Friday, April 18, 2025

ມຊ ຈັດຝຶກອົບຮົມ ການສຶກສາພິເສດ ໃຫ້ແກ່ ຄູ-ອາຈານ ໃນ ສປປ ລາວ

ມະຫາວິທະຍາໄລແຫ່ງຊາດໄດ້ ຈັດຝຶກອົບຮົມ ການສຶກສາພິເສດ ໃຫ້ແກ່ ຄູ-ອາຈານ ໃນ ສປປ ລາວ, ຂຶ້ນທີ່ຫ້ອງປະຊຸມ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ນາງ ຊາມາ ໂຈບລິມ ຜູ້ອໍານວຍການສູນຊີແມວເຊັນ (SEAMEO SEN) ປະຈໍາປະເທດມາເລເຊຍ, ທ່ານ ຮສ. ປອ. ນາງ ສຸລິນທອນ ສັກລໍຄໍາ ຜູ້ອໍານວຍການ ສູນຊີແມວ ຊີອີດີ(SEAMEO CED) ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກພະແນກສຶກສານະຄອນຫຼວງວຽງຈັນ, ສະມາຄົມຄົນພິການແຫ່ງຊາດ ພ້ອມດ້ວຍ ພະນັກງານ, ຄູ-ອາຈານ ອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

ຈຸດປະສົງ ຂອງການຝຶກອົບຮົມຄັ້ງນີ້,  ກໍເພື່ອແນໃສ່ປະຕິບັດນະໂຍບາຍການສຶກສາ ກໍຄືໃຫ້ທຸກຄົນໄດ້ສຶກສາຮໍ່າຮຽນຮ່ວມກັນ ໂດຍສະເພາະແມ່ນ ນັກຮຽນຜູ້ທີ່ພິການທາງສາຍຕາ, ທາງດ້ານການຮັບຟັງ ແລະກຸ່ມເດັກນ້ອຍພິເສດ, ເພື່ອສ້າງໃຫ້ຄູ-ອາຈານການເປັນຄູຝຶກທີ່ ມີຄວາມເຂັ້ມແຂງ, ຮຽນຮູ້ວິທີການສິດສອນໜັງສື ໃຫ້ແກ່ຄົນພິການຢ່າງທົ່ວເຖິງ ແລະສາມາດຖ່າຍທອດຄວາມຮູ້ໃຫ້ແກ່ຄູ-ອາຈານທີ່ບໍ່ໄດ້ຜ່ານການຝຶກອົບຮົມໃຫ້ມີຄວາມຊໍານານໃນການສິດສອນໜັງສື ໃຫ້ແກ່ຄົນພິການ.

ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ຜ່ານ ຄວາມຮູ້ເບື້ອງຕົ້ນກ່ຽວກັບຜູ້ທີ່ມີຄວາມບົກຜ່ອງທາງສາຍ ຕາ, ຜູ້ທີ່ມີຄວາມບົກຜ່ອງໃນຟັງ ແລະເດັກພິເສດ ອໍທິສຕິກ, ການວັດ, ການປະເມີນຜົນ ແລະສາເຫດທີ່ພາໃຫ້ເກີດຄວາມບົກຜ່ອງທາງດ້ານສາຍຕາ, ທາງດ້ານຫູຟັງ; ການຝຶກອົບຮົມແມ່ນດໍາເນີນເປັນເວລາ 3 ວັນຈິ່ງຈະໄດ້ປິດລົງ.

ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.