ປະຕູໄຊ ຫລື ຊື່ເດີມເອີ້ນວ່າ “ອະນຸສາວະລີໄຊຊະນະ”ມັກຖືກປຽບທຽບໂດຍນັກທ່ອງທ່ຽວວ່າເປັນ “ອາກເດີ ທຣີອົມ”(ຢູ່ນະຄອນປາຣີ ປະເທດຟຣັ່ງ) ຂອງລາວເພາະວ່າ ມີລັກສະນະໂດດເດັ່ນຕັ້ງຢູ່ໃຈກາງນະຄອນຫລວງວຽງ ຈັນ ບໍລິເວນຕອນກາງຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ ຊ້ອງ ເອລິເຊ້ ເປັນຖະໜົນຢູ່ໃນປາຣີເຊັ່ນກັນ).
ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957-1962 ເພື່ອເປັນອານຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຟຣັ່ງ ໂດຍສ້າງຕາມສັດສ່ວນເລກຕຳລາອັນສຳຄັນຂອງຊາວພຸດ ຄື: 3-7-9.
ຮູບຊົງດ້ານເທິງຂອງປະຕູໄຊ ແມ່ນມີລັກສະນະຄ້າຍຄືກັບຜາສາດ ທັດສ໌ມາຮານ ທີ່ຢູ່ປະເທດອິນເດຍ ແລະ ດ້ານໃນຖືກປະດັບປະດາດ້ວຍສິນລະປະລວດລາຍອັນເປັນເອກະລັກຂອງລາວ ທີ່ມີສີສັນງົດງາມ ລວມທັງຮູບປັ້ນນາງກິນນາລີ.
ປະຕູໄຊມີຄວາມສູງ 49 ແມັດ ດັ່ງນັ້ນ ນັກທ່ອງທ່ຽວທີ່ມາທ່ຽວຊົມຈຶ່ງສາມາດຂຶ້ນໄປສູ່ສຸດເພື່ອຊົມທິວທັດອັນສວຍງາມຂອງຕົວເມືອງໃນ ນະຄອນຫລວງວຽງຈັນ.
ຢູ່ບໍລິເວນດ້ານລຸ່ມກໍເປັນເດີນກວ້າງປະກອບໄປດ້ວຍອ່າງນ້ຳພຸ, ດອກໄຟສີ ແລະ ດອກໄມ້ຫລາຍສະນິດ-ຫລາຍແນວພັນ ທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ.
ດ້ວຍເຫດນີ້, ປະຕູໄຊ ຈຶ່ງເປັນອີກສະຖານທີ່ທ່ອງທ່ຽວໜຶ່ງທີ່ລືຊື່ໃນນະຄອນຫລວງວຽງຈັນ ກໍຄືໃນປະເທດລາວເຮົາ ເຊິ່ງສາມາດດຶງດູດນັກທ່ອງທ່ຽວເປັນຈຳນວນຫລວງຫລາຍໃຫ້ເຂົ້າມາທ່ຽວຊົມ ແລະ ຖ່າຍຮູບເກັບພາບໄວ້ເປັນທີ່ລະນຶກເພື່ອສະແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດ ນະຄອນຫລວງວຽງຈັນແລ້ວ. (ທ່ານສາມາດຂຶ້ນໄປຊົມດ້ານເທິງຂອງປະຕູໄຊໄດ້ທຸກມື້ເວລາ 8:00 – 16:00 ໂມງ).
ປະຕູໄຊ ຫຼື ອະນຸສາວະລີປະຕູໄຊແມ່ນສິ່ງກໍ່ສ້າງເພື່ອເປັນອານຸສອນສະຖານນັກຮົບວິລະຊົນນິລະນາມແກ່ໄຊຊະ ນະຂອງສົງຄາມ ແລະ ເປັນອານຸສອນແກ່ທະຫານທີ່ເສຍຊີວິດໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກ ກະພັດຝຣັ່ງ ໃນປີ ຄ.ສ 1949, ຕໍ່ມາໄດ້ປ່ຽນຊື່ຈາກອະນຸສາວະລີ ຕາມແຈ້ງການຂອງກະຊວງຖະແຫຼງຂ່າວແລະວັດທະນະທຳສະບັບເລກທີ 637/ຖ.ວ ລົງວັນທີ 13 ພະຈິກ 1993 ມາເປັນ“ປະຕູໄຊ”ດັ່ງທີ່ເຮົາຮູ້ກັນປະຈຸບັນນີ້ ສາເຫດກໍ່ຍ້ອນວ່າສິ່ງປຸກສ້າງມີລັກສະນະເປັນປະຕູໂຂງ ການກໍ່ສ້າງໃນລັກສະນະນີຊາວໂລກກໍ່ລ້ວນເອີ້ນວ່າ “ປະຕູໄຊ” ຈຶ່ງໄດ້ມີການປ່ຽນຊື່ຕັ້ງແຕ່ນັ້ນມາ.
