ຂໍຂອບໃຈນຳຜູ້ສະໜັບສະໜູນ

ໜີຫ່າວ! ສະບາຍດີ ທັກທາຍເປັນພາສາຈີນແບບນີ້ ບໍ່ຕ້ອງແປກໃຈ ເພາະມື້ນີ້ທາງ ອິນໄຊລາວ ຈະພາທຸກຄົນໄປຊີມນໍ້າຫວານຈີນ ຕົ້ນສະບັບຈາກປະເທດຈີນ ທີ່ມີວັດທະນະທໍາການປຸງແຕ່ງທີ່ຊັບຊ້ອນ ແລະ ພິຖີພິຖັນຫຼາຍ. ອາຫານຈີນທີ່ຄົນລາວຮູ້ຈັກກັນດີ ອາດຈະແມ່ນ ປີ້ງຈີນ( ໝາລ່າ) ຈຸ່ມຈີນ(ເສສວນ) ຕີມຊໍາ ເຊີ່ງທັງໝົດທີ່ກ່າວມານີ້ ເປັນພຽງສ່ວນໜື່ງເທົ່ານັ້ນ. ສະເໜ່ຂອງອາຫານຈີນແມ່ນຈະເນັ້ນປຸງສົດ ແລະ ດີຕໍ່ສຸຂະພາບ ແຕ່ໃນນັ້ນກໍຍັງແຝງວັດທະນາທໍໍາ ແລະ  ຄວາມເຊື່ອ ເຊັ່ນ:

ຊາວຈີນຈະນິຍົມໃຊ້ໄມ້ທູໃນການກິນອາຫານ ແຕ່ກໍຍັງມີຄວາມເຊື່ອໃນການໃຊ້ໄມ້ທູຫຼາກຫຼາຍ ຄື:

  • ຫ້າມໃຊ້ໄມ້ທູຊີ້ໜ້າຜູ້ອື່ນທີ່ຮ່ວມໂຕະ ເພາະຖືວ່າບໍ່ສຸພາບ, ຫ້າມໃຊ້ໄມ້ທູປີ້ນດ້ານ ເພາະຖືວ່າເປັນການດູຖູກໂຕເອງ ຄືວ່າຫ່ວງກິນຈົນບໍ່ສົນນໍາຫຍັງ.
  • ນອກຈາກນີ້ ຍັງນິຍົມກິນອາຫານຕາມລະດູການອີກດ້ວຍ ເປັນຕົ້ນແມ່ນ: ລະດູຮ້ອນ ມັກຈະກິນອາຫານຈືດ ລະດູໜາວຈະເປັນອາຫານເຂັ້ມຂຸ້ນ ເນື່ອງຈາກເຊື່ອວ່າ ຊ່ວຍເສີມພະລັງງານ ສາມາດເຮັດວຽກໄດ້ຫຼາຍຂື້ນ ແລະ ດີຕໍ່ສຸຂະພາບອີກດ້ວຍ.

ຮ້ານ ເດີ ໂລຊີ ແຟມມິລີ (The Rosy Family) ຕັ້ງຢູ່ບ້ານ ຫົວຂົວ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ( ຖ້າໄປທາງທາດຫຼວງ ແມ່ນຕ້ອງອ້ອມຕະຫຼາດມາ ທາງໄປສົມສະຫງ່າ ຮ້ານຈະຢູ່ຫົວມຸມທາງແຍກ) ເປັນຮ້ານຂາຍຊາດອກໄມ້ ທີ່ຕົບແຕ່ງດ້ວຍດອກໄມ້ ເບິ່ງແລ້ວສະບາຍຕາ ແຕ່ຈຸດເດັ່ນຂອງຮ້ານນີ້ແມ່ນ ບໍ່ໄດ້ມີພຽງແຕ່ຊາດອກໄມ້ເທົ່ານັ້ນ ເພາະຢູ່ນີ້ ຍັງມີ ນໍ້າຫວານຕົ້ນສະບັບຈາກຈີນ ຊື່ວ່າ: ເຖົາຈຽວ ທີ່ມີຄວາມໝາຍວ່າ: ຢາງໝາກຄາຍ. ທີ່ໃຊ້ເວລາຂ້ຽວ 5 ຊົ່ວໂມງ ກ່ອນທີ່ຈະໄດ້ເປັນນໍ້າຫວານ ເຖົາຈຽວ. ນອກຈາກນີ້ແລ້ວ ໃນນໍ້າຫວານຍັງໄດ້ປະສົມປະສານວັດຖຸດິບທີ່ມີປະໂຫຍດຕໍ່ຮ່າງກາຍ ເປັນຕົ້ນແມ່ນ: ໝາກກະທັນ, ໝາກເດືອ, ຮັງນົກ, ໝາກພຸກ ແລະ ທີ່ສໍາຄັນ ແມ່ນຢາງໝາກຄາຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແບບໃສນົມ
ທ່ານ ລີ (Mr Lee)

ທ່ານ ລີ (Mr Lee) ເຈົ້າຂອງຮ້ານໄດ້ບອກກັບທີມງານເຮົາວ່າ: ເຖົາຈຽວ ເປັນນໍ້າຫວານອໍແກນິກ ທີ່ອຸດົມເປັນດ້ວຍສັບພະຄຸນຕ່າງໆທີ່ມີປະໂຫຍດຕໍ່ຮ່າງກາຍ ບໍ່ວ່າຈະເປັນ ຄໍລະເຈນ, ທາດສັງກະສີ ແລະ ອື່ນໆ. ນອກຈາກນີ້ແລ້ວ ທາງຮ້ານຂອງເຮົາກໍຍັງມີ ຊາດອກກຸຫຼາບ ທີ່ເປັນຊາອໍແກນີກ ມີສ່ວນຊ່ວຍໃນບໍາລຸງຜີວພັນໃຫ້ສົດໃສ, ຊ່ວຍເຮັດໃຫ້ເລືອດໝຸນວຽນດີ (ໂດຍສະເພາະຜູ້ຍີງ ທີ່ມີປະຈໍາເດືອນ).

ແບບບໍ່ໃສນົມ
ຊາດອກກຸຫລາບອໍແກນິກ ທີ່ຄັດພິເສດ

Hits: 22

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້