ຂໍຂອບໃຈນຳຜູ້ສະໜັບສະໜູນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງການ ພ້ອມທັງລາຍງານສະພາບອາກາດປະຈໍາວັນທີ 1 ກັນຍາ 2019 ໂດຍໄດ້ລະບຸວ່າ:

ພາຍຸດີເປຼ່ຊັນໄດ້ກໍ່ຕົວຢູ່ໃກ້ເຂດພາກເໜືອດ້ານຕາເວັນຕົກຂອງປະເທດຟິລິປິນ ຊຶ່ງໃນເວລາ 7 ໂມງເຊົ້າມື້ນີ້ ມີຈຸດໃຈກາງຢູ່ເສັ້ນຂະໜານທີ 19 ອົງສາເໜືອ ແລະ ເສັ້ນແວງທີ 117.3 ອົງສາຕາເວັນອອກ ພວມເຄື່ອນທີ່ໄປຫາເກາະໄຮນໍາດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝຸນເຂດຮ້ອນໃນໄລຍະວັນທີ 2 – 6 ກັນຍາ 2019 ນີ້ ແລະ ສືບຕໍ່ເຄື່ອນທີ່ລຽບໃກ້ແຄມຝັ່ງປະເທດ ສສ ຫວຽດນາມ

ຊຶ່ງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບັນບໍລິເວນກ້ວາງ ແລະ ຕົກໜັກຫຼາຍແຕ່ເຂດແຂວງຄຳມ່ວນ ລົງຫາ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໄລຍະ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໃສໃນເຂດພາກກາງ ແລະ ພາກໃຕ້ ໃຫ້ສືບຕໍ່ກຽມພ້ອມຮັບມືກັບສະພາບນໍ້າຖ້ວມຍື່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະວັນທີ 1 ຫາ 6 ກັນຍາ ນີ້ ພ້ອມທັງຍົກຍ້າຍວັດຖຸສິງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມການລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້