ສໍາເລັດກອງປະຊຸມຄະນະກໍາມາທິການຄຸ້ມຄອງນໍາໃຊ້ຂົວມິດຕະພາບນໍ້າເຫືອງ ຄັ້ງທີ 7

ກອງປະຊຸມຄະນະກໍາມາທິການຄຸ້ມຄອງນໍາໃຊ້ຂົວມິດຕະພາບນໍ້າເຫືອງລາວ-ໄທ ຄັ້ງທີ 7 ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2019 ນີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນ ຂົວມິດຕະພາບນໍ້າເຫືອງ.

ຝ່າຍລາວນໍາໂດຍ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ແລະ ຝ່າຍໄທໂດຍນໍາທ່ານ ກິດຕິພັນ ປານຈັນ ຜູ້ອໍານວຍການສໍານັກງານທາງຫຼວງທີ 6 (ເພັດສະບູນ)ກົມທາງຫຼວງ, ມີຄະນະກໍາມາທິການທັງສອງຝ່າຍເຂົ້າຮ່ວມ 40 ກວ່າທ່ານ.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 6 ທີ່ຜ່ານມາ ແລະ ຜົນຂອງກອງຊຸມຄະນະກໍາມະການ ກອງຄຸ້ມຄອງບົວລະບັດຮັກສາຂົວມິດຕະພາບນໍ້າເຫືອງລາວ-ໄທ ຄັ້ງວັນທີ 23 ສິງຫາ 2019.

ພາບປະກອບ

ການຄຸ້ມຄອງ ບົວລະບັດຮັກສາຂົວມິດຕະພາບນໍ້າເຫືອງລາວ-ໄທ ສາມາດອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ການແລກປ່ຽນຊື້ຂາຍສິນຄ້າຕາມຊາຍແດນ, ການທ່ອງທ່ຽວ ແລະ ການຮ່ວມມືທາງດ້ານວັດທະນະທໍາ-ສັງຄົມ ລະຫວ່າງປະຊາຊົນ ທັງສອງຝ່າຍ ໄດ້ມີການພັດທະນາດີຂຶ້ນ ແລະ ມີຄວາມສະດວກປອດໄພໂດຍພື້ນຖານ.

ເລື່ອງການກໍ່ສ້າງຂົວຄູ່ຂະໜານ ກັບຂົວມິດຕະພາບນໍ້າເຫືອງ ລາວ-ໄທ ເດີມ ກອງປະຊຸມເຫັນດີ ສະໜັບສະໜູນຕາມບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ທີ່ແຂວງໄຊຍະບູລີ ລະຫວ່າງເຈົ້າແຂວງໄຊຍະບູລີ ສປປ ລາວ ກັບຜູ້ວ່າຣາຊະການຈັ່ງຫວັດເລີຍ ຣາຊະອານາຈັກໄທ ຄັ້ງທີ 8 ລະຫວ່າງວັນທີ 20-21 ກໍລະກົດ 2015 ທີ່ແຂວງໄຊຍະບູລີ ສປປ ລາວ.

ພາບປະກອບ

ໃນຂໍ້ 6.5 (6.5.2) ຝ່າຍລາວສະເໜີໃຫ້ຝ່າຍໄທ ສໍາຫຼວດ-ອອກແບບສຶກສາຂໍ້ມູນຄືນໃໝ່ ໃຫ້ເປັນອັນລະອຽດກວ່າເກົ່າເປັນຕົ້ນແມ່ນ ແບບແຕ້ມເຕັກນິກຂອງຂົວ, ຂໍ້ກໍານົດມາດຖານເຕັກນິກ, ມູນຄ່າການກໍ່ສ້າງຂົວ ລວມທັງເສັ້ນທາງເຊື່ອມຕໍ່ຂົວທັງສອງເບື້ອງ (ຝັ່ງລາວ ແລະ ຝັ່ງໄທ) ແລະ ຈັດໃຫ້ມີການປະຊຸມຜ່ານແບບຂົວຮ່ວມ ກັນ ແລ້ວນໍາສະເໜີໃຫ້ລັດຖະບານຂອງ ສອງຝ່າຍພິຈາລະນາອະນຸມັດຮ່ວມກັນກ່ອນ ຝ່າຍໄທມີຄວາມເຫັນດີໃນການກໍ່ສ້າງຂົວຄູ່ຂະໜານກັບຂົວມິດຕະພາບນໍ້າເຫືອງ ລາວ-ໄທ.

