
ໝາກອຶ ແມ່ນພືດຊະນິດໜຶ່ງ ໃຊ້ເຮັດໄດ້ທັງອາຫານຄາວ ແລະອາຫານກິນຫຼິ້ນໄດ້ນຳ. ປົກກະຕິໝາກອຶເມື່ອແກ່ຫລາຍໆ ແມ່ນຈະມີສີເຫຼືອງອົມສົ້ມ. ສາມາດປູກໄດ້ທົ່ວໄປທັງໃນຂົງເຂດຮ້ອນ ແລະ ເຂດໜາວ. ໃນທາງພຶກສາສາດ ໝາກອຶຈັດຢູ່ໃນສະກຸນ Cucurbita ວົງ Cucurbitaceae ແມ່ນພືດທີ່ມີຖິ່ນກຳເນີດໃນທະວີບອາເມລິກາ.

ໝາກອຶ ໂດຍທົ່ວໄປແມ່ນຮູບຊົງກົມແປ້ນ ຜິວຂຸຂະເລັກນ້ອຍ. ເມື່ອຍັງດິບເນື້ອຄ່ອນຂ້າງແຂງ. ໝາກອຶແບ່ງເປັນຕະກູນຫຼັກສອງຕະກູນແມ່ນ ຕະກູນໝາກອຶອາເມລິກາ (pumpkin) ຂະໜາດລູກໃຫຍ່ ເນື້ອອ່ອນ ກັບຕະກູນໂປຕີລົງ (potiron) ໄດ້ແກ່ໝາກອຶລາວ ແລະ.ໝາກອຶຍີ່ປຸ່ນ.

ໝາກອຶນຳມາແຕ່ງກິນໄດ້ຫຼາຍຢ່າງ ເປັນຕົ້ນແມ່ນ: ໝາກອຶ ຕົ້ມ ແກງ ກິນກັບແຈ່ວ ນ້ຳໝາກອຶຄັ້ນສົດ. ຍອດໝາກອຶສະມາເອົາມາລວກ ຫຼື ຂົ່ວກິນໄດ້. ນອກຈາກນີ້ຢູ່ບ້ານເຮົາຍັງນິຍົມເອົາໄປເຮັດນໍ້າຫວານໝາກອື, ບວດໝາກອື, ແລະ ທອດໝາກຶໄດ້ອີກດ້ວຍ

10 ຄຸນປະໂຫຍດຂອງໝາກອຶ
- ໝາກອຶ ມີສີເຫຼືອງ ອອກສົ້ມ ທີ່ຊ່ວຍບໍາລຸງ ແລະ ຮັກສາສາຍຕາ
- ມີສານຕ້ານ ອະນິມູນອິດສະຫຼະ ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັ່ງ
- ບໍາລຸງຜິວ ເຮັດໃຫ້ຜິດສົດໃສ່ ຫຼຸດຜ່ອນການຫຽວຂອງຜິວໜັງ
- ເສີມສ້າງລະບົບພູມຄຸມກັນໃນຮ່າງກາຍ
- ຫຼຸດລະດັບນໍ້າຕານໃນເລືອດ ຄວບຄຸມນໍ້າຕານໃນເລືອດ ປ້ອງກັນພະຍາດເບົາຫວານ
- ໄຂມັນນ້ອຍ ນໍ້າຕານນ້ອຍ ໃຍອາຫານສູງ ພະລັງງານຕໍ່າ ຈຶ່ງເໜາະສົມສຳລັບຜູ້ທີ່ກຳລັງຫຼຸດນໍ້າໜັກ
- ປ້ອງກັນພະຍາດຫລອດເລືອດ ແລະ ຫົວໃຈ
- ຊ່ວຍຟື້ນຟູກ້າມເນື້ອ ຫລັງຈາກ ອອກກຳລັງກາຍ
- ປ້ອງກັນ ການເປັນພະຍາດໜີ້ວ
ແຫຼ່ງຂໍ້ມູນ: Wikipedia, Phakhaolaos
Hits: 75