Thursday, November 6, 2025
Kbank Laos โอน รับ จ่าย

ເຈົ້າເພັດຊະລາດ ຈອມຂະມັງເວດແຫ່ງລາຊະອານາຈັກລາວ

ເຈົ້າເພັດຊະລາດຮັກຊາດສຸດໃຈແຕ່ຄວາມຊື່ສັດຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງເຮັດໃຫ້ເພິ່ນໄປບໍ່ເຖິງໄຊຊະນະສຸດຍອດ.

ຄວາມຮັກຊາດ: ດ້ວຍນ້ຳໃຈຮັກຊາດຍິ່ງໃຫຍ່ດູດດື່ມ ເປັນຫ່ວງນຳປະຊາຊົນລາວ ນັບແຕ່ມີໂອກາດ ເຈົ້າເພັດຊະຣາດກໍໄດ້ທຸ່ມເທ ຈິດໃຈ ເຫື່ອແຮງສະຕິປັນຍາດຳເນີນການທຸກຢ່າງ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະເຕົ້າໂຮມແຜ່ນດິນທີ່ແຕກແຍກເປັນເອກະ ພາບ.

ສອງສິ່ງນີ້ ເປັນຄວາມໃຝ່ຝັນສູງສຸດຂອງເພິ່ນແລະຂອງປະຊາຊົນລາວ.

ເລີ່ມດ້ວຍຕໍ່ສູ້ໃຫ້ຝຣັ່ງປ່ຽນແປງລະບຽບຂ້າລາຊະການ ເພື່ອໃຫ້ຂ້າຊະການລາວກ້າວໜ້າແລະມີຄວາມຮັກຊາດບ້ານເມືອງ, ເອົາໃຈໃສ່ຟື້ນຟູ ພາສາ ສາສະໜາ ວັດທະນະທຳ, ຕໍ່ສູ້ຄັດຄ້ານການເອົາອານາຈັກຫຼວງພະບາງໄປເປັນເມືອງຂຶ້ນໂດຍກົງ(ຄືກັບວຽງຈັນ)ຂອງຝຣັ່ງ ໃຫ້ຫຼວງພະບາງເປັນລັດອາລັກຂາ, ທາບທາມຄວາມເຫັນບັນດາຂ້າລາຊະການແລະປະຊາ ຊົນໃນ4 ແຂວງ:

ຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະຈຳປາສັກເພື້ອລວມແຜ່ນດິນປັນເອກະພາບ ເມື່ອເຫັນດີນຳກັນແລ້ວກໍຮ່າງຣາຊະອົງການສະເໜີເຈົ້າຊີວິດສີສະຫວ່າງວົງ(ແຕ່ເຈົ້າຊີວິດບໍ່ເຫັນດີນຳ). ພະອົງຮັກເຊື້ອແພງຊາດຢ່າງແທ້ຈິງ.

ຄວາມຮັກຊາດຂອງພະອົງຍັງສະແດງອອກ ພາຍຫູັງການປະກາດເອກະລາດ12 ຕຸລາແລ້ວ ພະອົງກໍມີໃຈສະໜັບສະໜູນຄະນະ ລປລ. ຢ່າງເຕັມທີ່ ເມື່ອຝຣັ່ງກັບມາຍຶດລາວເທື່ອໃໝ່ ພະອົງ ກໍຄືຄະນະລັດຖະບານລາວອິດສະລະ ໄດ້ອົບພະຍົບໄປຢູ່ໄທ 1946 ພະອົງຍິນດີເປັນປະ ມຸກໃຫ້ແກ່ຄະນະລັດຖະບານລາວອິດສະລະ ( 1ທັນວາ 1946 ແຕ່ງຕັ້ງຕົວແທນກຳລັງເຂດເໜືອ(ທ່ານພູມີ ວົງວິຈິດ) ຊ່ວຍເຫຼືອ ແລະຊີ້ນຳລັດຖະບານລາວອິດສະລະຢ່າງຕໍ່ເນືອ່ງ; ເມື່ອບຸກຄົນຈຳນວນຫຼາຍໃນຄະນະລັດຖະບານລາວອິດສະລະຍອມໄປຮ່ວມກັບຝຣັ່ງ (1949) ແຕ່ເຈົ້າເພັດຊະຣາດແລະເຈົ້າສຸພານຸວົງພ້ອມດ້ວຍຜູ້ຮັກຊາດອື່ນໆບໍ່ຍິນຍອມ ເພາະເຫັນການມອບເອກະລາດໃຫ້ລາວຂອງຝຣັ່ງເປັນພຽງລະຄອນ ດັ່ງນັ້ນ ພະອົງຈຶ່ງປະກາດຈະຕໍ່ສູ້ເພື່ອຂັບໄລ່ຝຣັ່ງຈົນເຖິງທີ່ສຸດ.

