Monday, April 21, 2025

ຮອງເຈົ້າຄອງ ເນັ້ນໃຫ້ຂະແໜງກະສິກຳເອົາໃຈໃສ່ຫຼາຍບັນຫາ

ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ກັບ​ຄະ­ນະ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ຖືກ​ຕ້ອນ­ຮັບ​ໂດຍ​ທ່ານ ຫຼ້າ​ສາຍ ນວນ​ທາ​ສິງ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ພ້ອມ​ດ້ວຍ​ຄະ­ນະ​ພະ​ແນກ ຫົວ­ໜ້າ​ຂະ­ແໜງ ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ.

ພາບປະກອບ
ການ​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຄັ້ງ​ນີ້ ທ່ານ​ຮອງ​ເຈົ້າ​ຄອງ ນວ ໄດ້​ຮັບ​ຟັງ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ​ທະ ນາ​ກະ­ສິ­ກຳ-ປ່າ­ໄມ້ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ແຜນ​ງົບ­ປະ­ມານ 6 ເດືອນ​ຕົ້ນ​ປີ ແລະ 6 ເດືອນ​ທ້າຍ​ປີ 2019 ຂໍ້​ສະ­ດວກ ຂໍ້​ຫຍຸ້ງ­ຍາກ ແລະ ການ​ສະ­ເໜີ​ໃຫ້­ການ​ນຳ ນວ ແກ້​ໄຂ​ໃນ­ຕໍ່­ໜ້າ ຈາກ​ທ່ານ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ເຫັນ​ວ່າ: 
ພາບປະກອບ
ໃນ 6 ເດືອນ​ຕົ້ນ​ປີ 2019 ການ​ປັກ​ດຳ​ເຂົ້າ­ນາ­ແຊງ​ປີ 2019 ປະ­ຕິ­ບັດ​ໄດ້ 14.231 ເຮັກ­ຕາ ເນື້ອ­ທີ່​ເກັບ​ກ່ຽວ 14.221 ເຮັກ­ຕາ ໄດ້​ເຂົ້າ 66.705 ໂຕນ ເທົ່າ​ກັບ 20,8% ຂອງ​ແຜນ­ການ​ປີ ປັກ​ດຳ​ເຂົ້າ­ນາ​ປີ 2019 ມາ​ຮອດ​ປັດ­ຈຸ­ບັນ​ສຳ­ເລັດ 45.800 ເຮັກ­ຕາ ເທົ່າ​ກັບ 86% ຂອງ​ແຜນ­ການ​ປີ 52.373 ເຮັກ­ຕາ ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ທ້າຍ​ເດືອນ​ສິງ­ຫາ​ນີ້ ການ​ຜະ­ລິດ​ພືດ​ຜັກ​ປະ­ຕິ­ບັດ​ໄດ້ 77.654 ໂຕນ ເທົ່າ​ກັບ 68,29 ເຮັກ­ຕາ ຂອງ​ແຜນ­ການ​ໝົດ​ປີ 113.699 ໂຕນ ຜະ­ລິດ​ໝາກ​ໄມ້​ສົດ​ໄດ້ 11.048 ໂຕນ ເທົ່າ​ກັບ 88,7% ຂອງ​ແຜນ­ການ​ໝົດ​ປີ 12.455 ໂຕນ ປູກ​ພືດ​ອຸດ­ສາ­ຫະ­ກຳ​ໄດ້ 1.717 ເຮັກ­ຕາ ລື່ນ​ແຜນ­ການ 5,02% ຜົນ​ຜະ­ລິດ​ລວມ 22.166 ໂຕນ ການ​ຜະ­ລິດ​ທາດ​ຊີ້ນ ໄຂ່ ແລະ ປາ ປະ­ຕິ­ບັດ​ໄດ້ 30.394 ໂຕນ ເທົ່າ​ກັບ 46,7% ຂອງ​ແຜນ­ການ​ປີ ສ່ວນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ປະ­ຕິ­ບັດ​ໄດ້ 8 ໂຄງ­ການ.
ພາບປະກອບ
ເດັ່ນ​ກວ່າ​ໝູ່​ແມ່ນ​ໂຄງ­ການ​ປູກ​ພືດ​ຜັກ​ອິນ​ຊີ​ສາ­ມາດ​ຜະ­ລິດ​ໄດ້ 3.000 ໂຕນ ແລະ ໂຄງ­ການ​ລ້ຽງ​ໝູ​ເປັນ​ສິນ­ຄ້າ​ໄດ້​ສົ່ງ​ໝູ​ໄປ​ຕ່າງ​ແຂວງ 7.801 ໂຕ ມູນ​ຄ່າ 14 ຕື້​ກີບ ໂຄງ­ການ​ລ້ຽງ​ໄກ່​ພັນ​ໄຂ່​ສາ­ມາດ​ຕອບ​ສະ­ໜອງ​ພາຍ​ໃນ ນວ ໄດ້​ຢ່າງ​ພຽງ­ພໍ ແລະ ສົ່ງ​ອອກ​ໄປ​ຕ່າງ​ແຂວງ​ໄດ້ 689 ໂຕນ ມູນ​ຄ່າ 8,2 ຕື້​ກີບ ໂຄງ­ການ​ລ້ຽງ​ປາ ແລະ ສັດ​ນ້ຳ​ເປັນ​ສິນ­ຄ້າ​ສາ­ມາດ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ປາ​ນິນ​ໃຫ້ ນວ ໄດ້​ໂດຍ​ພື້ນ­ຖານ ແລະ ສົ່ງ​ອອກ​ໄປ​ຕ່າງ​ແຂວງ​ໄດ້ 10 ໂຕນ​ຕໍ່​ວັນ ເທົ່າ​ກັບ 1.820 ໂຕນ​ຕໍ່​ປີ ລວມ​ມູນ​ຄ່າ 32,7 ຕື້​ກີບ ໂຄງ­ການ​ປູກ​ສາ­ລີ​ໄດ້ 40,83% ຂອງ​ແຜນ­ການ.

