ທີ່ບ້ານຫນອງຄູວຽງ ຢູ່ໃກ້ຄຽງກັບເມືອງວຽງຈັນ ໄດ້ມີຄອບຄົວຫນຶ່ງ ອົບພະຍົບມາແຕທາງພາກເຫນືອ ມາຢູ່ອາໄສໃນບ້ານນີ້ ປຸກເຮືອນຢູແບບຊົ່ວຄາວ ເສົາໄມ້ແກ່ນ ປູຟາກ ມຸງຫຍ້າຄາ ຝາແຕບຕອງ.
ຜູ້ເປັນຫົວຫນ້າຄອບຄົວຊື່ວ່າ ຊຽງສີຈັນ, ຜູ້ເປັນເມຍຊື່ວາານາງຄາໍຫຼ້າ, ໄດ້ລູກສາວຫນຶ່ງຄົນ ຊື່ວ່າ ນາງແກ້ວຕາ.
ຄອບຄົວນີ້ໄດ້ໄປຈັບຈອງເອົາດິນເປົ່າວ່າງສັບສ່າວເປັນນາ ແລະເຮັດສວນອ້ອຍ, ມີນາ 6 ໄລ່ ມີສວນອ້ອຍ 1 ໄລ່ ຖືວ່າຖານະຂອງຄອບຄົວພໍຢູ່ພໍກິນ.
ຕໍ່ມາຊຽງສີຈັນໄດ້ເຈັບປ່ວຍ ແລະໄດ້ເສຍຊີວິດໄປ ໄດ້ຫນຶ່ງປີຜ່ານມາແລ້ວ. ນາງຄາໍຫຼ້າຜູ້ເປັນເມຍ ຊຶ່ງຊາວບ້ານເອີ້ນວ່າ ແມ່ແກ້ວຕາ ກໍຕົກຢູ່ໃນສະພາບຫຍຸ້ງຍາກລໍາບາກ ບໍ່ມີຜູ້ພາເຮັດພາສ້າງ ການເຮັດນາຄາດໄຖ ແມ່ນວຽກຂອງຜູ້ຊາຍ ຕ້ອງໄດ້ຈ້າງວານຊາວບ້ານມາຊ່ວຍ.
ສ່ວນນາງແກ້ວຕາ ອາຍຸຫາກໍ່ໄດ້ 16 ປີ ກໍພໍຊ່ວຍແຮງໄດ້ສ່ວນຫນຶ່ງໃນການຫຼົກກ້າດຳນາ ກ່ຽວເຂົ້າ ຟາດເຂົ້າ.
ຢູ່ມາມື້ຫນຶ່ງ ເຈົ້າຫົວຄູບົວຈັນຢູ່ວັດ ອາຍຸ 35 ປີ ບວດເປັນຄູບາໄດ້ 15 ພັນສາ ໄດ້ສິກອອກມາເປັນຄາລະວາດ.
ຫຼັງຈາກສິກແລ້ວອ້າຍຈານ ຄູກໍເປັນຫມໍພອນ ແລະເປັນຜູ້ນາໍພາໃນການປະກອບພິທີກາໍຕ່າງໆ ພໍມີລາຍໄດ້ຈາກຄ່າຍົກຄາຍໄດ້ດີສົມຄວນ. ແມ່ແກ້ວຕາຄິດຢາກໄດ້ມາເປັນລູກເຂີຍ ເພື່ອຊ່ວຍເຫຼືອວຽກງານ ແຕ່ນາງແກ້ວຕາ ຜູ້ເປັນລູກສາວບໍ່ມັກຕິວ່າເຖົ້າໂພດ.
ມື້ຫນຶ່ງແມ່ແກ້ວຕາໄປຈັ່ງຫັນຢູ່ວັດ ອ້າຍຈານຄູບົວຈັນກໍໄດ້ມານຳພາການປະກອບພິທີທາງສາສະຫນາຕາມປົກ ກະຕິ ແມ່ແກ້ວຕາໄດຖືໂອກາດໂອ້ລົມກັບອ້າຍຈານຄູ ແລະເຊີນຊວນໄປແວ່ຢາມເຮືອນ ເພື່ອກິນອ້ອຍທີ່ນາງແກ້ວຕາປູກໄວ້ໃນສວນ. ອ້າຍຈານຄູກໍຕົກລົງວ່າຈະໄປຢາມ.
ໃນເວລາ 2-3 ມື້ຕໍ່ມາ ອ້າຍຈານຄູບົວຈັນກໍໄປຢາມເຮືອນແມ່ແກ້ວຕາ, ພໍແມ່ແກ້ວຕາຫຼຽວເຫັນອ້າຍຈານຄູບົວຈັນ ຍ່າງມາໃກ້ບ້ານກໍຟ້າວເອີ້ນໃສ່ໂລດວ່າ “ໂອຍ! ມື້ນີ້ຈັ່ງແມ່ນດີໃຈຫຼາຍ ອ້າຍຈານຄູມາຢາມເຮືອນ, ອີ່ນາງແກ້ວຕາກໍຈົ່ມຫາຢູ່ເລື້ອຍໆ ວ່າຢາກເຫັນອ້າຍຈານຄູ” ແມ່ແກ້ວຕາເຊີນອ້າຍຈານຄູຂຶ້ນໄປເທິງເຮືອນ ແລ້ວຟ້າວແລ່ນຂຶ້ນເມື່ອກ່ອນ ໄປຂົນເອົາເສື່ອເອົາຫມອນມາປູ ຕ້ອນຮັບອ້າຍຈານຄູ, ທັງເອີ້ນບອກໃຫ້ລູກແກ້ວຕາເອົານໍ້າຮ້ອນນໍ້າຊາ ມາຕ້ອນຮັບອ້າຍຈານຄູ.