ການກໍ່ສ້າງນີ້ ແມ່ນເກີດຢູ່ໃນຊ່ວງການລວມລາວສາມຝ່າຍເຂົ້າເປັນເອກະພາບ (ຝ່າຍແນວລາວຮັກຊາດ, ຝ່າຍວຽງຈັນ ແລະ ຝ່າຍເປັນກາງ) ຈຸດປະສົງແມ່ນເພື່ອເຕົ້າໂຮມຄວາມສາມັກຄີພາຍໃນຊາດເຮັດໃຫ້ປະເທດລາວມີສັນຕິພາບ ແລະ ເປັນຂີດໝາຍຂອງໄຊຊະນະລາວທັງຊາດ.
ໃນວັນທີ 6/5/1967 ໄດ້ມີການແຕ່ງຕັ້ງຄະນະກຳມະການສາມຄະນະຄື “ຄະນະກຳມະການກາງ, ການເງິນ, ການກໍ່ສ້າງ” ເພື່ອຄຸ້ມຄອງ ແລະຄວບຄຸມການກໍ່ສ້າງປະຕູໄຊເລີ່ມການກໍ່ສ້າງໃນປີ ຄ.ສ 1967 ແລະ ສຳເລັດການກໍ່ສ້າງໃນປີ ຄ.ສ 1969 ໂດຍນຳໃຊ້ທຶນຈາກອາເມລິກາ ເບື້ອງຕົ້ນທຶນໃນການກໍ່ສ້າງອະນຸສາວະລີແມ່ນຈະເອົາໄປສ້າງເດີນບິນ (ບໍ່ຮູ້ເຫດຜົນວ່າເປັນຍ້ອນຫຍັງ) ແຕ່ກໍ່ຖືກນຳມາເຮັດອານຸສາວະລີກ່ອນລວມມູນຄ່າໃນການກໍ່ສ້າງປະມານ 63 ລ້ານກີບ ຖືວ່າສູງສົມຄວນໃນຊ່ວງຊຸມປີນັ້ນ ຜູ້ອອກແບບແມ່ນ ທ່ານ ພັນເອກ ທຳ ໄຊຍະສິດເສນາ.
ຈາກຮູບແບບການກໍ່ສ້າງແລ້ວ ຮູບຊົງແມ່ນຄ້າຍກັບ Arc de Triomphe (ປະຕູໄຊຂອງປະເທດຝຣັ່ງ) ແລະ ຫຼາຍຄົນກະວ່າແມ່ນ ອ້າຍນ້ອງກັນ, ແມ່ນວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາ ປັດຕະຍະກຳ ແລ້ວ ແມ່ນແຕ້ມແຕ່ງດ້ວຍລວດລາຍຂອງລາວ ເຊັ່ນວ່າຮູບຂອງກິນນາລີ, ຮູບກົບກິນເດືອນ ແລະ ອື່ນໆ.
ອານຸສາວະລີ ປະຕູໄຊ ແມ່ນຈະມີປະຕູໃຫຍ່ທັງສີດ້ານ, ແລະ ປະກອບມີ 7 ຊັ້ນ. ຖ້າຂຶ້ນໄປຮອດຍອດຂອງອານຸສາວະລີ ທ່ານກໍ່ຈະໄດ້ຊື່ນຊົມກັບທີວທັດຄວາມງາມຂອງຕົວເມືອງວຽງຈັນ.
ນັບແຕ່ປີ ຄ.ສ 1969 ເປັນຕົ້ນມາ ຂະບວນເດີນສວນສະໜາມເປັນທາງການເນື່ອງໃນວັນບຸນຕ່າງໆພາຍໃຕ້ລະ ບອບລາຊາທິປະໄຕ (ມີເຈົ້າຊີວິດປົກຄອງ) ກໍ່ໄດ້ເດີຂະບວນລອດຜ່ານປະຕູໄຊແຫ່ງນີ້, ຂະບວນມ່ວນຊົນລາວທັງຊາດລຸກຮື້ຂຶ້ນຍຶດອຳນາດໃນວັນທີ 23 ສິງຫາ ຄ.ສ 1975, ຂະບວນຊາວນະຄອນຫຼວງວຽງຈັນ ແລະ ຕົວແທນປະຊາຊົນເຂດແຂວງຕ່າງໆເພື່ອສະຫຼອງການສະຖາປະນາເປັນ ສປປ ລາວ ກໍ່ໄດ້ຜ່ານປະຕູໄຊແຫ່ງນີ້ເຊັ່ນດຽວກັນ.
ສະຫຼຸບແລ້ວ ປະຕູໄຊກໍ່ເປັນສັນຍາລັກສິ່ງຫນຶ່ງທີ່ຊີ້ໃຫ້ເຫັນເຖິງເອກະລັກ ແລະ ສັນຍາລັກຂອງຊາດລາວເຮົາເປັນສິ່ງທີ່ຊີ້ໃຫ້ຮູ້ເຖິງເຫດການໃນອະດີດທີ່ແອບແຝງດ້ວຍເຫດການຕ່າງໆທີ່ສຳຄັນຂອງຊາດເຮົາ ສະນັ້ນພວກເຮົາຄວນປົກປັກຮັກສາຊ່ວນກັນ ແລະ ໃຫ້ມີຄວາມສວຍງາມຕະຫຼອດໄປເພື່ອໃຫ້ຮຸ່ນຕໍ່ໄປໄດ້ສຶກສາຄົນຄ້ວາຮຳ່ຮຽນ.