ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫໍສະໝຸດແຫ່ງຊາດ ໄດ້ສ້າງຕັ້ງຂື້ນ ແລະ ບໍລິການ ດ້ານວິຊາຄວາມຮູ້ສາລະຄະດີ ແລະ ຂ່າວສານ ໜັງສືພິມ ໃນປີ 1956 ເປັນຕົ້ນມາ ໂດຍຂື້ນກັບກົມສີລະປະກອນ ກະຊວງສຶກສາ ກິລາ ແລະ ເຍົາວະຊົນ. ຕໍ່ມາໃນປີ 1975 ປະເທດຊາດໄດ້ຮັບການສະຖາປານາເປັນ ສປປ ລາວ ຫໍສະໝຸດແຫ່ງຊາດໄດ້ປ່ຽນຊື່ມາເປັນ  ກົມພິພິທະພັນ ແລະ ຫໍສະໝຸດ ຕົກມາຮອດປີ 1983 ລັດຖະບານໄດ້ຕົກລົງ ໃຫ້ພິພິທະພັນ ແລະ ຫໍສະໝຸດແຫ່ງຊາດ ມາຂື້ນກັບກະຊວງວັດທະນະທໍາ ໂດຍ ແບ່ງອອກເປັນ 2 ພາກສ່ວນດັ່ງນີ້: ກົມພິພິທະພັນ ວັດຖຸບູຮານ ແລະ ກົມວັດທະນະທໍາ ມະຫາຊົນ. ສ່ວນຫໍສະໝຸດແຫ່ງຊາດແມ່ນຂື້ນກັບ ກົມວັດທະນະທໍາ ມະຫາຊົນ

ປັດຈຸບັນ ຫໍສະໝຸດແຫ່ງຊາດແມ່ນຕັ້ງຢູ່ ບ້ານ ສີວິໄລ  ເມືອງໄຊທານີ ນະຄອນຫຼວງວຽງຈັນ ອາຄານຫໍສະໝຸດແມ່ນມີ 4 ຊັ້ນ. ເປັນຕືກທີ່ ສະອາດງາມຕາ ມີໂຊນໃຫ້ເດັກນ້ອຍ ໄດ້ອ່ານປຶ້ມກາຕູນ ປື້ມຄວາມຮູ້ຮອບຕົວຕ່າງໆ ທີ່ຮວບຮວມຈາກຫຼາຍປະເທດທົ່ວໂລກ. ນອກຈາກນີ້ ຍັງມີປຶ້ມວິຊາການ ຫຼາກຫຼາຍສາຂາ ທັງແບບ ທີ່ເປັນພາສາລາວ, ໄທ, ອັງກິດ, ຈີນ, ຫວຽດນາມ ໄວ້ຄອຍໄວ້ໃຫ້ບໍລິການນອກຈາກນີ້ ຍັງມີຫ້ອງໃຫ້ໃຊ້ ຄອມພີວເຕີ ແລະ ອິນເຕີເນັດຟຮີ  

ຫໍສະມຸດແຫ່ງຊາດ ເປີດທຸກມື້ ຕັ້ງແຕ່ 09:00-16:00

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 70

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້