Sunday, March 23, 2025

ທະນາຄານນະໂຍບາຍ ອຸດົມໄຊ ປ່ອຍສິນເຊື່ອ 1,3 ຕື້ກີບໃຫ້ເມືອງເປົ້າໝາຍ ແລະ ບ້ານຈຸດສຸມ ຂອງເມືອງໄຊ

ປະຕິບັດຕາມ ແນວທາງນະໂຍບາຍ ຂອງພັກ-ລັດຖະບານໃນການສະໜອງແຫຼ່ງທຶນດ້ວຍອັດຕາດອກເບ້ຍຕໍ່າ ໃຫ້ແກ່ປະຊາຊົນ ທີຍັງມີປະຊາຊົນບັນດາເຜົ່າບໍ່ທັນພົ້ນທຸກ ແລະ ຍັງມີຄວາມຕ້ອງການທາງດ້ານເຕັກນິກ, ທຶນຮອນ ແລະ ປັດໃຈການຜະລິດຕ່າງໆ. ໃນຕອນເຊົ້າວັນທີ 22 ສິງຫາ 2019 ທະນາຄານນະໂຍບາຍ ສາຂາ ແຂວງອຸດົມໄຊ ຈັດພິທີປ່ອຍ ສິນເຊື່ອແຫຼ່ງທຶນລະດູແລ້ງ ປະຈຳປີ 2019 ໃນເມືອງເປົ້າໝາຍ ແລະ ຈຸດສຸມ ເມືອງໄຊ ຢູ່ທີ່ຫ້ອງປະຊຸມທະນາຄານນະໂຍບາຍ ສາຂາ ແຂວງ ອຸດົມໄຊ.

ໂດຍການເຂົ້າຮ່ວມຂອງທ່ານ ແສງໝັ້ນ ແກ້ວເມືອງເໜືອ ຫົວໜ້າທະນາຄານນະໂຍບາຍ ສາຂາ ແຂວງອຸດົມໄຊ, ມີທ່ານ ສີວິໄຊ ບຸນສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊ ຕ່າງໜ້າອະນຸກຳມະການຄຸ້ມຄອງສິນເຊື່ອແຫຼ່ງທຶນ ຂັ້ນເມືອງ, ມີບັນດາອະນຸກຳມະການຄຸ້ມຄອງສິນເຊື່ອແຫຼ່ງທຶນ ຂັ້ນເມືອງ ແລະ ມີຫົວໜ້າກຸ່ມກູ້ຢື່ມຂັ້ນບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ ຊາວກະສິກອນຈາກບັນດາບ້ານຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ທະນາຄານນະໂຍບາຍ ສາຂາແຂວງອຸດົມໄຊ ອະນຸມັດປ່ອຍສິນເຊື່ອແຫຼ່ງທຶນລະດູແລ້ງ ປະຈຳປີ 2019 ຈຳນວນເງິນ 1 ຕື້ 300 ລ້ານກ່ວາກີບໃຫ້ແກ່ບັນດາບ້ານຈຸດສຸມຂອງເມືອງໄຊ ແລະ ເມືອງແບງ ຈຳນວນ 6 ບ້ານ ຄື: ບ້ານ ໂຮມໄຊ, ບ້ານ ຫຼັກ10, ບ້ານ ນ້ຳວືນ, ບ້ານ ຫ້ວຍຕ່າ, ບ້ານ ມົກຄະ ເມືອງໄຊ ແລະ ບ້ານ ໂພແກ້ວ ເມືອງແບງ ແຂວງ ອຸດົມໄຊ, ລວມມີ 173 ຄອບຄົວ, ເພື່ອນຳໃຊ້ເຂົ້າໃນເປົ້າໝາຍປູກສາລີ ມີ 3 ບ້ານ, 23 ກຸ່ມ, 112 ຄອບຄົວ, ເນື້ອທ່ີທຳການຜະລິດ 240,50 ເຮັກຕາ, ເປັນເງິນຈຳນວນ 900 ລ້ານກ່ວາກີບ, ເປົ້າໝາຍບຸກເບີກມີ 1 ບ້ານ: 2 ກຸ່ມ, 11 ຄອບຄົວ, ເນື້ອທີ່ທຳການຜະລິດ 8,25 ເຮັກຕາ ເປັນເງິນ 106 ລ້ານກີບ ແລະ ທຶນຈຸດສຸມເມືອງແບງເປົ້າໝາຍປູກສາລີ ມີ 1 ບ້ານ 8 ກຸ່ມ, 50 ຄອບຄົວ, ເນື້ອທີ່ທຳການຜະລິດ 113 ເຮັກຕາ ເປັນເງິນຈຳນວນ 305 ລ້ານກີບ. 

