ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 28.08.2019 ເຈົ້າຫນ້າທີ່ຕໍາຫລວດແຂວງ ບໍ່ແກ້ວ ໄດ້ນໍາໃຊ້ເຮືອລາດຕະເວນຕາມລໍານໍ້າຂອງ ເພາະມີການລາຍງານວ່າຈະມີການລັກລອບຂົນສົ່ງຢາເສບຕິດຈຳນວນຫລາຍ ບໍລິເວນບ້ານສີເມືອງງາມ.

ເມື່ອຮອດເຂດບ້ານຫ້ວຍຕາບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງກົງກັນຂ້າມກັບບ້ານແກ່ງໄກ່ ຕຳບົນວຽງ ອຳເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ ກໍ່ໄດ້ພົບເຫັນເຮືອຈັກລຳນ້ອຍ  ຫລື ເຮືອກາບ ຫນ້າສົງໄສ ແລ່ນໄປມາ ຈຶ່ງໄດ້ນຳເຮືອອອກຕິດຕາມ ປະກົດວ່າ ຄົນຂັບເຮືອ ແລະ ຄົນໂດຍສານ ທັງ 2 ຄົນໄດ້ຫລົບຫນີໄປໄດ້. ເຈົ້າຫນ້າທີ່ໄດ້ເຂົ້າກວດສອບ ພົບເຫັນ ກະສອບຟາງຈຳນວນ 13 ໜ່ວຍ ບັນຈຸຢາເສບຕິດ ຈຳນວນກວ່າ 1280ມັດ ມັດລະປະມານ 2000ເມັດ ລວມຂອງກາງທັງຫມົດຈຳນວນ 2.560.000ເມັດ ຈຶ່ງໄດ້ນຳສົ່ງໄປໃຫ້ຫ້ອງການປາບປາມຢາເສບຕິດແຂວງບໍ່ແກ້ວ ເພື່ອດຳເນີນການກວດສອບຕໍ່ໄປ.

ເບື້ອງຕົ້ນສັນນິຖານວ່າ ຢາເສບຕິດດັ່ງກ່າວໄດ້ຂົນມາຈາກ ເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ກຳລັງຈະນຳເຂົ້າສົ່ງຝັ່ງໄທໂດຍລໍຖ້າຊ່ວງເວລາກາງຄືນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຮູບພາບ ແລະ ຂໍ້ມູນ : MGR Online

https://mgronline.com/local/detail/9620000082495?sfns=xmwa

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້