ພາຍຫຼັງກັບມາແຕ່ໄທ (1957) ພຽງສອງວັນພະອົງໄດ້ໄປຢ້ຽມຢາມເຈົ້າສຸພານຸວົງ ທີ່ຊຳເໜືອໂລດ ນັ້ນສະແດງ ວ່າຍຶດໝັ້ນສະໜັບສະໜູນແນວທາງຂອງເຈົ້າສຸພານຸວົງຢ່າງເຕັມທີ່.

ຄວາມຊື່ສັດ ຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງ: ເດີມທີເຈົ້າຊີວິດສີສະຫວ່າງວົງ(1904-1959) ບໍ່ໄດ້ແຕ່ງຕັ້ງເຈົ້າເພັດຊະຣາດເປັມະຫາອຸະຮາດ(ຮອງເຈົ້າຊີວິດ)ຫຼືນາຍກລັດຖະມົນຕີ ເພາະຢ້ານວ່າເຈົ້າເພັດຊະຣາຊະຈະບໍ່ຊື່ສັດ ຍາດຊີງລາຊະບັນລັງຂຶ້ນເປັນເຈົ້າຊີວິດແທນ, ແຕ່ເມື່ອໄດ້ຮັບການແຕ່ງຕັ້ງ(1941) ເຈົ້າເພັດຊະຣາດກໍຕອບແທນດ້ວຍຄວາມຊື່ສັດ ຈົງຮັກພັກດີຈົນສິ້ນຊີວິດ.

ຄວາມຊື່ສັດ ຈົງຮັກພັກດີນີ້ເອງກັ້ນຂວາງບໍ່ໃຫ້ເພິ່ນສຳເລັດຈຸດປະສົງຂອງຕົນ ຈົນນຳໄປສູ່ຄວາມເສຍໃຈໃນທີ່ສຸດຂອງເພິ່ນ.

ເຈົ້າເພັດຊະຣາດກຽມການທຸກຢ່າງເພື່ອປະກາດເອກະລາດ ແລະໂຮມແຜ່ນດິນລາວ ປະຊາ ຊົນລາວພ້ອມທຸກຢ່າງເພື່ອໃຫ້ພະອົງເປັນຜູ້ນຳພາ ຂໍຮ້ອງແລະ ເຊີດຊູພະອົງຂຶ້ນເພື່ອໃຫ້ເປັນເຈົ້າຊີວິດອົງໃໝ່ຂອງປະເທດລາວເອກະລາດ ແຕ່ເຈົ້າເພັດຊະຣາດ “ບໍ່ຮັບ”

ເຈົ້າເພັດຊະຣາດປະຕິເສດຕຳແໜ່ງຜູ້ນຳ ຍ້ອນ: ຈົງຮັກພັກດີຕໍ່ເຈົ້າຊີວິດ ເພິ່ນບໍ່ຢາກເປັນຄົນທໍລະຍົດ ບໍ່ຢາກເປັນກະບົດຕໍ່ເຈົ້າຊີວິດຫຼວງພະບາງ, ເພິ່ນຍິນດີມອບຄວາມຝັນຂອງຕົນ ໃຫ້ຄົນອື່ນປະຕິບັດແທນ. ພະອົງບໍ່ກ້າຂຶ້ນໄປຢືນປະກາດເອກະລາດແລະໂຮມແຜ່ນດິນດ້ວຍຕົນເອງ ທັງໆທີ່ປະຊາຊົນທັງຊາດຫວັງເພິ່ງປາລະມີຂອງເພິ່ນໃນວັນທີ12 ຕຸລາ1945.

ໂອກາດພັນປີມີເທື່ອໜຶ່ງ ແຕ່ເຈົ້າເພັດຊະຣາດກັບປະຕິເສດ ເສຍເອງ.!!!

ເຈົ້າເພັດຊະຣາດໄດ້ຮັບການຕອບແທນຄວາມຈົງຮັກພັກດີ ຊື່ສັດຂອງຕົນດ້ວຍລາຊະອົງການປົດຕຳແໜ່ງ (10.10.1945) ກ່ອນການປະກາດເອກະລາດພຽງສອງວັນ.

