Monday, June 23, 2025
Kbank Laos โอน รับ จ่าย

ເມືອງແບງ ເສຍຫາຍຈາກໄພພິບັດຝົນຕົກໜັກນ້ຳຖ້ວມ 4 ຕື້ກ່ວາກີບ

ທ່ານ ຄຳພອນ ພິມມະລາດ ຮອງເຈົ້າເມືອງໆແບງ, ປະທານຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ແຂວງອຸດົມໄຊ ໃຫ້ຮູ້ວ່າ:

ຜົນເສຍຫາຍຈາກສະພາບຝົນຕົກໜັກນ້ຳຖ້ວມຢູ່ເມືອງແບງ ເລີ່ມແຕ່ເວລາ 5:00-8:00 ໂມງ ຂອງວັນທີ 17 ສິງຫາ 2019 ຜ່ານມາ ມີບ້ານທີ່ໄດ້ຮັບຜົນກະທົບ 5 ບ້ານຄື:

ບ້ານຫ້ວຍ, ຫ້ວຍລາ, ທ່າກາດ ແລະ ບ້ານແບງຫຼວງ ມີ 139 ຄອບຄົວ, ພົນເມືອງ 791 ຄົນ ລວມມູນຄ່າເສຍຫາຍທັງໝົດ 1.338.020.000 ກີບ.

ໃນນີ້ ບ້ານ ນາຫ້ວຍ ມີ 10 ຄອບຄົວ, ພົນລະເມືອງ 64 ຄົນ ມູນຄ່າເສຍຫາຍ ປະມານ 685.000.000 ກີບ ໃນນີ້ມີເຮືອນໄຫຼນໍ້າ 1​ ຫຼັງ, ເຊາະເຈື່ອນບໍ່ສາມາດຢູ່ໄດ້ 4 ຫຼັງ; ບ້ານ ຫ້ວຍລາ ມີ 101 ຄອບຄົວ, ພົນລະເມືອງ 589 ຄົນ ມູນຄ່າເສຍຫາຍ 510.700.000 ກີບ; ບ້ານທ່າກາດ ມີ 14​ ຄອບຄົວ, ພົນລະເມືອງ 67 ຄົນ ມູນຄ່າຄວາມເສຍຫາຍ 25.000.000 ກີບ; ບ້ານໂພນແກ້ວ ມີ 11 ຄອບຄົວ, ພົນເມືອງ 63 ຄົນ ມູນຄ່າເສຍຫາຍ 30.500.000 ກີບ ແລະ ບ້ານແບງຫຼວງ ມີ 3 ຄອບຄົວ, ພົນລະເມືອງ 8 ຄົນ ມູນຄ່າເສຍຫາຍ 86.820.000 ກີບ.

ພ້ອມດຽວກັນ, ຍັງມີໂຮງໝໍເມືອງ ນໍ້າຖ້ວມຕຶກອາຄານ ຈຳນວນ 5 ຫຼັງ, ຢາ ແລະ ອຸປະກອນການແພດ ເສຍ ຫາຍມູນຄ່າ 66.551.000 ກີບ ແລະ ເຄື່ອງໄຟຟ້າບໍ່ສາມາດປະເມີນໄດ້; ເສັ້ນທາງຫຼວງແຫ່ງຊາດ 1​ ຈຸດຖືກເຊາະເຈື່ອນ ມູນຄ່າເສຍຫາຍ 553.000.000 ກີບ, ທາງຊົນນະບົດຈາກບ້ານນາຫ້ວຍ ຫາ ບ້ານນາໂຮມ ຖືກຕັດຂາດ 3 ຈຸດ, ບ້ານນໍ້າດໍ້ ຫາ ບ້ານພູສິງ 1 ຈຸດ ມູນຄ່າເສຍຫາຍ 513.000.000 ກີບ; ນໍ້າປະປາ ຖືກເປ່ເພ ຈໍານວນ 24​ ຈຸດ ມູນຄ່າເສຍຫາຍ 41.140.000 ກີບໃນປັດຈຸບັນຍັງບໍ່ທັນສາມາດແກ້ໄຂ ແລະ ສະໜອງນ້ຳໄດ້.

