ປະຫວັດພະທາດດຳ ຫຼື ທາດຄຳ ຮູພະຍານາກແຫ່ງອານາຈັກລາວລ້ານຊ້າງ

ທາດດໍາຕັ້ງຢູ່ໃຈກາງເມືອງວຽງຈັນ ຕາມຕໍານານທີ່ເລົ່າສືບທອດກັນມາ ສະໄໝກ່ອນພະທາດນີ້ເຄີຍເປັນທາງເຂົ້າອອກເມືອງບາດານຂອງພະຍານາກ 7 ຫົວ ທີ່ຊ່ວຍຄຸ້ມຄອງປົກປັກຮັກສາເມືອງວຽງຈັນໃຫ້ພົ້ນຈາກການໂຈມຕີຂອງສະຫຍາມ ແຕ່ລາຊະການທີ 1 ໄດ້ໃຫ້ທະຫານສ້າງທາດປິດທາງອອກພະຍານາກໄວ້ເຮັດໃຫ້ພະຍານາກອອກມາຊ່ວຍຊາວວຽງຈັນບໍ່ໄດ້ ສະຫຍາມຈຶ່ງມາຮຸກຮານລາວ ແລະນີ້ຄືພາບທາດດໍາໃນປັດຈຸບັນ

ທາດດໍາ ເປັນສະຖານທີ່ຍັງທີບໍ່ທັນຄົ້ນພົບຄວາມເປັນມາທີ່ແນ່ນອນ ຮູ້ແຕ່ວ່າໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ 16 ແລະ ໃນເວລານັ້ນທາດນີ້ ເພິ່ນເອີ້ນວ່າ “ທາດຄໍາ” ຍ້ອນວ່າມັນຖືກໂອບດ້ວຍຄໍາ, ຕໍ່ມາສະຫຍາມໄດ້ເຂົ້າມາຮຸກຮານວຽງຈັນໃນປີ 1828 ແລ້ວໄດ້ຂູດເອົາຄໍານັ້ນອອກຈາກໂຕທາດ ແລະ ບາງຄົນເຊື່ອວ່າສ້າງຂຶ້ນຍ້ອນສະຫຍາມໄດ້ຕົວະຄົນວຽງຈັນວ່າ:

ພະຍານາກເປັນສິ່ງທີ່ເຮັດໃຫ້ຄົນວຽງຈັນຫຼົ້ມຕາຍເປັນຈໍານວນຫຼາຍ ເຮັດໃຫ້ຄົນວຽງຈັນໄດ້ສ້າງທາດດໍານີ້ຂຶ້ນເພື່ອຕັນຮູຂອງພະຍານາກບໍ່ໃຫ້ຂຶ້ນມາອີກ ທັງທີ່ພະຍານາກແມ່ນຂຶ້ນມາຊ່ວຍເມືອງວຽງຈັນຈາກການຮຸກຮານຂອງສະຫຍາມ.

ສ່ວນລັກສະນະທາດດໍາສັນນິຖານວ່າ ມີຮູບແບບຄືກັບລະຄັງ 8 ຫຼ່ຽມ ແລະ ມີທາດນ້ອຍອ້ອມຂ້າງ ທາດດໍາ ເຊິ່ງມີລັກສະນະຮູບແບບຖານຄ້າຍຄືກັບທາດຂອງສະຫຍາມ ແລະ ລ້ານນາທີ່ນິຍົມສ້າງ ເນື່ອງຈາກຖານຂອງທາດເປັນ 8 ຫຼ່ຽມຄືກັນ ສ່ວນຕົວທາດທີ່ເປັນລະຄັງ ສະນັ້ນຖານທາດ 8 ຫຼ່ຽມໃນສະໄໝລ້ານຊ້າງເຊື່ອວ່າຊ່າງລ້ານຊ້າງຈະເປັນຄົນປະດິດຂຶ້ນ ແລະ ຄາດວ່າຈະເປັນການສືບຕໍ່ຈາກທາດລະຄັງ 4 ຫຼ່ຽມ ເພາະມີລັກສະນະຄືກັນ ແຕ່ມີການລົບມູມໃຫ້ເຫັນຫຼາຍຫຼ່ຽມເຮັດໃຫ້ຕົວທາດຈະຄ້າຍຄືກັບດອກບົວ.

ປັດຈຸບັນ ທາດດໍາເປັນໜຶ່ງໃນວັດຖຸບູຮານທີ່ຍັງຄົງສະພາບຫຼົງເຫຼືອໂດຍບໍ່ຖືກທໍາລາຍ ຈາກການຍຶດຄອງຂອງພວກສະຫຍາມໃນສະຕະວັດທີ 16, ແລະ ກາຍເປັນສວນສາຖາລະນະ ທີ່ຕັ້ງຢູ່ໃຈວຽງຈັນ ຊຶ່ງຕົວທາດຍັງຄົງຄວາມເກົ່າຄືເກົ່າ.

ທາດດໍາຕັ້ງຢູ່ໃຈກາງເມືອງ ບ້ານສີສະເກດ ເມືອງຈັນທະບູລີ ຕັ້ງຫ່າງຈາກຈຸດສູນກາງເມືອງ ປະມານ 0,5 ກິໂລແມັດ ມີບັນຍາກາດງຽບສະຫງົບ ແລະ ສົດຊື່ນດີເໜາະແກ່ການແວ່ນັ່ງພັກຜ່ອນ.

ແຫຼ່ຂໍ້ມູນ: THATDAM.BLOGSPOT

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,