ຜົນສະທ້ອນຈາກການຕັດສີນໃຈຂອງເຈົ້າເພັດຊະລາດ ໃຫຍ່ຫຼວງນັກ ໃນບາດລ້ຽວແຫ່ງປະຫວັດສາດ ເຈົ້າເພັດຊະຣາດກັບລັງເລ ບໍ່ກ້າຫານ ເດັດດ່ຽວ ເດັດຂາດເປັນຕາຍ.

ພະອົງບໍ່ຢາກເຮັດລັດຖະປະຫານ ບໍ່ຢາກໂຄ່ນບັນລັງເຈົ້າຊີວິດ ບໍ່ຢາກຖືກຫາວ່າທໍລະຍົດແຕ່ປະຊາຊົນລາວ ບໍ່ຢ້ານຄືເພິ່ນເຖິງວ່າບໍ່ມີເຈົ້າເພັດຊະຣາດນຳພາ ປະຊາຊົນກໍສາດປະກາດເອກະລາດ ປະກາດໂຮມແຜ່ນດິລາວແລະຍຶດອຳນາດໂຄ່ນລົ້ມເຈົ້າຊີວິດຫຼວງພະບາງຢູ່ດີ (ໃນວັນທີ 10.10.1945) ນັ້ນເອງເພາະປະຊາຊົນເຈັບແສບເສຍໃຈທີ່ເຈົ້າຊີວິດປົດເຈົ້າເພັດຊະຣາດ ເຫັນເຈົ້າຊີວິດບໍ່ຢາກປະກາດເອກະລາດ ແລະບໍ່ຢາກໂຮມແຜ່ນດິນ.

ຖ້າເຈົ້າເພັດຊະຣາດຍິນດີເປັນຜູ້ນຳຍິນດີເປັນກະສັດອົງໃໝ່ ປະຫວັດສາດລາວຄົງບໍ່ເປັນແນວນີ້.

ພາບເມື່ອປີ 1957 ທີ່ມະຫາອຸປະຫຼາດ ເຈົ້າເພັດຊະລາດ ລັດຕະນະວົງສາ ອອກຢ້ຽມຢາມລາຊະດອນໃນແຂວງຫຼວງພະບາງຕາມບ້ານຕ່າງໆ ຖ້າຫາກເພິ່ນພົບເຫັນບ້ານໃດ ຫຼື ເຮືອນໃດມີຫໍຜີ ເພິ່ນ ແລະ ຄະນະຕິດຕາມກໍ່ຈະມີການຈູດເຜົາຫໍຜີນັ້ນບໍ່ໃຫ້ເຫຼືອ ເພື່ອລົບລ້າງຄວາມເຊື່ອຖືຜີສາງແບບງົມງວາຍຂອງຄົນລາວ.

ເຊິ່ງເຈົ້າເພັດຊະລາດ ກໍ່ໄດ້ມີຄຸນນານັບປະການຕໍ່ຜື່ນແຜ່ນດິນລາວ ແລະ ກໍ່ເປັນນາຍົກຄົນທຳອິດແຫ່ງປະຫວັດ ສາດຂອງຊົນຊາດລາວ ພ້ອມກັນນັ້ນເພິ່ນຍັງເປັນມະຫາບູລຸດຜູ້ກອບກູ້ພາສາລາວຈາກຝຣັ່ງ ທີ່ຈະກຳນົດເອົາພາ ສາຝຣັ່ງເປັນພາສາທາງການຂອງລາວ ແຕ່ເນື່ອງຈາກຄວາມປີຊາສາມາດຂອງເພິ່ນໃນການຄັດຄ້ານຈຶ່ງເຮັດໃຫ້ຫຼຸດພົ້ນ ແລະ ມີການນຳໃຊ້ພາສາລາວດັ່ງເດີມເປັນຕົ້ນມາ ຖ້າບໍ່ດັ່ງນັ້ນ, ພາສາລາວໃນປັດຈຸບັນກໍ່ຈະມີລັກສະນະຄືກັບພາສາຫວຽດນາມ ດ້ວຍເຫດນີ້ ລັດຖະບານແຫ່ງ ສປປ.ລາວ ໃນປັດຈຸບັນ ຈຶ່ງໄດ້ກຳນົດຊື່ຮູບແບບຕົວອັກສອນຢ່າງເປັນທາງການທີ່ນຳໃຊ້ໃນລະບົບອີເລັກໂຕນິກວ່າ: ເພັດຊະລາດ (Font Phetsarath).

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.