ຂໍຂອບໃຈນຳຜູ້ສະໜັບສະໜູນ

ສຳລັບປີນີ້ ຫຼາຍໆຕະຫຼາດ ມີປະຊາຊົນອອກມາຈັບຈ່າຍຊື້ເຄື່ອງ ຫໍ່ເຂົ້າ ແລະ ເຄື່ອງໃສ່ບາດ ເພື່ອກຽມໄປເຮັດບຸນໃນມື້ອື່ນເຊົ້າ . ປີນີ້ກໍຄືກັບທຸກປີ ທີ່ແມ່ຄ້າຊາວຂາຍໄດ້ກຽມສິນຄ້າໄວ້ໃຫ້ລູກຄ້າເລືອກໃນຫຼາຍໆແບບ ເຊັ່ນ: ຫໍ່ເຂົ້າປະດັບດິນ ແບບສໍາເລັດຮູບ, ຊຸດຫໍ່ເຂົ້າປະດັບດິນທີ່ເອົາໄປຈັດເອງ, ເຂົ້າຕົ້ມ-ເຂົ້າໜົມ ແລະ ອື່ນໆ. ຈາກການສໍາຫຼວດໃນຫຼາຍຮ້ານ ເຫັນວ່າ: ສິນຄ້າປີນີ້ມີການປັບໂຕຂຶ້ນເລັກນ້ອຍ ເນື່ອງຈາກຄ່າເງິນບາດຂຶ້ນສູງ ສົ່ງຜົນໃຫ້ລາຄາສິນຄ້າຢູ່ບ້ານເຮົາມີລາຄາປັບຂຶ້ນ.

ເອື້ອຍ ນາງ ແມ່ຄ້າຂາຍເຄື່ອງຫໍ່ເຂົ້າຢູ່ຕະຫຼາດຫົວຂົວໄດ້ບອກວ່າ: ສໍາລັບປີນີ້ ປະຊາຊົນອອກມາຊື້ເຄື່ອງຫຼາຍພໍສົມຄວນ ແລະ ສ່ວນຫຼາຍແມ່ນຊື້ແບບສໍາເລັບຮູບທີ່ ເຮົາໄດ້ກຽມໃຫ້ແບບເປັນຊຸດ ໃນລາຄາເລີ່ມຕົ້ນຊຸດລະ 10,000 ກີບ. ເພາະລູກຄ້າສ່ວນໃຫ່ຍແມ່ນບໍ່ມີເວລາມານັ່ງຫໍ່ເອງ ແຕ່ກໍມີພໍ່ບ້ານແມ່ບ້ານຈໍານວນໜື່ງທີ່ຊື້ໄປຈັດເອງຢູ່.​

ເຊັ່ນດຽວກັບແມ່ຄ້າຂາຍເຂົ້າຕົ້ມ ທີ່ຕ້ອງໄດ້ໃຊ້ເຂົ້າເປັນວັດຖຸດິບຫຼັກ. ເອື້ອຍນວນຈັນ ຫຼື ເອື້ອຍປ໋ອກ ທີ່ຂາຍເຂົ້າໜົມສັງຂະຫຍາ ຢູ່ຕະຫຼາດສີໃຄ ກໍໄດ້ບອກກັບທີມງານເຮົາວ່າ: ປີນີ້ລາຄາເຂົ້າແມ່ນມີລາຄາສູງ 120,000 ກີບ/ໝື່ນ ເຊິ່ງປີກາຍລາຄາມີແຕ່ 80,000 ກີບ/ໝື່ນ ແຕ່ເຮົາກໍຍັງຂາຍລາຄາເກົ່າ ເຖີງວ່າຈະໄດ້ກໍາໄລໜ້ອຍລົງ ແຕ່ກໍຍັງຮັກສາລູກຄ້າຂາປະຈໍາເອົາໄວ້ໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

 ແມ່ຈັນ ແມ່ຄ້າຂາຍໝາກເບັງ ທີ່ປ່ຽນມາຂາຍດອກໄມ້ໃນຊ່ວງບຸນຫໍ່ເຂົ້າ ໄດ້ກ່າວວ່າ: ປົກກະຕິແລ້ວ ແມ່ນຈະຂາຍໝາກເບັງທຸກໆວັນສິນ. ແຕ່ໃນຊ່ວງບຸນໃຫ່ຍແບບນີ້ ກໍຈະປ່ຽນມາຂາຍດອກໄມ້ແທນ. ສໍາລັບດອກໄມ້ປີນີ້ແມ່ນຈະປັບລາຄາຂຶ້ນກວ່າປີກາຍ ຮັບມາຖືກກິໂລລະ 70,000-80,000 ກີບ ແຕ່ກໍມາຂາຍໃນລາຄາມັດລະ 5000 ກີບຄືທຸກປີ.

Hits: 21

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້