Friday, July 11, 2025
Kbank Laos โอน รับ จ่าย

5 ສຸດຍອດຂໍ້ອ້າງ ຂອງຄົນລົ້ມເຫລວ

ພາບປະກອບ

1.ບໍ່ມີເງິນ..
ບໍ່ມີເງີນ ບໍ່ແມ່ນປະໂຫຍກຄຳຖາມ ເພາະສະນັ້ນ ເຈົ້າບໍ່ມີວັນແລ່ນຫາຄຳຕອບໄດ້ດອກ…ສິ່ງທີ່ເຈົ້າຄວນຈະຖາມຕົວເອງຄື “ເຮົາຈະຫາເງີນຈາກຊ່ອງທາງໃດໄດ້?”

2.ບໍ່ມີເວລາ..
ບໍ່ມີໃຜສົນໃຈດອກ ວ່າເຈົ້າຈະໃຊ້ເວລາໄປກັບເລື່ອງຫຍັງ ຄົນອື່ນເບີ່ງແຕ່ຜົນລັບຂອງເຈົ້າເທົ່ານັ້ນ…ຖ້າເຈົ້າບໍລິຫານເວລາໄດ້ບໍ່ດີພໍ ຜົນລັບຊີວິດຂອງເຈົ້າມັນກໍຕອບດ້ວຍຕົວຂອງມັນເອງຢູ່ແລ້ວ

ພາບປະກອບ

3.ເຮັດບໍ່ເປັນ..
ທຸກຄົນມີເທື່ອທໍາອິດກັນທັງນັ້ນ ເຮັດບໍ່ເປັນ ບໍ່ໄດ້ແປວ່າ ເຮັດບໍ່ໄດ້…ຖ້າຢາກເຫັນຄວາມສາມາດຂອງຕົວເອງຢ່າງທີ່ບໍ່ເຄີຍເຫັນມາກ່ອນ ກໍລອງຕັ້ງຄຳຖາມເບິ່ງວ່າ “ຕ້ອງເຮັດຢ່າງໃດ?”

4.ບໍ່ໄດ້ຮຽນມາທາງນີ້..
ຄວາມຮູ້ ບໍ່ໄດ້ສີ້ນສຸດແຕ່ໃນຮົ້ວມະຫາໄລ ໃບປະລິນຍາບໍ່ໄດ້ກາຣັນຕີອະນາຄົດ ຖ້າເຈົ້າເລືອກທີ່ຈະຢຸດຮຽນ ກໍຫ້າມຈົ່ມເຖິງເລື່ອງຄວາມກ້າວໜ້າ ເພາະມັນຈະບໍ່ມີມື້ເກີດຂຶ້ນ

5.ຍັງບໍ່ພ້ອມ..
ສ່ວນໃຫຍ່ຂອງຄົນເວົ້າແບບນີ້ຄື “ຂີ້ຄ້ານເຮັດ” ສີ່ງທີ່ບໍ່ພ້ອມ ຖ້າລໍຖ້າຈົນພ້ອມຄົງບໍ່ຕ້ອງເຮັດ ຄົນປະສົບຄວາມສຳເລັດເມື່ອເຫັນໂອກາດ ມັກເລີ່ມເຮັດມັນດ້ວຍຄວາມບໍ່ພ້ອມ

ພາບປະກອບ

ບໍ່ມີເສດຖີຄົນໃດລ້ຳລວຍຈາກການ “ປະຢັດລາຍຈ່າຍ”
ແຕ່ເຂົາລວຍຈາກການ “ສ້າງລາຍໄດ້”

ບໍ່ມີເສດຖີຄົນໃດລ້ຳລວຍຈາກການ “ເຮັດວຽກງ່າຍ”
ແຕ່ເຂົາລວຍຈາກການ “ເຮັດວຽກຍາກ”

ບໍ່ມີເສດຖີຄົນໃດລ້ຳລວຍຈາກການ “ເຮັດວຽກໜັກ”
ແຕ່ເຂົາລວຍຈາກການ “ເຮັດວຽກສະຫຼາດ”

ບໍ່ມີເສດຖີຄົນໃດລ້ຳລວຍຈາກການ “ຄິດຫຼາຍ”
ແຕ່ເຂົາລວຍຈາກການ “ຄິດເປັນ”

ບໍ່ມີເສດຖີຄົນໃດລ້ຳລວຍຈາກການ “ຂາຍແຮງງານ”
ແຕ່ເຂົາລວຍຈາກການ “ຂາຍໄອເດຍ”

ບໍ່ມີເສດຖີຄົນໃດລ້ຳລວຍຈາກການ “ປະຕິເສດໂອກາດ
ແຕ່ເຂົາລວຍຈາກການ “ຊອກຫາໂອກາດ”…

ແຫຼ່ງຂໍ້ມູນ: ຄວາມຮູ້ນອກໂຮງຮຽນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.