ນອກ​ນີ້ ກໍ​ຍັງ​ມີ​ວຽກ​ງານ​ອື່ນໆ​ທີ່​ພົ້ນ​ເດັ່ນ ເປັນ­ຕົ້ນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 15/ນຍ ການ​ປູກ​ໄມ້​ປົກ​ຫຸ້ມ​ສີ­ຂຽວ​ໃຫ້​ໄດ້ 70% ຮອດ​ປີ 2020 ການ​ຫຼຸດ­ຜ່ອນ​ແຮງ​ງານ​ຊາວ­ນາ​ລົງ 10% ຕໍ່​ປີ ການ​ຄຸ້ມ​ຄອງ​ທີ່​ດິນ​ກະ­ສິ­ກຳ ການ​ປັບ­ປຸງ​ສູນ​ສະ­ຖາ­ນີ ການ​ສົ່ງ­ເສີມ​ບໍ­ລິ­ການ​ວິ­ຊາ​ການ ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຈັດ​ສັນ​ພູມ­ລຳ­ເນົາ ສ່ວນ​ບັນ­ຫາ​ຂໍ້​ຫຍຸ້ງ­ຍາກ​ແມ່ນ​ບັນ­ຫາ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ຜະ­ລິດ​ຕະ​ພັນ​ພືດ ແລະ ສັດ.

ຕອນ​ທ້າຍ ທ່ານ​ຮອງ​ເຈົ້າ​ຄອງ ນວ ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ໃຫ້​ຄະ­ນະ​ພະ​ແນກ ຫົວ­ໜ້າ​ຂະ­ແໜງ ແລະ ຫົວ­ໜ້າ​ຫ້ອງ­ການ ພ້ອມ​ກັນ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ດ້ານ​ດີ ແລະ ແກ້​ໄຂ​ຈຸດ​ຄົງ​ຄ້າງ​ໃນ​ໄລ­ຍະ​ຜ່ານ​ມາ ເປັນ­ຕົ້ນ ວຽກ​ປັບ­ປຸງ​ສະ­ຖາ­ນີ ແລະ ສູນ​ກະ­ສິ­ກຳ​ທີ່​ເປັນ​ວຽກ​ຈຳ­ເປັນ ຍ້ອນ​ປັດ­ຈຸ­ບັນ​ຊາວ​ກະ­ສິ­ກອນ​ຍັງ​ບໍ່​ທັນ​ມີ​ຜູ້­ນຳ​ພາ​ເຮັດ​ວຽກ​ນີ້.

ຜ່ານ​ມາ​ອາ​ໃສ​ພະ­ນັກງານ​ຂະ­ແໜງ​ກະ­ສິ­ກຳ ແລະ ປ່າ­ໄມ້​ຍັງ​ບໍ່​ພຽງ­ພໍ ຕ້ອງ​ຈັດ​ເຝິກ­ອົບ­ຮົມ​ໃຫ້​ເຂົາ­ເຈົ້າ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ພວກ​ເຮົາ ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ຕ້ອງ​ກຳ­ນົດ​ເງື່ອນ­ໄຂ ແລະ ຈັດ​ເປັນ​ແຜນ­ການ​ແຜນ​ງານ​ໂຄງ­ການ​ອັນ​ລະ­ອຽດ ການ​ປັບ­ປຸງ​ໂຄງ­ການ​ຊົນ­ລະ­ປະ­ທານ​ຕ້ອງ​ສຶກ​ສາ​ລະ­ອຽດ ລົງ​ກວດ­ກາ​ເກັບ​ກຳ​ເນື້ອ­ທີ່​ການ​ຜະ­ລິດ​ຊົນ­ລະ­ປະ­ທານ​ຄືນ ຖ້າ​ຈຳ­ນວນ​ເນື້ອ­ທີ່​ມີ​ໜ້ອຍ ກໍ​ບໍ່​ຈຳ­ເປັນ​ຕ້ອງ​ລົງ­ທຶນ​ໃສ່​ມັນ​ຈະ​ເສຍ​ງົບ­ປະ­ມານ ສ່ວນ​ໂຄງ­ການ​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ​ຕ້ອງ​ປະ­ຕິ­ບັດ​ໃຫ້​ມັນ​ມີ​ປະ​ສິດ­ທິ​ຜົນ.

ເປັນ­ຕົ້ນ ໂຄງ­ການ​ລ້ຽງ​ງົວ​ພໍ່​ແມ່​ພັນ​ສະ­ໜອງ​ໃຫ້​ປະ­ຊາ­ຊົນ ທຸກ​ໂຄງ­ການ​ທຸກ​ໜ້າ​ວຽກ​ຕ້ອງ​ມອບ​ຄວາມ​ຮັບ­ຜິດ­ຊອບ​ອັນ​ລະ­ອຽດ ໃຫ້​ແຕ່​ລະ​ພາກ­ສ່ວນ ແລະ ບຸກ­ຄົນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄປ​ຕາມ​ແຜນ­ການ ຈຶ່ງ​ຈະ​ເຮັດ​ໃຫ້​ວຽກ​ງານ​ມີ​ຜົນ­ສຳ­ເລັດ.
ພາບປະກອບ

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.