ແຕ່ເນື່ອງຈາກເປັນໂຄງການລະຫວ່າງປະເທດ ທີ່ຈະຕ້ອງໄດ້ມີການຕົກລົງລະຫວ່າງຣາຊະອານາຈັກໄທ ແລະ ສປປ ລາວ ກ່ອນ ຈຶ່ງສາມາດດໍາເນີນການໃນເລື່ອງການສໍາຫຼວດອອກແບບ ແລະ ມູນຄ່າການກໍ່ສ້າງ ໂດຍມີ ການຕົກລົງລະຫວ່າງປະເທດແລ້ວ ທາງຝ່າຍໄທຈະໄດ້ສົ່ງເລື່ອງໄປໃຫ້ກົມທາງຫຼວງ ສຶກສາຂໍ້ມູນສໍາຫຼວດອອກແບບ ຕະຫຼອດຈົນຮອດການປະມູນ ມູນຄ່າການກໍ່ສ້າງ ເພື່ອຕົກລົງ ແລະ ຂໍຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ, ຄົ້ນຄວ້າກ່ຽວກັບການກໍ່ສ້າງຈຸດຊັ່ງນໍ້າໜັກຢູ່ເບື້ອງໄທ ທີ່ໄດ້ຕົກລົງກັນໃນກອງປະຊຸມຄັ້ງຜ່ານມາ ຝ່າຍລາວສະເໜີໃຫ້ຝ່າຍໄທ ຈັດຕັ້ງໜ່ວຍງານຄວບຄຸມກວດການໍ້າໜັກລົດບັນທຸກເກີນດ້ວຍຊິງຊັ່ງນໍ້າໜັກເຄື່ອນທີ່ ມາປະຈໍາຢູ່ດ່ານພາສີທ່າລີເປັນປົກກະຕິ ຄືກັບເຈົ້າໜ້າທີ່ອື່ນໆ ເພື່ອຄວບຄຸມນໍ້າໜັກລົດບັນທຸກສິນຄ້າເກີນ ໂດຍສະເພາະແມ່ນລົດບັນທຸກສິນຄ້າຈາກເບື້ອງໄທ ເຂົ້າມາເບື້ອງລາວ ຈົນກວ່າຝ່າຍໄທ ໄດ້ດໍາເນີນການກໍ່ສ້າງຈຸດຊັ່ງນໍ້າໜັກລົດບັນທຸກຢູ່ດ່ານຝ່າຍໄທສໍາເລັດ ແລະ ໃຫ້ມີການແລກ ປ່ຽນບົດຮຽນກ່ຽວກັບການຄວບຄຸມກວດການໍ້າໜັກລົດບັນທຸກເກີນຮ່ວມກັນທຸກໆ 3 ເດືອນ ໂດຍຜັດປ່ຽນກັນເປັນເຈົ້າພາບ.

ພາບປະກອບ

ຝ່າຍໄທ ເຫັນດີໃນຂໍ້ສະເໜີ ແລະ ຈະນໍາສະເໜີ ຂໍກໍ່ສ້າງຈຸດຊັ່ງນໍ້າໜັກ ໄປຍັງສໍານັກຄວບຄຸມນໍ້າໜັກພາຫະນະກົມທາງຫຼວງ ເພື່ອພິຈາລະນາຄວາມເໝາະສົມ ແລະ ຮູບແບບໃນການກໍ່ສ້າງຈຸດຊັ່ງນໍ້າໜັກ ແລະ ຈະລາຍງານຄວາມຄືບໜ້າ ການດໍາເນີນການໄປ, ການວາງແຜນກໍານົດຂອບເຂດ ບົວລະບັດຮັກສາຂົວມິດຕະພາບນໍ້າເຫືອງລາວ-ໄທຮ່ວມກັນກອງປະຊຸມເຫັນດີປະຕິບັດຕາມບົດບັນທຶກກອງປະຊຸມວິຊາການ ລາວ-ໄທ ກ່ຽວກັບການປຶກສາຫາລື ລະບຽບການຄຸ້ມຄອງ ແລະ ບົວລະບັດຮັກສາຂົວ ໃນຄັ້ງວັນທີ 19 ຕຸລາ 2004 ທີ່ອໍາເພີທ່າລີ ຈັ່ງຫວັດເລີຍ ໃນຂໍ້ 3 (3.2 ແລະ 3.3) ແລະ ຕາມບົດບັນທຶກກອງປະຊຸມ ຄັ້ງທີ 6 ໃນວັນທີ 18 ມີນາ 2015 ທີ່ອໍາເພີທ່າລີ ຈັ່ງຫວັດເລີຍ ໃນຂໍ້ 3 (3.4),ການຜ່ານເຂົ້າ-ອອກດ່ານຂອງເຈົ້າໜ້າທີ່ ກອງຄຸ້ມຄອງ ແລະ ບົວລະ ບັດຮັກສາຂົວມິດຕະພາບນໍ້າເຫືອງລາວ-ໄທ ລວມທັງລູກຈ້າງ, ທີ່ປຶກສາ ແລະ ຜູ້ໄດ້ຮັບມອບໝາຍຈາກຄະນະກໍາມາທິການຄຸ້ມຄອງນໍາໃຊ້ຂົວມິດຕະພາບນໍ້າເຫືອງ ລາວ-ໄທ.

ພາບປະກອບ

ກອງປະຊຸມສອງຝ່າຍເຫັນດີ ໃຫ້ປະຕິບັດຕາມບົດບັນທຶກກອງປະຊຸມວິຊາການ ລາວ-ໄທ ກ່ຽວກັບການປຶກສາຫາລື ລະບຽບການຄຸ້ມຄອງ ແລະ ບົວລະບັດຮັກສາຂົວ ໃນຄັ້ງວັນທີ 19 ຕຸລາ 2004 ທີ່ອໍາເພີທ່າລີ ຈັ່ງຫວັດເລີຍ (ໃນຂໍ້ 8) ໂດຍໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຈໍາດ່ານທັງສອງຝ່າຍອອກໃບອະນຸຍາດຜ່ານເຂົ້າ-ອອກ ແລະ ອໍານວຍຄວາມສະດວກຕາມຄວາມເໝາະສົມໃນການເຂົ້າຮ່ວມໄປເຮັດໜ້າທີ່ຮ່ວມກັນຢູ່ເທິງຂົວ ຕາມແຜນຂອງທັງ 2 ຝ່າຍໄດ້ຕົກລົງກັນ.

ຂ່າວ: ນັກຂ່າວ ເມືອງແກ່ນທ້າວ. Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...