ສ່ວນນາງແກ້ວຕາ ຮູ້ສຶກເບື່ອໜ່າຍຕໍ່ຄຳເວົ້າຂອງແມ່ ທີ່ເສກສັນປັ້ນແຕ່ງເອົາທັງໝົດທີ່ວ່າ “ນາງແກ້ວຕາຈົ່ມຢູ່ເລື້ອຍໆວ່າ ຢາກເຫັນອ້າຍຈານຄູ“ແກ້ວຕາບໍ່ໄດ້ເວົ້າຈັກຄວາມເລີຍ. ເມື່ອແກ້ວຕາເອົານໍ້າມາຕ້ອນຮັບແລ້ວ ກໍຟ້າວຫນີໄປລີ້ຢູ່ສວນອ້ອຍ.
ແມ່ແກ້ວຕາຄອງຖ້າລູກສາວດົນນານກໍບໍ່ເຫັນມາ ຈຶ່ງຂໍອະນຸຍາດນຳອ້າຍຈານຄູວ່າ ຊິໄປນາໍນາງແກ້ວຕາມາກ່ອນ ລາວຟ້າວໄປຕັດອ້ອຍ ມາຕ້ອນຮັບອ້າຍຈານຄູ. ເວົ້າແລ້ວແມ່ແກວຕາກໍຍ່າງໄປສວນອ້ອຍ ໄດ້ເຫັນລູກແກ້ວຕານັ່ງໄຫ້ຢູ່ ຍ້ອນເຫຼືອໃຈທີ່ແມ່ຊ່າງເວົ້າເສກສັນປັ້ນແຕ່ງເອົາເອງ.
ແມ່ແກ້ວຕາໄດ້ເວົ້າກັບລູກວ່າ “ລູກເອີຍ! ແຂກມາຢາມເຮືອນຕ້ອງຕ້ອນຮັບແຂກ ນັ່ງເວົ້າຈາກັບແຂກ ມັນຈຶ່ງງາມ ເພາະວ່າເຮົາເປັນເຈົ້າຂອງເຮືອນ, ມັກບໍ່ມັກເປັນເລື່ອງຂອງລູກ ແມ່ບໍ່ໄດ້ບັງຄັບ ຍາມນີ້ໃຫ້ລູກໄປເວົ້າຈານຳແຂກສາກ່ອນ.” ເວົ້າແລ້ວ ແມ່ແກ້ວຕາກໍຟ້າວໄປຕັດເອົາອ້ອຍໄດ້ແບກຫນຶ່ງ ທັງແບກຂ້ອຍທັງຈູງແຂນລູກມາເຮືອນ.
“ຂໍໂທດເດີອ້າຍຈານຄູຖ້າດົນ! ນ້ອງແກ້ວຕາຢາກໃຫ້ອ້າຍຈານຄູ ໄດ້ກິນອ້ອຍ ຈຶ່ງໄປຕັດເອົາອ້ອຍມາໄດ້ແບກຫນຶ່ງນີ້ແລ້ວ.” ແມ່ແກ້ວຕາເວົ້າ ກັບອ້າຍຈານຄູທີ່ນັ່ງຖ້າຢູ່ເຮືອນ.
ຫຼັງຈາກນັ້ນ ແມ່ແກ້ວຕາໄດ້ບອກລູກສາວ ໃຫ້ໄປລ້າງຫນ້າທາເຂົ້າແປ້ງນາໍ້ແດງ ແຕ່ງໂຕໃຫ້ງາມມາເວົ້າລົມນໍາ ອ້າຍຈານຄູ.
ນາງແກ້ວຕາຍ່າງເຂົ້າໄປໃນເຮືອນແລ້ວ ຄິດໃຈຮ້າຍໃຫ້ແມ່ ຈຶ່ງລະບາຍອາລົມດ້ວຍການເອົາສິ້ນເຫນັບຕ່ຽວ ກາໍກ້ຳປັ້ນທັງສອງມື ຕັ້ງທ່າມວຍເຕັນຂະໂຍງ ໂຄງເຄງ ຈົນຟາກໄມ້ໄຜ່ປູເຮືອນຫັກ ຂາຫລຸບລົງຂາງ ກໍ້າປັ້ນຟາດໃສ່ຝາແຕບຕອງສຸດແຮງ ຕາໍຝາຊອດ ກ ໍາປັ້ນທັງສອງຂ້າງ ພົ້ນເດ່ໄປຫາອ້າຍຈານຄູ ຈົນຕື່ນເຕັ້ນຄະໂຍງໄປ ຄຶດວ່າແມ່ນມືໂຈນ.
ນິທານເລື່ອງນີ້ໃຫ້ຄະຕິສອນໃຈວ່າ: ປຸກເຮືອນຕາມໃຈຜູ້ຢູ່, ຜູກອູ່ຕາມໃຈຜູ້ນອນ, ດັ່ງຄາໍບູຮານເວົ້າວ່າ: ຄວາຍບໍ່ຢາກກິນຫຍ້າ ແສນຊິຂົ່ມ ກໍເຂົາຫັກ ຫມູບໍ່ຢາກກິນຮາໍ ແສນຊິຕີກໍດັງເວີ້ ດັ່ງນີ້ແລ.
ແຫຼ່ງຂໍ້ມູນ: ປຶ້ມປະຫວັດສາດ – ວັນນະຄະດີ ຮຽນຮູ້ຈາກ ນິທານລາວບູຮານລາວ-ນິທານສາກົນ ໂດຍມະຫາບຸນມີເທບສິເມືອງ ສິລະປິນດີເດັ່ນ ສາຂາວັນນະກຳ
ຮຽງຮຽງໂດຍ: ທີມງານ ອິນໄຊລາວ