
ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຖືໄດ້ວ່າເປັນມະຫາໄລໃນຝັນຂອງນັກຮຽນ ນັກສຶກສາ ຫຼາຍໆຄົນ. ແຕ່ການເສັງເຂົ້າມະຫາວິທະຍາໄລແຫ່ງນີ້ ບໍ່ແມ່ນເລື່ອງງ່າຍສຳລັບທຸກຄົນ ເພາະນອກຈາກຈະເຄັ່ງຄັດແລ້ວ ຍັງຕ້ອງໄດ້ວັດຄວາມເກັ່ງກັບຄົນອີກຫຼາຍໆພັນຄົນ. ບາງຄົນກໍເລືອກເສັງຫຼາຍໆບ່ອນ ເພື່ອເປັນຕົວເລືອກ ຫຼື ບາງຄົນກໍເສັງເພື່ອກັນວ່າຈະເສັງບໍ່ຕິດ ມຊ ແລະ ກໍຍັງມີນັກສຶກສາອີກກຸ່ມໜື່ງ ທີ່ມີເປົ້າໝາຍທີ່ຊັດເຈນວ່າ ຈະບໍ່ໄປເສັງເຂົ້າ ມຊ ຍ້ອນສາເຫດຫຼາຍໆຢ່າງ.

ທ້າວ ເວີນຄໍາ ຄຸດວໍລະວົງ ນັກຮຽນຈາກ ແຂວງ ວຽງຈັນ ທີ່ໄດ້ເດີນທາງມາເສັງເຂົ້າ ມຊ ເຊິງນ້ອງໄດ້ບອກວ່າ: ທີ່ເລືອກມາເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ ກໍຍ້ອນວ່າເປັນສະຖາບັນທີ່ໃຫ່ຍ ແລະ ການເຂົ້າເຖິງການຮຽນ ການສຶກສາ ກໍໜ້າຈະມີໂອກາດຫຼາຍກວ່າບ່ອນອື່ນ. ແຕ່ນ້ອງກໍໄດ້ເສັງບ່ອນອື່ນໄວ້ແນ່ ເພາະບໍ່ໝັ້ນໃຈວ່າຈະຕິດຫຼືບໍ່. ຖ້າບໍ່ຕິດກໍ່ແມ່ນຈະໄດ້ຮຽນພາສາອັງກິດເພີ່ມເພື່ອລໍຖ້າເສັງໃໝ່ໃນປີໜ້າ ແຕ່ກໍມີຫວັງວ່າຈະຕິດບ່ອນໃດບ່ອນໜື່ງ.

ທ້າວ ທອງໃສ ສອນວັນດີ ນັກຮຽນທີ່ຫາກໍຈົບ ມໍ 7 ໃໝ່ໆໝາດໆ ຈາກໂຮງຮຽນມັດທະຍົມສົມບູນເພຍວັດ ໂດຍນ້ອງໄດ້ບອກວ່າ: ນ້ອງເອງກໍມີເປົ້າໝາຍທີ່ຊັດເຈນ ຄືຢາກເຂົ້າສຶກສາຕໍ່ໃນສາຍກົນຈັກ ໃນຄວາມຄິດຂອງນ້ອງແລ້ວ ເຫັນວ່າເປັນສາຍທີ່ຊອກວຽກໄດ້ງ່າຍກ່ວາສາຍອື່ນໆ. ເພາະທີ່ຜ່ານມາເຄີຍເຫັນຮຸ້ນເອື້ອຍຮຸ້ນອ້າຍຫຼາຍໆຄົນທີ່ຈົບມາຈາກສະຖາບັນດັງໆ ແຕ່ກໍຍັງບໍ່ໄດ້ມີວຽກເຮັດກໍມີ. ອີກຢ່າງສາຍກົນຈັກກໍເປັນສາຍທີ່ສາມາດປະຕິບັດໂຕຈີງໄດ້ ເພາະເນັ້ນຮຽນແບບລົງມືປະຕິບັດໂຕຈີງ ຫຼາຍກວ່າທິດສະດີ.

ເຊັ່ນດຽວກັນກັບ ທ້າວ ແຫຼວຄໍາ ຄູນແກ້ວປະເສີດ ນັກຮຽນທີ່ຫາກໍຈົບ ມໍ 7 ຈາກໂຮງຮຽນມັດທະຍົມຕອນປາຍສີສັດຕະນາກ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ໂດຍນ້ອງໄດ້ບອກວ່າ: ຫຼັງຈາກຈົບ ມ7 ນ້ອງກໍມີເປົ້າໝາຍເລີຍວ່າ ຢາກຮຽນເປັນຊ່າງແອ ເພາະການຮຽນສາຍນີ້ ຈົບມາສາມາດມີວຽກເຮັດງານທຳໄດ້ງ່າຍກວ່າສາຍອື່ນ ຫຼື ນ້ອງສາມາດເປີດຮ້ານແປງແອໄດ້ໃນອະນາຄົດອີກດ້ວຍ. ວິທະຍາໄລທີ່ຢາກເຂົ້າສຶກສາແມ່ນ ວິທະຍາໄລເຕັກນິກ ລາວ-ເຢຍລະມັນແຕ່ໜ້າເສຍດາຍທີ່ປີນີ້ນ້ອງໄປສະໝັກເສັງບໍ່ທັນ ( ຄົນຫຼາຍ ) ເລີຍຄິດວ່າປີໜ້າຈະໄປສະໝັກເສັງໃໝ່ ໃນຂະນະທີ່ລໍຖ້າ ນ້ອງກໍໄດ້ຊອກວຽກເຮັດກ່ອນ ເພື່ອເກັບເງິນໄວ້ເປັນທຶນໃນການເຂົ້າຮຽນປີໜ້າ.
Hits: 7