ໃນພິທີໄດ້ກ່າວມອບເງິນໃຫ້ແກ່ຄະນະອະນຸກຳມະການຄຸ້ມຄອງແຫຼ່ງທຶນ ຂັ້ນເມືອງ ຂຶ້ນມອບໂດຍທ່ານ ແສງໝັ້ນ ແກ້ວເມືອງເໜືອ ຫົວໜ້າທະນາຄານນະໂຍບາຍ ສາຂາ ແຂວງ ອຸດົມໄຊ ແລະ ຕ່າງໜ້າຄະນະອະນຸກຳມະການຄຸ້ມຄອງແຫຼ່ງທຶນຂັ້ນເມືອງຂື້ນຮັບໂດຍທ່ານ ສີວິໄຊ ບຸນສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊ ແລະ ພ້ອມທັງມອບເງິນຈຳນວນດັ່ງກ່າວໃຫ້ແກ່ຫົວໜ້າກຸ່ມເງິນກູ້ຈາກບັນດາບ້ານ 6 ບ້ານ.

ຕອນທ້າຍພິທີ, ທ່ານ ແສງໝັ້ນ ແກ້ວເມືອງເໜືອ ຫົວໜ້າທະນາຄານນະໂຍບາຍ ສາຂາ ແຂວງອຸດົມໄຊຂຶ້ນໂອ້ລົມ, ກ່ອນອື່ນທ່ານໄດ້ຊີ້ແຈ້ງມາດຖານເງື່ອນໄຂໃນການປ່ອຍເງິນກູ້, ນະໂຍບາຍຂອງທະນາຄານເພື່ອໃຫ້ໜັກແໜ້ນ, ກະຈາງແຈ້ງຂຶ້ນຕື່ມ ແລະ ຍັງໄດ້ເໜັ້ນໜັກເລື່ອງຄວາມຮັບຜິດຊອບຂອງຫົວໜ້າກຸ່ມ ແລະ ຊາວກະສິກອນ ກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າທີ່ຈະນຳເອົາເງິນກູ້ດັ່ງກ່າວໄປລົງທຶນທຳການຜະລິດ ແລະ ຄ້າຂາຍ ໃຫ້ມີສະຕິຕື່ນຕົວ ເມື່ອຕົນໄດ້ຮັບເງິນກູ້ໄປແລ້ວຈະເຮັດແນວໃດໃນການບໍລິຫານເງິນດັ່ງກ່າວເພື່ອໃຫ້ຖືກຕ້ອງ ຕາມລະບຽບຂອງທະນາຄານວາງອອກ ແລະ ເມື່ອຮອດກຳນົດໃນການຖອກຄືນກໍ່ຄວນມາຖອກໃຫ້ມັນທັນກັບວັນ ເວລາຕາມກຳນົດ ບໍ່ໃຫ້ເງິນຮົ້ວໄຫລໄປທາງອື່ນ ຫຼືນຳເອົາເງິນດັ່ງກ່າວໄປໃຊ້ຈ່າຍທາງທີ່ຜິດ ແລະ ຍັງເໜັ້ນໃຫ້ຫົວໜ້າກຸ່ມເພີມທະວີຄວາມຮັບຜິດຊອບລູກກຸ່ມຂອງຕົນພ້ອມທັງຕິດຕາມການເຄື່ອນໄຫວຂອງລູກກຸ່ມຕື່ມອີກ.

ແຫຼ່ງຂໍ້ມູນ: ຈັນເພັງ ແກ້ວບົວທອງ, ຂ່າວປະຈຳວັນ Daily News Oudomxay

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່