ເສດຖະກິດລາວຂະຫຍາຍຕົວດີ ຢູ່ລະດັບ 6,5% ຮັກສາໄດ້ສະຖຽນລະພາບ

ທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ໄດ້​ຈັດ​ເຜີຍ­ແຜ່​ບົດ​ລາຍ​ງານ​ດ້ານ​ເສດ­ຖະ­ກິດ ໃນ ສປປ ລາວ ​ເຜີຍ­ແຜ່​ໂດຍ​ທ່ານ ນິ​ໂຄ​ລາ ພອນ​ທາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ​ປະ­ຈຳ​ລາວ ພ້ອມ​ຄະ­ນະ ໄດ້​ໃຫ້​ຮູ້​ວ່າ:

ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ຂອງ ສປປ ລາວ ຄາດ​ວ່າ​ຈະ​ກັບ​ມາ​ຟື້ນ​ຕົວ​ໃນ​ອັດ­ຕາ 6,5% ໃນ​ປີ 2019 ເພີ່ມ​ຈາກ 6,3% ໃນ​ປີ 2018 ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ນີ້ ຄາດ​ວ່າ​ຈະ​ຖືກ​ຂັບ​ເຄື່ອນ​ໂດຍ​ຂະ­ແໜງ­ການ​ກໍ່­ສ້າງ ຈາກ​ການ​ລົງ­ທຶນ​ໃສ່​ໂຄງ­ການ​ກໍ່­ສ້າງ​ໂຄງ​ລ່າງ​ຂະ­ໜາດ​ໃຫຍ່ ແລະ ຂະ­ແໜງ​ບໍ­ລິ­ການ​ທີ່​ຍັງ​ຈະ​ສືບ­ຕໍ່​ຂະ­ຫຍາຍ­ຕົວ ເປັນ­ຕົ້ນ ແມ່ນ​ການ​ຄ້າ­ຂາຍ​ຍົກ ແລະ ຂາຍ­ຍ່ອຍ ຕໍ່​ກັບ​ສະ­ພາບ​ຄວາມ​ຫຍຸ້ງ­ຍາກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ລັດ­ຖະ­ບານ​ແຫ່ງ ສປປ ລາວ ຍັງ​ຄົງ​ສືບ­ຕໍ່​ດຳ­ເນີນ​ນະ­ໂຍ­ບາຍ​ຮັດ­ກຸມ​ທາງ​ດ້ານ​ການ​ເງິນ​ງົບ­ປະ­ມານ ດ້ວຍ​ການ​ຮັດ­ກຸມ​ທາງ​ດ້ານ​ລາຍ​ຈ່າຍ ແລະ ປັບ­ປຸງ​ທາງ​ດ້ານ​ການ​ບໍ­ລິ­ຫານ​ຈັດ​ເກັບ​ລາຍ​ຮັບ.

World Bank, Trade Development

ນະ­ໂຍ­ບາຍ​ຮັດ­ກຸມ​ທາງ​ດ້ານ​ການ​ເງິນ ຄາດ​ວ່າ​ຈະ​ສົ່ງ​ຜົນ​ໃຫ້­ການ​ຂາດ​ດຸນ​ງົບ­ປະ­ມານ​ຫຼຸດ​ລົງ​ຢູ່​ໃນ​ລະ­ດັບ 4,3% ຂອງ GDP ໃນ​ປີ 2019 ຫຼຸດ​ຈາກ 4,4% ໃນ​ປີ 2018 ເນື່ອງ​ຈາກ​ມີ​ການ​ຄວບ​ຄຸມ​ລາຍ​ຈ່າຍ​ທາງ​ດ້ານ​ເງິນ­ເດືອນ ແລະ ລາຍ​ຈ່າຍ​ດ້ານ​ການ​ລົງ­ທຶນ​ຢ່າງ​ຮັດ­ກຸມ​ຂຶ້ນ​ກວ່າ​ເກົ່າ ສິ່ງ​ດັ່ງ­ກ່າວ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ລາຍ​ຈ່າຍ​ພາກ​ລັດ​ຢູ່​ໃນ​ລະ­ດັບ​ຄົງ​ທີ່ ປະ­ມານ 20% ຂອງ GDP ລາຍ​ຮັບ​ຕໍ່ GDP ຄາດ​ວ່າ​ຈະ​ດີ​ຂຶ້ນ​ເລັກ​ນ້ອຍ​ໃນ​ປີ 2019 ເນື່ອງ​ຈາກ​ຜົນ​ຂອງ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ຍົກ​ລະ­ດັບ ການ​ບໍ­ລິ­ຫານ​ດ້ານ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ກອບ​ນິ­ຕິ​ກຳ​ທີ່​ເຂັ້ມ­ແຂງ​ກວ່າ​ເກົ່າ ແລະ ໃນ­ຕໍ່­ໜ້າ​ໜີ້​ສິນ​ສາ­ທາ­ລະ­ນະ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ຈາກ 57,2% ຂອງ GDP ໃນ​ປີ 2018 ມາ​ເປັນ 55,5% ຂອງ GDP ໃນ​ປີ 2021 ແຕ່​ການ​ຄາດ​ຄະ­ເນ​ຮອດ​ປີ 2021 ນີ້ ອາດ​ຕ້ອງ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ຄວາມ​ສ່ຽງ​ທີ່​ເພີ່ມ​ຂຶ້ນ​ໃນ​ອະ­ນາ­ຄົດ

ທ່ານ ນິ​ໂຄ​ລາ ພອນ​ທາ​ຣາ ໄດ້​ກ່າວ​ຕື່ມ​ອີ​ກວ່າ:

ການ​ເພີ່ມ​ຄວາມ​ເຂັ້ມ­ແຂງ​ໃນ​ວຽກ​ງານ​ຈັດ​ເກັບ​ລາຍ​ຮັບ​ເປັນ​ສິ່ງ​ຈຳ­ເປັນ ເພື່ອ​ສ້າງ​ຄວາມ​ຄ່ອງ​ຕົວ​ດ້ານ​ນະ­ໂຍ­ບາຍ​ການ​ເງິນ​ງົບ­ປະ­ມານ ແລະ ຫຼຸດ­ຜ່ອນ​ບັນ­ຫາ​ທາງ​ດ້ານ​ໜີ້​ສິນ​ສາ­ທາ­ລະ­ນະ​ໃນ­ຕໍ່­ໜ້າ ສິ່ງ​ສຳ­ຄັນ​ແມ່ນ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ການ​ດຳ­ເນີນ​ທຸ­ລະ​ກິດ​ເພື່ອ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ພາກ​ເອ­ກະ​ຊົນ ລວມ​ທັງ​ການ​ຂະ­ຫຍາຍ­ຕົວ​ຂອງ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ມາດ​ຕະ­ການ​ເຫຼົ່າ​ນີ້ ສາ­ມາດ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮັກ­ສາ​ສະ­ພາບ​ເສດ­ຖະ­ກິດ​ມະ­ຫາ​ພາກ ໃຫ້​ມີ​ສະ­ຖຽນ​ລະ​ພາບ ສົ່ງ­ເສີມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ແລະ ຄວາມ​ບໍ່​ສະ­ເໝີ­ພາບ​ລົງ​ໄດ້.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,