ປີ 2019 ນີ້ ຄໍາມ່ວນ ປູກພືດລະດູຝົນໄດ້ລື່ນແຜນການ

ຕາມການລາຍງານຈາກ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນການຜະລິດພືດລະດູຝົນປີ 2019 ນີ້ ຢູ່ແຂວງຄຳມ່ວນສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້.

ເຊິ່ງໃນທົ່ວແຂວງ ມີເນື້ອທີ່ແຜນການສູ້ຊົນປູກພືດທັງໝົດ 5.670 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 68.780 ໂຕນ. ໃນນີ້ເນື້ອທີ່ແຜນການຜະລິດພືດເປັນສະບຽງອາຫານ 2.060 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 23.890 ໂຕນ, ເນື້ອທີ່ແຜນການຜະລິດພືດເປັນສິນຄ້າ 3.610 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 44.890 ໂຕນ.

ຜ່ານການຈັດຕັ້ງປະຕິບັດເນື້ອທີ່ຕົວຈິງໄດ້ 5.868 ເຮັກຕາ ລື່ນແຜນການ 88 ເຮັກຕາ, ໃນນີ້ຜະລິດພືດເປັນສະ ບຽງອາຫານປະຕິບັດໄດ້ 1.759 ເຮັກຕາ, ຜະລິດພືດເປັນສິນຄ້າປະຕິບັດໄດ້ 4.109 ເຮັກຕາ ລື່ນແຜນການ 599 ເຮັກຕາ.

ໃນນັ້ນ, ພືດທີ່ກະສິກອນນິຍົມປູກໃນຊ່ວງລະດູຝົນ ປະກອບມີ ສາລີ, ໝາກແຕງ, ໝາກຖົ່ວ, ໝາກໂມ, ໝາກເຂືອ ແລະ ພືດຜັກຊະນິດອື່ນໆຈຳນວນໜຶ່ງ. 

ແຫຼ່ງຂໍ້ມູນ: ຂ່າວ-ພາບ: ແດງສະຫວັດ ແສນພານິດ, ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...