົ້າ​ໝາຍ​ເພື່ອ​ພັດ­ທະ­ນາ​ເປັນ​ແຫຼ່ງ​ພັກ­ຜ່ອນ ແລະ ຮຽນ​ຮູ້​ຂອງ​ຊຸມ​ຊົນ ທັງ​ເປັນ​ການ​ອະ­ນຸ​ຮັກ​ທຳ​ມະ​ຊາດ ຄວາມ​ຫຼວງ­ຫຼາຍ​ດ້ານ​ຮີດ­ຄອງ​ປະ­ເພ­ນີ ວັດ­ທະ­ນະ­ທຳ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ເພື່ອ​ສະ­ແດງ​ໃຫ້​ເຫັນ​ປະ­ຫວັດ­ສາດ​ອັນ​ຍາວ​ນານ ແລະ ຄວາມ​ອຸ­ດົມ​ຮັ່ງ­ມີ​ໃນ​ຄວາມ​ຫຼວງ­ຫຼາຍ ດ້ານ​ມູນ­ເຊື້ອ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ​ລາວ.

ຫາກ​ໂຄງ­ການ​ນີ້​ສ້າງ​ສຳ­ເລັດ ນວ ກໍ​ຄື ສປປ ລາວ ຈະ​ມີ​ສວນ​ສະ­ໜຸກ​ທີ່​ໄດ້​ມາດ­ຕະ­ຖານ​ຂອງ​ພາກ​ພື້ນ ແລະ ສາ­ກົນ ຂ້າ­ພະ­ເຈົ້າ​ຮຽກ­ຮ້ອງ​ໃຫ້​ຜູ້​ຮັບ​ເໝົາ ຮ່ວມ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ປະ­ຕິ­ບັດ​ໂຄງ­ການ​ນີ້​ໃຫ້​ຖືກ­ຕ້ອງ ແລະ ຮັກ­ສາ​ມູນ­ເຊື້ອ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ ຂອງ​ເຜົ່າ ຄຽງ​ຄູ່​ກັບ​ການ​ນຳ​ສິ່ງ​ໃໝ່ໆ​ຂອງ​ໂລກ​ມາ​ນຳ​ໃຊ້ ເພື່ອ​ໃຫ້​ສວນ​ແຫ່ງ​ນີ້​ເປັນ​ແຫຼ່ງ​ຄວາມ​ງາມ ມ່ວນ­ຊື່ນ ແລະ ສີ­ວິ­ໄລ ເປັນ​ມໍ­ລະ­ດົກ​ໃຫ້​ຮຸ່ນ​ລູກ​ຫຼານ​ໄດ້​ຊົມ­ໃຊ້​ຕະ­ຫຼອດ​ໄປ ແລະ ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໂດດ​ເດັ່ນ​ຂອງ ສປປ ລາວ ເພື່ອ​ຕ້ອນ­ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,