ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ປົກຄຸມພາກເໜືອ ຫາ ພາກກາງຂອງປະເທດ ດ້ວຍກຳລັງປານກາງ ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ມີແຮງພັດປົກຄຸມ ໃນໄລຍະວັນທີ 26-29 ສິງຫາ 2019 ເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ແຂວງພາກເໜືອ ຫາ ພາກກາງ ສົ່ງຜົນໃຫ້ລະດັບແມ່ນໍ້າສາຂາ ຍັງສືບຕໍ່ເພີ່ມຂຶ້ນ ໂດຍສະເພາະແມ່ນ:

- ລະດັບນໍ້າເຊຈໍາພອນ, ແກ້ງກອກ ໃນວັນທີ 26 ສິງຫາ 2019 ໄດ້ຂຶ້ນກາຍເຂດລະວັງໄພແລ້ວ, ລະດັບນໍ້າປະຈຸບັນແມ່ນ 8,44 ແມັດ
- ລ້ອງເຊບັ້ງໄຟ ລະດັບນໍ້າຍັງສືບຕໍ່ຂຶ້ນອີກ ລະດັບນໍ້າປະຈຸບັນແມ່ນ 19,14 ແມັດ
- ຂົວເຊບັ້ງໄຟ ມະຫາໄຊ ລະດັບນໍ້າປະຈຸບັນແມ່ນ 19,14 ແມັດ
- ເຊບັ້ງໄຟ ຕົ້ນແຫນ ລະດັບນໍ້າປະຈຸບັນແມ່ນ 13,32 ແມັດ
ດັ່ງນັ້ນ, ຈຶ່ງແຈ້ງໃຫ້ ປະຊາຊົນ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ລຽບແມ່ນໍ້າສາຂາ ດັ່ງກ່າວ ຈົ່ງມີສະຕິລະວັງໂຕ. ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມກັບສັດລ້ຽງຂຶ້ນໄວ້ບ່ອນປອດໄພ ພ້ອມນີ້ແມ່ນໃຫ້ຕິດຕາມຂ່າວສານ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-4 ວັນຕໍ່ໜ້າ
Hits: 218