
ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ໄດ້ນຳພານັກທຸລະກິດລາວ ໄປຢ້ຽມຊົມງານ Coffee Bakery ice cream & Franchise 2019 ທີ່ຈັດຂຶ້ນໃນວັນທີ 30 ສິງຫາ -01 ກັນຍາ 2019 ທີ່ ສູນປະຊຸມ ແລະ ສະແດງສິນຄ້ານານາຊາດຂອນແກ່ນ ຈັງຫວັດ ຂອນແກ່ນ ປະເທດໄທ. ເຊິ່ງພາຍໃນງານໄດ້ມີຜູ້ປະກອບການ ນໍາສິນຄ້າມາວາງສະແດງຫຼາກຫຼາຍເປັນຕົ້ນແມ່ນ: ກາເຟ, ເບເກີຣີ, ເຄື່ອງດື່ມ, ສິ່ງພີມ ແລະ ການລົງທືນອື່ນໆ ເພື່ອໃຫ້ຜູ້ເຂົ້າຊົມງານໄດ້ເລືອກເປັນເຈົ້າຂອງທຸລະກິດ. ນອກຈາກນີ້ຍັງມີອຸປະກອນ ເຄື່ອງມື ວັດຖຸດິບ ທີ່ກ່ຽວເນື່ອງກັບທຸລະກິດ ຮ້ານ ກາເຟ, ຮ້ານເບເກີຣີ ກະແລ້ມ ເພື່ອຮອງຮັບການຈະເລີນເຕີບໂຕຂອງອຸດສາຫະກຳກາເຟ ໃນກຸ່ມພາກອີສານຂອງໄທ ແລະ ປະເທດລາວ.



ນອກຈາກນີ້ ທາງຜູ້ຈັດງານຍັງໄດ້ຈັດ Workshop ສາທິດການເຮັດເບິເກິຣິ, ການເຮັດກາເຟ, ແລກປ່ຽນປະສົບການກັບ ບາຣິດຕ້າ ແຊມໂລກ ແລະ ຈັດສຳມະນາໃນຫົວຂໍ້ ” ຫຼັກການເຮັດທຸລະກິດແຟຣນຊາຍ ໃຫ້ຍັງຍືນ” ຈາກຜູ້ຮູ້ ແລະ ມີປະສົບການເລື່ອງແຟຣຍຊາຍ ທ່ານ ເສດຖະພົງ ພະດຸງພິສຸດ

ທ່ານ ກະວິນ ກິດຕິບຸນຍາ ກຳມະການຜູ້ຈັດການບໍລິສັດ ກະວິນ ອິນເຕີເທດ ຈຳກັດ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ມີຈຸດປະສົງເພື່ອ ເຮົາຕ້ອງການເຊີນກຸ່ມນັກທຸລະກິດທັງໃນປະເທດ ແລະ ຕ່າງປະເທດ ເປັນຕົ້ນກໍແມ່ນປະເທດລາວ ທີ່ມີຄວາມສົນໃຈໃນເລື່ອງຂອງ ກາເຟ ເບເກີຣີ ແລະ ທັງເພື່ອເປັນການເປີດໂອກາດໃຫ້ຜູ້ທີ່ເຂົ້າມາຮ່ວມງານ ໂດຍສະເພາະນັກທຸລະກິດລາວ ທີ່ກຳລັງເບິ່ງຫາສິນຄ້າທີ່ຈະເອົາກັບໄປໃຊ້ທີ່ລາວ ພ້ອມກັບເປັນການເປີດປະສົບການໃຫ້ນັກທຸລະກິດລາວ ໄດ້ຮ່ວມສົນທະນາກັບຜູ້ປະກອບການໄທ ແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ນອກນີ້ຍັງໄດ້ຈັດກຽມກິດຈະກຳ ການສຳມະນາໃນແຕ່ລະມື້ທີ່ແຕກຕ່າງກັນ. ເປັນຕົ້ນແມ່ນການ Workshop ກ່ຽວກັບການເຮັດເບເກີຣີ, ການຊົງກະເຟ ແລະ ສຳມະນາໃຫ້ຄວາມຮູ້ກ່ຽວກັບແຟຣນຊາຍ.


ໃນສ່ວນຂອງຜູ້ເຂົ້າຮ່ວມງານຈາກປະເທດລາວ ທ່ານ ນາງ ສີວິໄຊ ທຳມະລັງສີ ເຈົ້າຂອງທຸລະກິດ ລາ ແມຊົງ ຄາເຟ່ ແລະ ອີກຫຼາຍໆທຸລະກິດໄດ້ກ່າວວ່າ: ສຳລັບການມາຮ່ວມງານໃນຄັ້ງນີ້ ແມ່ນມີຄວາມສົນໃຈໃນເລື່ອງຂອງການເຮັດ ເບເກີຣີ ແລະ ໄດ້ເບິ່ງການສາທິດການເຮັດເບເກີຣີ ແລະຍັງໄດ້ຮຽນຮູ້ການເຮັດການຕະຫຼາດ. ນອກຈາກນີ້ຍັງສົນໃຈ ການເຮັດຮ້ານກາເຟ ຢູ່ເທິງລົດ ທີ່ຖືວ່າຢູ່ປະເທດລາວເຮົາກະຍັງບໍ່ຄ່ອຍມີ.


Hits: 6