ເຊັນສັນຍາ ພັດທະນາເຕັກນິກ ການຜະລິດກະສິກຳສະອາດ ຢູ່ຫຼວງນ້ຳທາ

ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບກຸ່ມບໍລິສັດສີມອນ ພັດທະນາກະສິກຳ ໄດ້ເຊັນສັນຍາຮ່ວມມື ວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາ ເຕັກນິກການຜະລິດກະສິກຳສະອາດ ໃນວັນທີ 92 ສິງຫາ ຜ່ານມາ ຢູ່ສູນຄົ້ນຄວ້າກະສິກຳຫລວງນ້ຳທາ ໂດຍການຮ່ວມລົງນາມ ລະຫວ່າງທ່ານ ປະດິດ ຈັນທະນຸວົງ ຫົວໜ້າສູນຄົ້ນຄວ້າເຕັກນິກການຜະລິດກະສິກຳຫລວງນ້ຳທາ ກັບ ທ່ານ ນາງ ສີມອນ ແກ້ວວົງເພັດ ປະທານກຸ່ມບໍລິສັດສີມອນ ພັດທະນາກະສິກຳຂາເຂົ້າ-ຂາອອກຈຳກັດ.

ພາບປະກອບ

ທ່ານ ສຸກັນ ແກ້ວໜູຈັນ ຫົວໜ້າພະແນກແຜນການ ແລະ ການຮ່ວມມື ຂອງສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ໃຫ້ຮູ້ວ່າ:

ພາບປະກອບ

ໃນໃບສັນຍາໄດ້ຮັບການຕົກລົງເຫັນດີຮ່ວມກັນໃນການຄົ້ນຄ້ວາ ແລະ ພັດທະນາເຕັກນິກ ການຜະລິດກະສິກຳ ກະສິກຳສະອາດ (ຜືດຜັກ ເຂົ້າ ແລະ ໄມ້ກີນໝາກ) ເຊິ່ງບໍ່ແມ່ນການເຊົ່າ ຫລື ສຳປະທານ ໂດຍທັງສອງຝ່າຍມີໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ກົດໝາຍເທົ່າທຽມກັນ ບົນພື້ນຖານມີຜົນປະໂຫຍດຮ່ວມກັນຢ່າງຍຸຕິທຳ ເພື່ອຍົກລະດັບການຜະລິດ ໃຫ້ສົມຄູ່ກັບຄວາມອາດສາມາດ ແລະ ທ່າແຮງຂອງພື້ນຖານວັດຖຸເຕັກນິກທີ່ມີໃນປັດຈຸບັນ, ເຊິ່ງໂຄງການດັ່ງກ່າວ ມີມູນຄ່າການລົງທຶນທັງໝົດ 1,2 ຕື້ກວ່າກີບ, ອາຍຸສັນຍາ 5 ປີ.

ພາບປະກອບ

ຂ່າວ: ນ ຟອງຄຳ ແກ່ວນແສນຄຸນ ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...