ນອກຈາກນີ້, ຍັງມີຜົນກະທົບດ້ານວຽກງານກະສິກຳ ແລະ ປ່າໄມ້ ເຊິ່ງມີບ້ານທີ່ໄດ້ຮັບຜົນກະທົບທັງໝົດ 19 ບ້ານ, ຄອບຄົວທີ່ຖືກຜົນກະທົບ 623 ຄອບຄົວ, ພົນລະເມືອງ 3.622​ ຄົນ ມູນຄ່າຄວາມເສຍຫາຍທັງໝົດ 1.938.171.500 ກີບ ເຊິ່ງມີເນື້ອທີ່ນາທີ່ຖືກຜົນກະທົບທັັງໝົດ 128​ ເຮັກຕາ, ໃນນີ້ເນື້ອທີ່ນໍ້າຖ້ວມ ແຕ່ສາມາດຟື້ນຟູ ແລະ ເກັບກູ້ຜົນຜະລິດໄດ້ ຈຳນວນ 46 ເຮັກຕາ, ບໍ່ສາມາດຟືນຟູໄດ້ 62 ເຮັກຕາ, ເນື້ອທີ່ຖືກເຊາະເຈື່ອນ ຈຳນວນ 20 ເຮັກຕາ ຄາດຄະເນຜົນເສຍຫາຍທັງໝົດ ປະມານ 1.143.722.000 ກີບ; ສາລີແຂງ ຖືກຜົນກະທົບທັງໝົດ 92 ເຮັກຕາ ສາມາດຟືນຟູ ແລະ ເກັບກູ້ຜົນຜະລິດໄດ້ 42 ເຮັກຕາ ແລະ ບໍ່ສາມາດຟືນຟູໄດ້ 16 ເຮັກຕາ, ຖືກເຊາະເຈື່ອນ 34​ ເຮັກຕາ ຜົນເສຍຫາຍທັງໝົດ 246,08 ໂຕນ ມູນຄ່າເສຍຫາຍ 246.080.000 ກີບ ແລະ ພືດອື່ນໆເຊັ່ນ:

ເຂົ້າ, ຢາງພາລາ, ໝາກແໜງ, ໝາກເຄືອນໍ້າມັນ ແລະ ພືດຜັກ ເນື້ອທີ່ໄດ້ຮັບຜົນກະທົບ 16 ເຮັກຕາ, ສາມາດຟືນຟູ ແລະ ເກັບກູ້ໄດ້ 3 ເຮັກຕາ, ບໍ່ສາມາດຟືນຟູໄດ້ 1 ເຮັກຕາ, ຖືກເຊາະເຈື່ອນ 12 ເຮັກຕາ ມູນຄ່າເສຍຫາຍທັງໝົດ 124.577.500 ກີບ.

ສ່ວນວຽກງານສັດລ້ຽງ ແລະ ການປະມົງ ມີສັດລ້ຽງເສຍຫາຍ ຈຳນວນ 280 ໂຕ ໃນນີ້ຄວາຍ 1​ ໂຕ, ງົວ 4​ ໂຕ, ໝູ 20 ໂຕ, ສັດປີກ 255​ ໂຕ ມູນຄ່າເສຍຫາຍທັງໝົດ 41.450.000 ກີບ; ໜອງປາ 61​ ໜອງ ເນື້ອທີ່ທັງ ໝົດ 3,27 ເຮັກຕາ ໃນນີ້ນໍ້າຖ້ວມ 51 ໜອງ ເນື້ອທີ່ 2,85​ ເຮັກຕາ ຖືກເຊາະເຈື່ອນ 10 ໜອງ ເນື້ອທີ່ 0,42​ ເຮັກຕາ ມູນຄ່າເສຍຫາຍ 162.000.000 ກີບ; ຊົນລະປະທານຖືກຜົນກະທົບ 9 ໂຄງການ ຈຸດທີ່ເສຍຫາຍ 9 ຈຸດ,​ ຫົວງານເປເພ 5 ຫົວງານ, ຄອງເໝືອງ 9 ເສັ້ນ ມູນຄ່າເສຍຫາຍ 315.372.000 ກີບ

ເຊິ່ງລວມມູນຄ່າຜົນເສຍຫາຍທັງໝົດ ປະມານ 4.449.883.300 ກີບ. 

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.